18 ກໍລະກົດ ສປປລາວ ຕິດເຊື້ອໃໝ່ 131 ຄົນ ເສຍຊີວິດ 1 ຄົນ ໃນນີ້ແຂວງຈຳປາສັກ ເຊື້ອຊຸມຊົນ 8 ຄົນ

885

ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມ ຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຕາງໜ້າກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ຖະແຫຼງຂ່າວປະຈຳ ວັນທີ 18 ກໍລະກົດ 2021

ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມ ຄວບຄຸມພະຍາດຕິດຕໍ່ ກ່າວວ່າ: ມາຮອດປະຈຸບັນຕົວເລກສະສົມຜູ້ຕິດເຊື້ອໃນ ສປປ ລາວ ມີທັງໝົດ 3.426 ຄົນ, ມີຕົວເລກສະສົມຜູ້ເສຍຊີວິດ 5 ຄົນ, ຍັງມີຜູ້ນອນປິ່ນປົວ 1.132  ຄົນ, ທົ່ວປະເທດມີສູນຈໍາກັດບໍລິເວນທີ່ເປີດນໍາໃຊ້ຢູ່ທັງໝົດ 48 ສູນ, ມີຜູ້ຈໍາກັດບໍລິເວນທັງໝົດ 6.145 ຄົນ. ໃນວັນທີ 17 ກໍລະກົດ ໄດ້ເກັບຕົວຢ່າງໄປກວດວິເຄາະຫາເຊື້ອທັງໝົດ 2.356 ກໍລະນີ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 131 ຄົນ, ໃນນັ້ນ ຈຳປາສັກ 30​ ຄົນ, ສະຫວັນນະເຂດ 76 ຄົນ, ສາລະວັນ 10 ຄົນ, ນະຄອນຫຼວງວຽງຈັນ 7 ຄົນ, ບໍລິຄຳໄຊ 1 ຄົນ ແລະ ຄຳມ່ວນ 7 ຄົນ.

ໃນນັ້ນ ກໍລະນີນຳເຂົ້າມີ 123 ຄົນ ເປັນການນຳເຂົ້າຈາກແຮງງານລາວ ທີ່ກັບມາແຕ່ປະເທດເພື່ອນບ້ານ ໂດຍຖືກຕ້ອງຕາມກົດໝາຍ, ສ່ວນການຕິດເຊື້ອໃນຊຸມຊົນມີ 8 ຄົນ ຈາກ ຢູ່ແຂວງຈຳປາສັກ ທີ່ມີປະຫວັດສຳຜັດໃກ້ຊິດນຳຜູ້ຕິດເຊື້ອເກົ່າ.

ປະຈຸບັນ ສປປ ລາວ ໂດຍສະເພາະ ແມ່ນ ແຂວງຈຳປາສັກ, ແຂວງສະຫວັນນະເຂດ ແລະ ຄຳມ່ວນ ມີລາຍງານຜູ້ຕິດເຊື້ອໃໝ່ ຫຼາຍໃນແຕ່ລະວັນ ເຊິ່ງກວດພົບຈາກແຮງງານລາວ ທີ່ເດີນທາງກັບມາຈາກປະເທດໄທ, ໃນນັ້ນ ໄດ້ມີການສຸ່ມກວດຊອກຫາສາຍພັນ ແລະ ພົບເຫັນສາຍພັນເດວຕ້າ. ຕໍ່ກັບສະພາບການດັ່ງກ່າວ, ຈຶ່ງມີຄວາມຈຳເປັນຢ່າງຍິ່ງ ທີ່ຈະຕ້ອງໄດ້ປະຕິບັດຕາມແຈ້ງການຂອງຄະນະສະເພາະກິດຂັ້ນສູນກາງ ກໍ່ຄື ຂັ້ນແຂວງ ຢ່າງເຄັ່ງຄັດ ໂດຍສະເພາະ ການເດີນທາງເຂົ້າ-ອອກ ເຂດທີ່ຖືກກຳນົດເປັນເຂດແດງ ເຊິ່ງເປັນພື້ນທີ່ ທີ່ມີການແຜ່ເຊື້ອ. ດັ່ງນັ້ນ, ຈຶ່ງຮຽກຮ້ອງໃຫ້ປະຊາຊົນ ແລະ ທຸກພາກສ່ວນໃນສັງຄົມ ໃສ່ຜ້າປິດປາກ-ດັງ ເມື່ອອອກຈາກບ້ານ, ຫຼີກລ້ຽງການເດີນທາງໄປຍັງສະຖານທີ່ສ່ຽງ ຖ້າບໍ່ມີຄວາມຈຳເປັນ, ໝັ່ນລ້າງມືດ້ວຍນ້ຳສະອາດໃສ່ສະບູ ຫຼື ເຈວລ້າງມືຂ້າເຊື້ອ, ຮັກສາໄລຍະຫ່າງ, ງົດການຊຸມແຊວໃນຄອບຄົວ ຫຼື ໝູ່ເພື່ອນ ເພາະສ່ຽງຕໍ່ການຕິດເຊື້ອຈາກສາຍພັນເດວຕ້າ. ສຳລັບ ຜູ້ປະກອບການ ກໍ່ໃຫ້ມີມາດຕະການກັ່ນກອງ ແລະ ປະຕິບັດມາດຕະການປ້ອງກັນການຕິດເຊື້ອຢ່າງເຄັ່ງຄັດ. ສຳຄັນທີ່ສຸດ ແມ່ນຈະຕ້ອງໄດ້ປະຕິບັດວິຖີການດຳລົງຊີວິດປົກກະຕິແບບໃໝ່ເຊັ່ນ: ໝັ່ນລ້າງມື, ຮັກສາໄລຍະຫ່າງ, ໃສ່ຜ້າອັດປາກ-ດັງ, ສັກຢາວັກຊີນ.

ອີກເທື່ອໜຶ່ງ, ຂໍຮຽກຮ້ອງມາຍັງ ພໍ່ແມ່, ປະຊາຊົນ, ທະຫານ, ຕຳຫຼວດ ກໍ່ຄື ກຸ່ມສ່ຽງອື່ນໆ ພ້ອມໃຈກັນໄປຮັບການສັກວັກຊີນ ບໍ່ວ່າ ເຂັມ 1 ຫຼື ເຂັມ 2 ເພາະເປັນວິທີການດຽວ ແລະ ດີທີ່ສຸດ ໃນການຫຼຸດຜ່ອນ, ສະກັດກັ້ນ ການແຜ່ເຊື້ອ ຂອງພະຍາດໂຄວິດ-19 , ຖ້າທຸກຄົນ ພາຍໃນປະເທດ ໄດ້ຮັບວັກຊີນ ຫຼາຍກວ່າ 50% ຂື້ນໄປ ຈະເຮັດໃຫ້ພວກເຮົາ ມີພູມຄຸ້ມກັນໃນຊຸມຊົນ (ໝູ່) ແລະ ເຮັດໃຫ້ສາມາດກັບມາດຳເນີນຊີວິດແບບປົກກະຕິໂດຍໄວ. ທ່ານສາມາດໄປຮັບວັກຊີນຕາມຈຸດບໍລິການຕ່າງໆ​ ທີ່ທາງຄະນະສະເພາະກິດກຳນົດໄວ້. ສຳລັບທ່ານທີ່ໄດ້ສັກເຂັມທີ 1 ຢູ່ຈຸດບໍລິການໃດ,​ ເມື່ອຮອດກຳນົດ ໃຫ້ກັບຄືນໄປສັກຢູ່ຈຸດບໍລິການເກົ່າ ເພື່ອຫຼຸດຜ່ອນຄວາມແອອັດ, ບໍ່ເປັນລະບຽບ ແລະ ປ້ອງກັນການຕິດເຊື້ອ ແລະ ຊ່ວຍໃຫ້ແພດໝໍພວກເຮົາ ສາມາດເກັບກຳຂໍ້ມູນການສັກວັກຊີນຂອງທ່ານໄດ້ຢ່າງຖືກຕ້ອງຄົບຖ້ວນ.