ລ້ຽງກຸ້ງໃນອ່າງຊີມັງລ້ຽງກິນ ຫຼື ຂາຍກໍໄດ້

695

ກຸ້ງແມ່ນໍ້າບໍ່ຈໍາເປັນຕ້ອງຢູ່ແມ່ນໍ້າສະເໝີໄປ ເຮົາສາມາດລ້ຽງໃນອ່າງຊີມັງໄດ້ ເປັນອີກໜຶ່ງອາຊີບທີ່ໜ້າລອງ ເພາະນັ້ນໃຊ້ພື້ນທີ່ບໍ່ຫຼາຍ, ລົງທຶນໜ້ອຍແຖມຍັງລ້ຽງງ່າຍ.

ກຸ້ງແມ່ນໍ້າເປັນກຸ້ງທີ່ມີຄວາມຕ້ອງການຂອງຕະຫຼາດສູງ ເຮັດໃຫ້ລາຄາຄ່ອຍໆເໜັງຂຶ້ນ ແລະ ສາມາດແຍກຂາຍຕາມປະເພດໄດ້ອີກດ້ວຍ.

ເລີ່ມຕົ້ນຈາກການກຽມອ່າງໂດຍນໍາແທ່ງອ່າງຊີມັງມາຕໍ່ທໍ່ລະບາຍນໍ້າ ແລະ ປິດພື້ນດ້ວຍປູນ ( ຕັ້ງບໍ່ໄວ້ໃນທີ່ຮົ່ມພ້ອມມີຫຼັງຄາບັງຝົນ ).

ຫຼັງຈາກປິດພື້ນແລ້ວເອົານໍ້າໃສ່ເຕັມອ່າງ ພ້ອມຕັດຕົ້ນກ້ວຍລົງໄປແຊ່ໄວ້ 7 – 14 ມື້ ( ຕົ້ນກ້ວຍຊ່ວຍຊໍາລະລ້າງປູນທີ່ເຮັດໃໝ່ ) ຫຼັງຈາກແຊ່ໄດ້ຕາມກໍານົດແລ້ວກໍຖອກນໍ້າຖິ້ມ ແລະ ລ້າງດ້ວຍນໍ້າສະອາດທໍາມະດາອີກຮອບ.
ການເລືອກເຊື້ອພັນໃຫ້ໃຊ້ລູກກຸ້ງ ປະມານ 4 – 5 ຊັງຕີແມັດ ພັນກຸ້ງທີ່ດີສາມາດເບິ່ງຈາກພຶດຕິກໍາການລອຍນໍ້າໄດ້ຢ່າງຄ່ອງຕົວ, ແຂງແຮງ ສາເຫດທີ່ໃຊ້ຕົວຂະໜາດນ້ອຍປະມານນັ້ນ ເພາະມີອັດຕາການລອດສູງກວ່າຂະໜາດທີ່ຍັງນ້ອຍກວ່າ.

May be an image of crustacean and food

ຂັ້ນຕອນການກຽມນໍ້າໃນອ່າງສໍາລັບລ້ຽງກຸ້ງໃຫ້ເທນໍ້າລົງອ່າງປະມານເຄິ່ງໜຶ່ງ ພ້ອມໂຮຍເກືອລົງໄປເລັກໜ້ອຍເປັນການຂ້າເຊື້ອ, ເປີດເຄື່ອງໃຫ້ອົກຊີແຊນ ເພື່ອເພີ່ມອາກາດໃນນໍ້າຖິ້ມໄວ້ 2 ວັນ ກ່ອນປ່ອຍກຸ້ງໃສ່, ນໍາທໍ່ PVC ມາໃສ່ໄວ້ໃນອ່າງໃຫ້ກຸ້ງໄດ້ຢູ່ອາໄສ ແລະ ໄວ້ສໍາລັບໃຫ້ກຸ້ງຫຼົບ ພ້ອມວາງຫີນໄວ້ເປັນຖານ ຫາແຜ່ນ ພລາສຕິກປົກເປັນສະຖານທີ່ສໍາລັບກຸ້ງຂຶ້ນລອກຄາບ.

ເມື່ອກຽມນໍ້າສໍາເລັດແລ້ວກໍພ້ອມປ່ອຍກຸ້ງລົງ ເຊິ່ງການປ່ອຍກຸ້ງລົງນັ້ນຫຼາຍຄົນນິຍົມເຮັດຕອນທີ່ສະພາບອາກາດບໍ່ຮ້ອນເກີນໄປ ເຊັ່ນ: ໄລຍະເຊົ້າ ຫຼື ແລງ ໂດຍນໍາພັນກຸ້ງມາແຊ່ລົງນໍ້າເປັນຖົງ ປະມານ 30 ນາທີ ໃຫ້ອຸນຫະພູມນໍ້າໃນຖົງ ແລະ ນໍ້າໃນອ່າງໃກ້ຄຽງກັນ, ຈາກນັ້ນຕັກນໍ້າໃນອ່າງມາປະສົມເທື່ອລະໜ້ອຍແລ້ວຄ່ອຍປ່ອຍກຸ້ງລົງ.

ໃນວັນທໍາອິດທີ່ປ່ອຍຢ່າຟ້າວໃຫ້ອາຫານກຸ້ງ ຄ່ອຍໃຫ້ໃນວັນຖັດມາ. ຫຼັງຈາກລ້ຽງກຸ້ງໄດ້ປະມານ 4 – 6 ເດືອນ ກໍຈະມີຂະໜາດທີ່ໃຫຍ່ພໍທີ່ຈະສາມາດຈັບຂາຍໄດ້ ແລ້ວແຕ່ຂະໜາດ ແລະ ຄວາມຕ້ອງການຂອງຕະຫຼາດ ຫາກຢາກຂາຍໄດ້ລາຄາສູງ ກໍຕ້ອງລ້ຽງຕໍ່ໄປອີກເພື່ອໃຫ້ຂະໜາດຂອງກຸ້ງໃຫຍ່ຂຶ້ນ.

ກຸ້ງແມ່ນໍ້າອາດຈະໃຊ້ເວລາດົນຫຼາຍເດືອນ ກວ່າຈະເກັບກ່ຽວຜົນຜະລິດໄດ້ໃນແຕ່ລະຄັ້ງ ຫາກເຮົາລ້ຽງໃນປະລິມານຫຼາຍ, ໃຊ້ເວລາພຽງພໍຕໍ່ໄລຍະການເກັບກ່ຽວກໍສາມາດສ້້າງລາຍໄດ້ປະຈໍາເປັນອາຊີບໄດ້ອີກທາງໜຶ່ງ.

+ ຂໍ້ແນະນໍາເພີ່ມຕື່ມ

– ອາຫານທີ່ໃຫ້ກຸ້ງຄວນມີອາຫານເສີມວິຕາມິນເພື່ອໃຫ້ກຸ້ງໃຫຍ່ໄວ.

– ຖ້າສາມາດເຮັດລະບົບນໍ້າວົນໄດ້ຖືວ່າດີຫຼາຍ ແຕ່ຖ້າບໍ່ເຮັດລະບົບນໍ້າວົນກໍຕ້ອງອາໄສປ່ຽນຖ່າຍນໍ້າເລື້ອຍໆ ( ຖ້ານໍ້າເລີ່ມຂຸ້ນໃຫ້ປ່ຽນທັນທີ ).

– ຄວນຕື່ມຜົງແຮ່ທາດລົງໄປໃນນໍ້າທຸກຄັ້ງທີ່ປ່ຽນຖ່າຍນໍ້າ ( ຜົງແຮ່ທາດຈະຊ່ວຍໃຫ້ກຸ້ງລອກຄາບໄດ້ໄວເຮັດໃຫ້ກຸ້ງເພີ່ມຂະໜາດຕົວໄດ້ໄວຂຶ້ນ ).

May be an image of outdoors

– ອາຫານອີ່ມ, ນໍ້າສະອາດ, ອົກຊີແຊນໃນນໍ້າພຽງພໍ ຈະເຮັດໃຫ້ກຸ້ງມີການຈະເລີນເຕີບໂຕສົມສ່ວນ.

– ຢ່າໄປສ່ອງເບິ່ງເລື້ອຍຫຼາຍ ເພາະຈະເປັນການລົບກວນກຸ້ງ ມັນຈະຂາດຄວາມເປັນອິດສະຫຼະໃນການກິນ – ຢູ່ ແລະ ຈະກະທົບຕໍ່ການຈະເລີນເຕີບໂຕຂອງກຸ້ງ.