ຈີນ ກຽມສັກວັກແຊັງ mRNA ກະຕຸ້ນ ພູມຄຸ້ມກັນຜູ້ທີ່ໄດ້ຮັບວັກແຊັງເຊື້ອຕາຍ

513

ສຳນັກຂ່າວຕ່າງປະເທດລາຍງານ ເມື່ອວັນທີ 16 ກໍລະກົດ 2021 ວ່າ: ຈີນວາງແຜນນຳໃຊ້ວັກແຊັງທີ່ຜະລິດຈາກເຕັກໂນໂລຊີ mRNA ເຊິ່ງຜະລິດໂດຍ ບໍລິສັດ ໂຟຊຸມ ຟາມາ ( Fosum Pharma ) ຮ່ວມກັບ ບໍລິສັດ ໄບອອນເທັກຂອງເຢຍລະມັນ ໂດຍຈະໃຊ້ເປັນວັກແຊັງ ບູສເຕີ ( Booster ) ເຂັມທີ 3 ໃຫ້ແກ່ຜູ້ທີ່ໄດ້ຮັບວັກແຊັງເຊື້ອຕາຍ.

ລາຍງານລະບຸວ່າ: ວັກແຊັງປ້ອງກັນໂຄວິດທີ່ຈະຜະລິດອອກມານີ້ມີຊື່ວ່າ: “ ຄອມເມີນາຕີ Comirnaty ” ຫຼື BNT162b2 ເຊິ່ງວັກແຊັງຊະນິດດຽວກັນກັບຂອງບໍລິສັດ Pfizer ຂອງອາເມຣິກາ.

ກ່ອນໜ້ານີ້ ບໍລິສັດໂຟຊຸມ ແລະ ໄບອອນເທັກ ເປີດເຜີຍວ່າ: ກຽມສ້າງຕັ້ງໂຮງງານຜະລິດວັກແຊັງ mRNA ຢູ່ທີ່ນະຄອນຊຽງໄຮ້ ໂດຍຂະນະນີ້ວັກແຊັງດັ່ງກ່າວໄດ້ຜ່ານການພິຈາລະນາຈາກຄະນະຜູ້ຊ່ຽວຊານ ແລະ ສຳນັກງານຄຸ້ມຄອງກ່ຽວກັບຢາຂອງ ສປ ຈີນແລ້ວ, ໃນຂະນະທີ່ໂຮງງານກໍມີຄວາມພ້ອມທີ່ຈະຜະລິດໃນເດືອນສິງຫານີ້ ໂດຍມີກຳລັງການຜະລິດ 1 ພັນລ້ານກວ່າໂດສຕໍ່ປີ.

ຫຼ້າສຸດ ບໍລິສັດ ໂຟຊຸມ ສາມາດບັນລຸຂໍ້ຕົກລົງຜະລິດໃຫ້ແກ່ໄຕ້ຫວັນແລ້ວ ຈຳນວນ 10 ລ້ານໂດສ, ຂະນະທີ່ມະຫາວິທະຍາໄລໃນຮົງກົງ ກຳລັງສຶກສາການນຳໃຊ້ວັກແຊັງສູດປະສົມລະຫວ່າງວັກແຊັງໂຄເມີນາຕີ ແລະ ຊີໂນແວັກ, ໃນຂະນະທີ່ຈີນ ກໍກຳລັງສຶກສາວິໄຈໃນການນຳໃຊ້ວັກແຊັງ mRNA ແລະ ວັກແຊັງເຊື້ອຕາຍ ໂດຍຜົນການວິໄຈເປັນທີ່ໜ້າພໍໃຈ.