ໂອເປັກພລັສ ຈະເພີ່ມການຜະລິດນ້ຳມັນ 4 ແສນບາເຣລຕໍ່ວັນ

217

ສຳນັກຂ່າວຕ່າງປະເທດລາຍງານວ່າ: ບັນດາປະເທດຜູ້ຜະລິດ ແລະ ສົ່ງອອກນ້ຳມັນ ( ໂອເປັກ ) ແລະ ຊາດພັນທະມິດ ( ໂອເປັກພລັສ ) ໄດ້ຈັດກອງປະຊຸມແບບທາງໄກ ໃນວັນທີ 18 ກໍລະກົດຜ່ານມາ ໂດຍໃນກອງປະຊຸມໄດ້ມີມະຕິເຫັນດີເພີ່ມກຳລັງການຜະລິດນ້ຳມັນ ລວມ 2 ລ້ານບາເຣລຕໍ່ວັນ ໂດຍໃຫ້ທະຍອຍປັບຂຶ້ນສະເລ່ຍເດືອນລະ 4 ແສນບາເຣລຕໍ່ວັນ ນັບແຕ່ເດືອນສິງຫາ ຫາ ເດືອນທັນວາ 2021 ເພື່ອຮອງຮັບຄວາມຕ້ອງການນ້ຳມັນໃນຕະຫຼາດໂລກທີ່ເພີ່ມຂຶ້ນ.

ນອກຈາກນີ້, ໃນກອງປະຊຸມໂອເປັກພລັສ ຍັງໄດ້ບັນລຸຂໍ້ຕົກລົງຢຸດຕິນະໂຍບາຍປັບຫຼຸດກຳລັງການຜະລິດນ້ຳມັນ 5,8 ລ້ານບາເຣລຕໍ່ວັນ ພາຍໃນເດືອນກັນຍາປີ 2022 ໂດຍພິຈາລະນາຈາກຕະຫຼາດ.

ຖະແຫຼງການຂອງໂອເປັກພລັສ ລະບຸວ່າ: ສະມາຊິກໂອເປັກພລັສ ໄດ້ຕົກລົງປັບເພດານການຜະລິດນ້ຳມັນໂດຍລວມຕັ້ງແຕ່ເດືອນສິງຫາ 2021 ແລະ ຈາກນັ້ນຈະປະເມີນສະຖານະການຄວາມຄືບໜ້າຂອງຕະຫຼາດ ລວມທັງປະເມີນການປະຕິບັດຕາມຂໍ້ຕົກລົງຂອງສະມາຊິກໂອເປັກພລັສ ໃນເດືອນທັນວາ 2021. ທັງນີ້, ສະມາຊິກໂອເປັກພລັສ ເຫັນດີຈະຈັດກອງປະຊຸມຂຶ້ນທຸກໆເດືອນ ເພື່ອປະເມີນສະຖານະການຕະຫຼາດນ້ຳມັນໂລກ.

ຖະແຫຼງການຍັງລະບຸວ່າ: ປັດໄຈພື້ນຖານຂອງຕະຫຼາດນ້ຳມັນໂລກ ຍັງຄົງແຂງແກ່ນເມື່ອພິຈາລະນາຕາມຄວາມຕ້ອງການການໃຊ້ນ້ຳມັນທີ່ເລີ່ມສົ່ງສັນຍານຟື້ນຕົວ ແລະ ການຫຼຸດລົງຂອງສະຕ໊ອກນ້ຳມັນໃນກຸ່ມປະເທດອົງການເພື່ອການຮ່ວມມືທາງເສດຖະກິດ ແລະ ການພັດທະນາ ( OECD ), ນອກຈາກນີ້ເສດຖະກິດໃນຫຼາຍພູມີພາກຂອງໂລກກໍເລີ່ມຟື້ນຕົວ ຫຼັງຈາກໂຄງການສັກວັກແຊັງປ້ອງກັນໂຄວິດ – 19 ມີຄວາມຄືບໜ້າ.

ໃນຖະແຫຼງການຂອງໂອເປັກພລັສ ຍັງລະບຸອີກວ່າ: ກອງປະຊຸມໄດ້ຕົກລົງຈະເພີ່ມໂກຕາການຜະລິດຂອງສະມາຊິກບາງປະເທດ ຕັ້ງແຕ່ເດືອນພຶດສະພາ 2022 ເປັນຕົ້ນໄປ.