“ ສະປາເກັດຕີ້ໝາກອຶຜັກຫົມ ” ເມນູມັງສາວິລັດ ເພື່ອສຸຂະພາບ

795

ໄລຍະນີ້ເປັນໄລຍະທີ່ຕ້ອງຮັກສາສຸຂະພາບ ຫຼາຍຄົນກໍເລືອກທີ່ຈະອອກກຳລັງກາຍ ແລະ ຫຼາຍຄົນກໍຈະເນັ້ນອາຫານການກິນທີ່ມີປະໂຫຍດຕໍ່ຮ່າງກາຍ ເພື່ອເຮັດໃຫ້ຮ່າງກາຍແຂງແຮງ ແນ່ນອນຖ້າເວົ້າເຖິງເລື່ອງອາຫານມື້ນີ້ຜູ້ຂຽນຈຶ່ງໄດ້ຫາສູດອາຫານທີ່ດີຕໍ່ສຸຂະພາບມາຝາກທຸກທ່ານ ເຊິ່ງເມນູມື້ນີ້ກໍຈະເປັນອາຫານມັງສາວິລັດສະໄຕລ໌ແບບຕ່າງປະເທດ ເມນູນີ້ກໍແມ່ນ ສະປາເກັດຕີ້ໝາກອຶຜັກຫົມ ວິທີເຮັດກໍງ່າຍ ລົດຊາດແຊບບໍ່ຜິດຫວັງແນ່ນອນ.

May be an image of food

ສ່ວນປະສົມ: ເສັ້ນສະປາເກັດຕີ້ລວກສຸກ 200 ກຣາມ, ນ້ຳມັນໝາກກອກ 3 ບ່ວງແກງ, ກະທຽມສັບ 2 – 3 ກີບ, ໝາກອຶນ້ຳເຕົ້າ 2 ຖ້ວຍ, ປວຍເລັ້ງ 100 ກຣາມ, ໝາກເຜັດປົ່ນ 1/2 – 1 ບ່ວງຊາ, ນ້ຳເລມອນກັບຜິວເລມອນຂູດ 1/2 ໜ່ວຍ, ເກືອປົ່ນ, ພິກໄທ ແລະ ວໍນັດສັບ 30 ກຣາມ.

May be an image of chow mein and indoor

ວິທີເຮັດ

1 ທານ້ຳມັນໝາກກອກປະມານ 1 ບ່ວງແກງ ລົງໃສ່ໝາກອຶນ້ຳເຕົ້າ ໃສ່ເກືອປົ່ນເພື່ອນຳໄປອົບໃນອຸນຫະພູມ 225 ອົງສາເຊ ປະມານ 40 – 50 ນາທີ ຫຼື ຈົນກວ່າຈະສຸກນຸ້ມ ແລ້ວແບ່ງເຄິ່ງໜຶ່ງໄປປັ່ນຈົນລະອຽດ.

2 ໃສ່ນ້ຳມັນໝາກກອກທີ່ເຫຼືອອີກ 2 ບ່ວງແກງໃສ່ໃນໝໍ້ກະທະໂດຍໃຊ້ໄຟກາງອ່ອນ ແລ້ວໃສ່ກະທຽມກັບໝາກເຜັດປົ່ນ ຂົ້ວຈັກໜ້ອຍໃສ່ໝາກອຶນ້ຳເຕົ້າລົງໄປຂົ້ວຈົນເຂົ້າກັນ.

3 ໃສ່ເສັ້ນສະປາເກັດຕີ້ກັບຜັກຫົມ ພ້ອມປຸງລົດຊາດດ້ວຍນ້ຳເລມອນ, ເກືອ, ພິກໄທ ຊາວໃຫ້ເຂົ້າກັນດີ ກຽມຈານຕັກໃສ່ ຕາມດ້ວຍໂຮຍຖົ່ວວໍນັດກັບເລມອນຂູດ.

May be an image of chow mein

ທີ່ມາ: https://cooking.kapook.com/view195420.html