ສ້າງວັດ ພູຄູນລັດຕະນະ ພຸດທາລາມ ໃຫ້ປະຊາຊົນຄົນກາຍທາງໄດ້ແວ່ຢາມ

575

ການກໍ່ສ້າງ ວັດພູຄູນລັດຕະນະ ພຸດທາລາມ ບ້ານສາມແຍກ ເມືອງພູຄູນ ສຳເລັດແລ້ວຫຼາຍໜ້າວຽກ ຕໍ່ໄປວັດແຫ່ງນີ້ຈະກາຍເປັນສະຖານທີ່ທ່ອງທ່ຽວທາງວັດທະນະທຳ ເປັນບ່ອນສັກກາລະບູຊາຂອງປະຊາຊົນໃນເຂດນັ້ນລວມເຖິງຊາວລາວ ແລະນັກທ່ອງທ່ຽວທີ່ເດີນທາງຜ່ານເສັ້ນທາງ 13 ເໜືອໄດ້ມາກາບໄຫວ້ກ່ອນເດີນທາງຕໍ່ໄປຍັງຈຸດໝາຍ.


ໃນອາທິດຜ່ານນີ້ ທ່ານ ສົມສະຫວາດ ເລັ່ງສະຫວັດ ທີ່ປຶກສາຄະນະບໍໍລິຫານງານສູນກາງພັກ ແລະເຈົ້າສັດທາທຶນກໍ່ສ້າງ ໄດ້ລົງຕິດຕາມໂຄງການກໍ່ສ້າງ ວັດພູຄູນລັດຕະນະ ພຸດທາລາມ ຢູ່ບ້ານສາມແຍກເມືອງພູຄູນ ມີ ທ່ານ ທອງຈັນ ແພງຈັນທີ ເຈົ້າເມືອງພູຄູນ, ພ້ອມດ້ວຍການນໍາຂອງເມືອງ, ອົງການຈັດຕັ້ງບ້ານ, ເຖົ້າແກ່ແນວໂຮມໃຫ້ກຽດຕ້ອນຮັບ.

ການລົງຕິດຕາມໃນຄັ້ງນີ້ ໄດ້ຮັບຟັງການລາຍງານຄວາມຄືບໜ້າ ການຈັດຕັ້ງປະຕິບັດໜ້າວຽກຈາກ ທ່ານ ອານຸສິດ ຂັດຕິຍະລາດ ອຳນວຍການບໍລິສັດ ອານຸສິດ ສຳຫລວດອອກແບບ – ກໍ່ສ້າງເຄຫະສະຖານຈໍາກັດ ທ່ານກ່າວວ່າ: ການກໍ່ສ້າງໄດ້ເລີ່ມແຕ່ວັນທີ 29 ມີນາ ຫລັງຈາກ ທໍາພິທີທາງສາສະໜາແລ້ວ ໄດ້ເລີ່ມວຽກເປັນປົກກະຕິ ມາຮອດປັດຈຸບັນແມ່ນສຳເລັດຫຼາຍໜ້າວຽກ ແລະພວມເລັ່ງມືສືບຕໍ່ວຽກທີຍັງຄ້າງ ໃຫ້ສຳເລັດຕາມກຳນົດເວລາ.


ແຕ່ເນື້່ອງຈາກສະພາບອາກາດບໍ່ເອຶ້ອອຳນວຍ, ການຂົນສົ່ງວັດສະດຸ ເຂົ້າຫາເຂດກໍ່ສ້າງພົບຄວາມຫຍຸ້ງຍາກ ຈື່ງເຮັດໃຫ້ວຽກງານບາງດ້ານຫຼ້າຊ້າ ແຕ່ບໍລິສັດຈະພະຍາຍາມກໍ່ສ້າງໃຫ້ສຳເລັດ ໃນທ້າຍເດືອນພະຈິກປີ 2021 ນີ້.


ຂ່າວ: ໄລວັນ ໄຕຍະມາດ ນັກຂ່າວເມືອງພູຄູນ