ຄວາມສາມາດຄົບທັງກີລາ, ຮ້ອງເພງ ແລະ ໜ້າຕາຄອງໃຈສາວໆ ແລມໂບ້ ແສງວິໄລ ໝາຍເລກ 17

560

ດີກຣີເຈົ້າຂອງມົງກຸດຈາກເວທີປະກວດຊາຍງາມ Mister Power Men Laos 2020 ການມາປະກວດອີກຄັ້ງ ເພື່ອເດີນຕາມຄວາມຝັນ ແລະ ຊີງຕໍາແໜ່ງອີກໜຶ່ງເວທີມາໃຫ້ໄດ້ ແສງວິໄລ ຫຼວງສີສົງຄາມ ຫຼື ແລມໂບ້ ອາຍຸ 23 ປີ ຈາກແຂວງວຽງຈັນ ຄວາມໃຝ່ຝັນໃນການປະກວດແຕ່ລະຄັ້ງ ແລະ ໃນເວທີນີ້ກໍເຊັ່ນດຽວກັນ ຄືການຢາກເປັນຕົວແທນຂອງປະເທດລາວກ້າວໄປສູ່ເວທີສາກົນ ຢາກເປັນກະບອກສຽງໃຫ້ກັບໄວໜຸ່ມລາວວ່າຄົນລາວກໍບໍ່ນ້ອຍໜ້າຊາດໃດໃນໂລກ ຢາກເປັນຕົວແທນໃນການເຜີຍແຜ່ວັດທະນະທໍາ ແລະ ສະຖານທີ່ທ່ອງທ່ຽວທີ່ສວຍງາມຂອງຊາດລາວໃຫ້ຊາວໂລກໄດ້ຮູ້.

May be an image of 5 people and people standing

ຄໍາເວົ້າໜຶ່ງທີ່ໃຊ້ເຕືອນໃຈຕົນເອງມາໂດຍຕະຫຼອດແມ່ນ “ ຈົ່ງເຊື່ອໝັ້ນໃນຕົວເອງ ບໍ່ມີຄໍາວ່າເຈົ້າເຮັດບໍ່ໄດ້ ແລ້ວມື້ໜຶ່ງຈະເປັນມື້ຂອງເຮົາ ທໍ້ໄດ້ ແຕ່ຢ່າຖອຍ ຖອຍໄດ້ແຕ່ຢ່າທໍ້ ” ເພາະແລມໂບ້ເອງກໍບໍ່ເຄີຍທໍ້ບໍ່ວ່າຈະເຮັດສິ່ງໃດ ໃນການເດີນຕາມຄວາມຝັນແມ່ນຈະເຮັດໃຫ້ດີທີ່ສຸດ ແລະ ສຸດຄວາມສາມາດເລີຍ.

May be an image of 2 people, people sitting, wrist watch and indoor

ສິ່ງທີ່ແຕກຕ່າງຈາກຄົນອື່ນ ແລມໂບ້ຄິດວ່າ: ການເປັນຕົວຂອງຕົວເອງ ແລະ ເຮັດໃຫ້ຕົວເອງມີຄ່າໃນສາຍຕາຜູ້ອື່ນ ກ້າຄິດ, ກ້າສະແດງອອກ ແລະ ຢ່າໄປຝືນໃນສິ່ງທີ່ບໍ່ເປັນຕົວຂອງຕົວເອງ ແລ້ວມື້ນັ້ນຈະມີຄົນທີ່ເຫັນຄຸນຄ່າໃນຕົວເຮົາ ແລະ ອີກຢ່າງໜຶ່ງ ກໍຄືຄວາມສູງ 1,85 ຊັງຕີແມັດ ຈະເຮັດໃຫ້ທຸກຄົນຈື່ໃນ ຄວາມເປັນຕົວເຮົາໄດ້ດີທີ່ສຸດ ແລະ ແລມໂບ້ເອງ ກໍມີຄວາມສາມາດຄື: ຫຼິ້ນກີລາຕີມວຍ, ຕີບານ, ລອຍນ້ຳ, ຮ້ອງເພງ ເຄີຍຮ້ອງເພງໄດ້ທີ 2 ຂອງວິທະຍາໄລມາແລ້ວ ເວົ້າໄດ້ວ່າຄວາມສາມາດຄົບສົມກັບຕໍາແໜ່ງເລີຍ.

May be an image of 5 people and people standing

ສໍາລັບການກຽມຕົວແມ່ນກຽມຄວາມພ້ອມທາງດ້ານຮ່າງກາຍ ແລະ ຈິດໃຈ ສຶກສາ ຄວາມແຕກຕ່າງຈາກເວທີທໍາອິດທີ່ເຄີຍໄດ້ຜ່ານມານັ້ນມີຄວາມແຕກຕ່າງກັນແນວໃດ, ສຶກສາຈະເອົາຫຍັງໄປມັດໃຈກໍາມະການ ແລະ ກົດລະບຽບຕ່າງໆຂອງເວທີນີ້ ຕ້ອງປະຕິບັດໃຫ້ໄດ້ເພື່ອຈະເດີນທາງໄປເຖິງເປົ້າໝາຍທີ່ຕັ້ງໄວ້ໃຫ້ໄດ້.

May be an image of 2 people, people standing, indoor and text that says 'SE MISTER'

ໃນໄລຍະທີ່ໄດ້ດໍາລົງຕໍາແໜ່ງທີ່ຜ່ານມາ ກໍໄດ້ລົງພື້ນທີ່ຊ່ວຍເຫຼືອສັງຄົມມາໂດຍຕະຫຼອດ 1 ປີເຕັມ ຊ່ວຍເຫຼືອເດັກນ້ອຍທີ່ດ້ອຍໂອກາດ, ຢູ່ຫ່າງໄກສອກຫຼີກ ແລະ ຄົນທີ່ບໍ່ມີບ່ອນຢູ່ອາໄສ ຊ່ວຍເຫຼືອຢ່າງເຕັມກໍາລັງ ເຮັດແລ້ວມີຄວາມສຸກໂດຍບໍ່ຫວັງຜົນຕອບແທນ ໜ້າທີ່ຂອງເຮົາຄືເຮັດໃຫ້ຜູ້ໄດ້ຮັບການຊ່ວຍເຫຼືອມີຄວາມສຸກເທົ່ານັ້ນພໍ.

May be an image of 1 person, sitting and indoor

ເວລາວ່າງຂອງແລມໂບ້ເອງ ແມ່ນມັກອອກກໍາລັງກາຍ ເຊັ່ນວ່າ: ຕີບານ, ຟິສເນັດ, ເຕະບານ, ລອຍນໍ້າ ແລະ ອື່ນໆ ຮູບແບບຂອງການແຕ່ງຕົວກໍສະບາຍໆ ເປັນຕົວຂອງຕົວເອງ ນຸ່ງຫຍັງກໍໄດ້ທີ່ນຸ່ງອອກມາແລ້ວເຮັດໃຫ້ເຮົາດູດີ ແລະ ເປັນຕົວຂອງຕົວເອງທີ່ສຸດ ຝາກຜົນງານໄລຍະນີ້ກໍຢູ່ໃນໄລຍະຂອງການເກັບຕົວຂອງເວທີ Mister Laos Mister International Laos 2021 ຮອບ 20 ຄົນ ຝາກເຊຍຝາກເປັນກໍາລັງໃຈໃຫ້ແດ່ເດີ ແລມໂບ້ ເວທີນີ້ກໍເປັນເວທີທີ 2 ເຖິງແມ່ນວ່າທີ່ຜ່ານມາເຮົາໄດ້ທີ 1 The Winner ຈາກເວທີ Mister Power Men Laos 2020 ມາແລ້ວ ເຮົາມາປະກວດອີກຄັ້ງມັນເປັນຫຍັງທີ່ພູມໃຈໃນສິ່ງທີ່ຕົວເອງເຮັດໄດ້ ເຮັດອອກມາແລ້ວສະບາຍໃຈ ເຮັດອອກມາແລ້ວມີຄວາມສຸກ ການຮຽນຮູ້ບໍ່ມີມື້ສິ້ນສຸດ ຕາບໃດເຮົາຈະຢຸດມັນເອງ.

May be an image of 2 people and people sitting

ສຸດທ້າຍນີ້ ແລມໂບ້ ຝາກທຸກຄົນເຊຍເປັນກໍາລັງ ຈະເຮັດອອກມາໃຫ້ດີທີ່ສຸດເທົ່າທີ່ຕົວເອງຈະເຮັດໄດ້ ເຊຍໝາຍເລກ Mister17 ແດ່ເດີ.