ແຂວງຈໍາປາສັກ ຕີລາຄາປະເມີນຜົນວຽກງານສະກັດກັ້ນ, ປ້ອງກັນ, ຄວບຄຸມພະຍາດໂຄວິດ 19

441

ກອງປະຊຸມຕີລາຄາປະເມີນຜົນວຽກງານສະກັດກັ້ນ, ປ້ອງກັນ, ຄວບຄຸມພະຍາດໂຄວິດ 19 ຢູ່ແຂວງຈໍາປາສັກ ໄດ້ມີຂື້ນໃນວັນທີ 16 ກໍລະກົດ 2021 ທີ່ຫ້ອງວ່າການແຂວງຈຳປາສັກ ໂດຍການເປັນປະທານຂອງ ທ່ານ ວິໄລວົງ ບຸດດາຄໍາ ເຈົ້າແຂວງຈຳປາສັກ, ທ່ານ ສຈ. ດຣ.ພອນເທບ ພົນເສນາ ອາຈານແພດຊ່ຽວຊານອາວຸໂສ, ອະດີດການນຳສະພາແຫ່ງຊາດ.

ມີ ທ່ານ ໂສມ ບຸດຕະກຸນ ຮອງເຈົ້າແຂວງຈຳປາສັກ, ຜູ້ປະຈຳການ ຊີ້ນຳ ວຽກງານຕ້ານໂຄວິດ-19 ຂັ້ນແຂວງ, ທ່ານ ນາງ ດຣ.ລັດສະໝີ ວົງຄໍາຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ພ້ອມດ້ວຍຄະນະ ຊ່ຽວຊານຈາກກະຊວງ ແລະອົງການອະນາໄມໂລກ, ມີ ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ແຂວງຈຳປາສັກ ຂອງແຕ່ລະພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.


ກອງປະຊຸມໄດ້ສະຫລຸບຄືນສະພາບການລະບາດ, ການກະກຽມຄວາມພ້ອມຮອບດ້ານ ເພື່ອຮັບມືກັບການບະບາດຂອງພະຍາດໂຄວິດ-19, ຂໍ້ຫຍຸ້ງຍາກ, ມາດຕະການໃນຕໍ່ໜ້າ ແລະ ຂໍ້ສະເໜີຂອງຂະແໜງການສາທາລະນະສຸກ ບັນຫາຫຼັກກໍ່ແມ່ນ ບັນຫາແຮງງານລາວທີ່ເດີນທາງກັບມາຈາກປະເທດທີ່ມີການລະບາດໃນຊຸມຊົນ ຍັງມີຈໍານວນຫຼວງຫຼາຍໃນແຕ່ລະວັນ ສົ່ງຜົນໃຫ້ສູນກັກກັນ ເກີດມີຄວາມແອອັດ, ສະຖານທີ່ການປິ່ນປົວ ແລະ ການປ້ອງກັນ ການລັກລອບເຂົ້າເມືອງແບບຜິດກົດໝາຍ ບໍ່ຜ່ານດ່ານ.

ໃນກອງປະຊຸມ ທ່ານ ສຈ.ດຣ.ພອນເທບ ພົນເສນາ ພ້ອມດ້ວຍຄະນະຊ່ຽວຊານ ຈາກ ກະຊວງສາທາລະນະສຸກ ແລະຊ່ຽວຊານຈາກອົງການອະນາໄມໂລກ ໄດ້ໃຫ້ຄຳແນະນຳ ໃນການປະເມີນ ແລະຄາດຄະເນທ່າອຽງຂອງການລະບາດ ແລະ ບາງມາດຕະການ ທີ່ ແຂວງຈໍາປາສັກ ຄວນເອົາໃຈໃສ່ ໃນການຮັບມືກັບການລະບາດ ໃນຕໍ່ໜ້າ.


ໂອກາດດັ່ງກ່າວ, ທ່ານ ວິໄລວົງ ບຸດດາຄໍາ ເຈົ້າແຂວງຈຳປາສັກ ໄດ້ມີຄຳເຫັນຊີ້ນຳຕໍ່ ກອງປະຊຸມ ເພື່ອແກ້ໄຂສະຖານະການລະບາດຂອງພະຍາດໂຄວິດ-19 ຢູ່ແຂວງຈຳປາສັກ ແຕ່ລະພາກສ່ວນ ຈະຕ້ອງໄດ້ຖືເອົາ ຄໍາສັ່ງເລກທີ 15/ນຍ ຂອງທ່ານນາຍົກລັດຖະມົນຕີ ໃນການຈັດຕັ້ງປະຕິບັດຢ່າງເຂັ້ມງວດ, ເພື່ອປັບປຸງ ແລະ ຍົກລະດັບ ບາງ ມາດຕະການ, ສືບຕໍ່ ປະຕິບັດ ຄຳສັ່ງຂອງທ່ານເຈົ້າແຂວງ ແລະ ນິຕິກຳຕ່າງໆ ຂອງ ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຂັ້ນແຂວງ ແລະ ວາງມາດຕະການ ໃນການຈັດຕັ້ງປະຕິບັດໃນຕໍ່ໜ້າ ໃຫ້ມີຄວາມຮັດກຸມ ຂື້ນຕື່ມ.

ຕ້ອງໄດ້ ປັບປຸງ ວຽກງານໂຄສະນາ ໂດຍສະເພາະ ຜູ້ທີ່ລັກລອບເຂົ້າເມືອງແບບບໍ່ຖືກຕ້ອງ (ແບບ ຜິດກົດໝາຍ ບໍ່ຜ່ານດ່ານ ), ຍົກລະດັບ ມາດຕະການ ບໍລິຫານ ຂອດປະສານງານຂອງ ແຕ່ລະອະນຸກຳມະການສະເພາະກິດ ທຸກພາກສ່ວນໃຫ້ດີຂຶ້ນ.

ຂ່າວ: ທັດຊະນະ