ສ່ອງປະຫວັດ ຜູ້ຕິດເຊື້ອໂຄວິດ ເສຍຊີວິດ 1 ຄົນ ທີ່ເປັນກໍລະນີທີ 5 ໃນລາວ

951

ໃນວັນທີ 18 ກໍລະກົດ 2021  ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມ ຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຕາງໜ້າກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ທີ່ກະຊວງສາທາລະນະສຸກ.

ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມ ຄວບຄຸມພະຍາດຕິດຕໍ່ ກ່າວວ່າ: ມາຮອດວັນທີ 18 ກໍລະກົດ ລາວ ມີຕົວເລກຜູ້ເສຍຊີວິດສະສົມ 5 ຄົນ. ໃນນັ້ນຜູ້ເສຍຊີວິດໃໝ່ 1 ຄົນ, ລາຍລະອຽດມີດັ່ງນີ້: ເພດຊາຍ, ອາຍຸ 49 ປີ, ບ້ານ ໜອງບົວທ່າ, ເມືອງສອງຄອນ, ແຂວງສະຫວັນນະເຂດ, ອາຊີບ ຂາຍອາຫານຢູ່ປະເທດໄທ.

ກ່ອນເດີນທາງເຂົ້າມາ ສປປ ລາວ ໄດ້ກວດຊອກຫາເຊື້ອໂຄວິດ-19 ໃນວັນທີ 9 ກໍລະກົດ 2021 ຢູ່ປະເທດໄທ ແລະ ຜົນກວດແມ່ນພົບເຊື້ອ ເນື່ອງຈາກສະພາບການລະບາດຂອງປະເທດໄທ ແລະ ຕ້ອງລໍຖ້າເພື່ອຮັບເຂົ້າສະຖານທີ່ປີ່ນປົວ ຜູ້ກ່ຽວຈີ່ງໄດ້ສະເໜີຂໍກັບມາປີ່ນປົວ ຢູ່ ສປປລາວ.

ວັນທີ 13 ກໍລະກົດ 2021 ຜູ້ກ່ຽວເດີນທາງມາ ສປປ ລາວ ໂດຍຜ່ານ ດ່ານຂົວມິດຕະພາບ 2 ແລະ ຖືກນຳສົ່ງເຂົ້າປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ຖືກກຳນົດໄວ້ ພ້ອມທັງ ເກັບຕົວຢ່າງກວດຫາເຊື້ອ. ເວລາ 15:00 ໂມງ ຂອງມື້ດຽວກັນ ຜູ້ກ່ຽວຮູ້ສຶກອິດເມື່ອຍ, ຫາຍໃຈຝຶດ, ແໜ້ນໜ້າເອີກ, ໄຂ້ ແລະ ຖອກທ້ອງ, ໃນເວລາ 16:30 ໂມງ ຜົນກວດວິເຄາະ ຢັ້ງຢືນວ່າ ພົບເຊື້ອໂຄວິດ-19.

ໃນວັນທີ 16 ກໍລະກົດ 2021 ຜູ້ກ່ຽວໄອ, ແໜ້ນໜ້າເອິກ, ນອນຫງາຍບໍ່ໄດ້ ແລະ ໃນເວລາ 11:10 ໂມງ ຜູ້ກ່ຽວ ເລິ່ມບໍ່ຮູ້ສະຕິ, ປາຍຕີນປາຍມືກໍ່າແຫຼ້, ແພດໝໍ ແລະ ພະຍາບານ ໄດ້ສຸມທຸກກຳລັງຊ່ວຍຊີວິດຜູ້ກ່ຽວຢ່າງສຸດຄວາມສາມາດ ແຕ່ອາການຂອງຜູ້ກ່ຽວໜັກຫຼາຍ ຈຶ່ງບໍ່ສາມາດກອບກູ້ຊີວິດຂອງຜູ້ກ່ຽວໄດ້ ແລະ ຜູ້ກ່ຽວໄດ້ເສຍຊີວິດລົງ ໃນເວລາ 5:30 ໂມງ ຂອງວັນທີ 17 ກໍລະກົດ 2021.