ອາເມຣິກາ ເງິນເຟີ້ປັບຂຶ້ນສູງສຸດໃນຮອບ 13 ປີ ອາດສົ່ງຜົນຕໍ່ແຜນງົບປະມານ

295

ເສດຖະກິດຂອງສະຫະລັດອາເມຣິກາ ໄດ້ຟື້ນຕົວຈາກວິກິດໂຄວິດ – 19 ຢ່າງເຂັ້ມແຂງ ເຮັດໃຫ້ດັດສະນີຂອງຜູ້ບໍລິໂພກ ເຊິ່ງເປັນຕົວຊີ້ບອກເງິນເຟີ້ປັບຂຶ້ນຢ່າງຕໍ່ເນື່ອງ ຈົນເຮັດໃຫ້ນັກລົງທຶນມີຄວາມກັງວົນວ່າທະນາຄານກາງສະຫະລັດອາເມຣິກາ ( ເຟດ ) ອາດປັບຂຶ້ນອັດຕາດອກເບ້ຍໄວກວ່າກຳນົດ.

ກ່ອນໜ້ານີ້ ເຟດ ອອກມາລະບຸວ່າ: ການເພີ່ມຂຶ້ນຂອງອັດຕາເງິນເຟີ້ເປັນພຽງໄລຍະເວລາສັ້ນ ຫຼື ຊົ່ວຄາວເທົ່ານັ້ນ ເພາະ ຄວາມຕ້ອງການເພີ່ມຂຶ້ນຢ່າງໄວວາ ເຮັດໃຫ້ຊັບພລາຍ ( ການຜະລິດເພື່ອສະໜອງ ) ປັບຕົວບໍ່ທັນ ແຕ່ເມື່ອຜ່ານໄປໄລຍະໜຶ່ງຈະຜ່ອນຄາຍລົງເອງ.
ແນວໃດກໍຕາມ, ການທີ່ “ ເງິນເຟີ້ທົ່ວໄປ ” ໃນເດືອນມິຖຸນາ ເພີ່ມຂຶ້ນສູງເຖິງ 5,4% ເມື່ອທຽບກັບໄລຍະດຽວກັນຂອງປີຜ່ານມາ ເຊິ່ງສູງສຸດນັບແຕ່ປີ 2008 ເປັນຕົ້ນມາ, ໃນຂະນະທີ່ເງິນເຟີ້ພື້ນຖານ ( ບໍ່ລວມລາຄາອາຫານ ແລະ ພະລັງງານ ) ເພີ່ມຂຶ້ນ 4,5% ສູງສຸດນັບແຕ່ປີ 1991 ເປັນຕົ້ນມາ ແລະ ສູງກວ່າທີ່ນັກວິເຄາະຄາດການໄວ້ ເຊິ່ງຄາດວ່າຈະຢູ່ທີ່ 3,8% ເຮັດໃຫ້ຕະຫຼາດ ແລະ ນັກລົງທຶນເລີ່ມບໍ່ແນ່ໃຈວ່າ ເຟດ ຈະຍັງຄົງຢືນຢັນຄຳເດີມວ່າຈະບໍ່ປັບຂຶ້ນອັດຕາດອກເບ້ຍ ເພື່ອຮັບມືກັບອັດຕາເງິນເຟີ້ ຫຼື ບໍ່?.

ກະຊວງແຮງງານຂອງສະຫະລັດອາເມຣິກາ ເປີດເຜີຍວ່າ: ສາເຫດຫຼັກຂອງເງິນເຟີ້ ມາຈາກໝວດລົດຍົນ ໂດຍລາຄາລົດຍົນມືສອງເພີ່ມຂຶ້ນສູງເຖິງ 45,2%, ໃນຂະນະທີ່ລາຄາເຊົ່າລົດໃຫຍ່ ເພີ່ມຂຶ້ນ 87,7% ໃນຮອບ 12 ເດືອນຜ່ານມາ ເນື່ອງຈາກປະຊາຊົນເລີ່ມອອກເດີນທາງ ປະກອບກັບການຂາດແຄນອາໄຫຼ່ລົດຍົນ, ນອກຈາກນີ້ລາຄາສິນຄ້າ ແລະ ບໍລິການຕ່າງໆທີ່ກ່ຽວຂ້ອງກັບການເປີດເສດຖະກິດໃໝ່ ຫຼັງມາດຕະການປິດເມືອງເພີ່ມຂຶ້ນຢ່າງຜິດປົກະຕິ ເປັນຕົ້ນແມ່ນລາຄາຫ້ອງພັກ, ໂຮງແຮມ, ຄ່າໂດຍສານທາງອາກາດ ( ປີ້ຍົນ ) ແລະ ເຄື່ອນຸ່ງຫົ່ມ.

ການເພີ່ມຂຶ້ນຂອງອັດຕາເງິນເຟີ້ ເຮັດໃຫ້ນັກລົງທຶນໃນຕະຫຼາດຫຼັກຊັບ ເຫັນວ່າຈະສ້າງແຮງກົດດັນໃຫ້ ເຟດ ເນື່ອງຈາກອັດຕາເງິນເຟີ້ເພີ່ມຂຶ້ນໄວ ແລະ ເປັນເວລາຍາວນານກວ່າທີ່ຄາດການໄວ້, ອີກຢ່າງໜຶ່ງຈະເພີ່ມບັນຫາໃຫ້ແກ່ລັດຖະບານອາເມຣິກາ ໃນການທີ່ຈະໄດ້ຮັບການຮັບຮອງຈາກສະພາຄອງເກຣສ ໃນແຜນງົບປະມານລາຍຈ່າຍໃນປີຕໍ່ໆໄປ ເນື່ອງຈາກພັກລີພັບຣີກັນໄດ້ຕິດຕາມການເພີ່ມຂຶ້ນຂອງອັດຕາເງິນເຟີ້ມາຕະຫຼອດ ອາດຈະໃຊ້ເລື່ອງນີ້ ເພື່ອປະຕິເສດການຮັບຮອງເອົາແຜນລາຍຈ່າຍງົບປະມານໂຄງການໃໝ່ໆຂອງລັດຖະບານກໍເປັນໄດ້.

ໃນຂະນະດຽວກັນ, ນັກເສດຖະສາດກໍກຳລັງຕິດຕາມເບິ່ງດັດສະນີລາຄາທີ່ເພີ່ມຂຶ້ນ ອາດຂະຫຍາຍໄປສູ່ໝວດສິນຄ້າ ແລະ ບໍລິການອື່ນໆທີ່ກວ້າງໄປກວ່ານີ້ ຫຼື ບໍ່ ໂດຍລາຄາທີ່ພັກອາໄສທີ່ຖືກເບິ່ງວ່າ ເປັນອົງປະກອບເຊີງໂຄງສ້າງຂອງເງິນເຟີ້ ແລະ ຄິດເປັນ 1/3 ຂອງດັດສະນີລາຄາທັງໝົດປັບຂຶ້ນ 0,5% ໃນເດືອນມິຖຸນາ ເຊິ່ງສ່ວນຫຼາຍເປັນຜົນມາຈາກການເພີ່ມຂຶ້ນຂອງລາຄາຫ້ອງພັກໂຮງແຮມ.

ທັງນີ້, ເຖິງວ່ານັກວິເຄາະຫຼາຍຄົນເຫັນດີກັບເຟດ ແຕ່ກໍມີນັກວິເຄາະອີກບາງຄົນຊ້ຳຜັດມີຄວາມເຫັນຕ່າງກັນ ໂດຍ ທ່ານ ຊອງ ວອນ ຊອນ ນັກເສດຖະສາດມະຫາວິທະຍາໄລ ແມຣີເມົາທ໌ ກ່າວວ່າ: ການທີ່ ຄວາມຕ້ອງການເພີ່ມຂຶ້ນສູງ ແຕ່ການສະໜອງບໍ່ພຽງພໍ ກໍຍາກທີ່ຈະຫາເຫດຜົນມາອະທິບາຍວ່າ ເງິນເຟີ້ຈະເກີດຂຶ້ນພຽງຊົ່ວຄາວ ໂດຍ ທ່ານ ວອນ ຊອນ ຍັງອະທິບາຍວ່າ: ການຂາດແຄນແຮງງານ ກໍເປັນປັດໄຈໜຶ່ງທີ່ເຮັດໃຫ້ຄ່າແຮງງານເພີ່ມຂຶ້ນ ແລະ ເມື່ອຄ່າແຮງງານເພີ່ມຂຶ້ນ ກໍຈະດຶງລາຄາສິນຄ້າ ແລະ ບໍລິການເພີ່ມຂຶ້ນໄປຕາມໆກັນ, ດັ່ງນັ້ນຫາກເງິນເຟີ້ຍັງນັບມື້ເພີ່ມຂຶ້ນ ແລະ ແກ່ຍາວ ອາດເຮັດໃຫ້ເຟດຕັດສິນໃຈອີກຄັ້ງກໍເປັນໄດ້.