ເສດຖະກິດຈີນ ໄຕມາດ 2 ຂະຫຍາຍຕົວ ເກືອບ 8%

206

ສຳນັກຂ່າວຕ່າງປະເທດລາຍງານວ່າ: ເສດຖະກິດຂອງ ສປ ຈີນ ໃນໄຕມາດ 2 ຂອງປີ 2021 ຂະຫຍາຍຕົວ 7,9% ເມື່ອທຽບກັບໄລຍະດຽວກັນຂອງປີຜ່ານມາ ແຕ່ຍັງຕ່ຳກວ່າທີ່ນັກເສດຖະສາດຄາດການໄວ້ ເຊິ່ງຄາດວ່າຈະຢູ່ທີ່ລະດັບ 8,1% ຂະນະທີ່ຍອດຂາຍສິນຄ້າ ແລະ ສົ່ງອອກເລີ່ມຂະຫຍາຍຕົວຊ້າລົງໃນເດືອນມິຖຸນາຜ່ານມາ.

ທັງນີ້, ນັກເສດຖະສາດປະຈຳທະນາຄານ UOB ກ່າວວ່າ: ສິ່ງທີ່ໜ້າເປັນຫ່ວງໃນຂະນະນີ້ ກໍຄືການຂະຫຍາຍຕົວຂອງເສດຖະກິດຈີນ ບໍ່ເທົ່າກັນ, ຂະນະທີ່ຍອດການຂາຍສິນຄ້າ ແລະ ບໍລິການ ລວມທັງຜະລິດຕະພັນສົ່ງອອກເລີ່ມຂະຫຍາຍຕົວຊ້າລົງເມື່ອໄລຍະເດືອນມິຖຸນາທີ່ຜ່ານມາ ເນື່ອງຈາກພາກການສົ່ງອອກໄດ້ຮັບຜົນກະທົບຈາກອັດຕາການຜະລິດລົດຍົນເພື່ອສົ່ງອອກຫຼຸດລົງ.

ໃນໄຕມາດ 1 ຂອງປີ 2021 ເສດຖະກິດຈີນ ຂະຫຍາຍຕົວສູງເຖິງ 18,3% ເມື່ອທຽບກັບໄລຍະດຽວກັນຂອງປີຜ່ານມາ ເຊິ່ງຖືວ່າເປັນການຂະຫຍາຍຕົວສູງທີ່ສຸດເທົ່າທີ່ເຄີຍບັນທຶກມາ, ທັງນີ້ ຈີນ ສາມາດຄວບຄຸມການແຜ່ລະບາດຂອງພະຍາດໂຄ ວິດ – 19 ໄດ້ຢ່າງໄວວາ ເຮັດກິດຈະກຳດ້ານເສດຖະກິດກັບຄືນມາສູ່ສະພາບປົກກະຕິໄວຂຶ້ນ ລວມທັງການຊ່ວຍເຫຼືອດ້ານການເງິນຕໍ່ພາກທຸລະກິດ ເຮັດໃຫ້ການສົ່ງອອກຂະຫຍາຍຕົວຢ່າງຕໍ່ເນື່ອງ ເຮັດໃຫ້ຈີນກາຍເປັນປະເທດໜຶ່ງທີ່ສາມາດຟື້ນຟູເສດຖະກິດໄດ້ໄວທີ່ສຸດໃນໂລກ ໂດຍລັດຖະບານຈີນໄດ້ຕັ້ງເປົ້າໄວ້ວ່າເສດຖະກິດຈີນ ປີ 2021 ນີ້ ຈະຂະຫຍາຍຕົວ 6% ຂຶ້ນໄປ.