ວັກຊີນ Johnson & Johnson ຈະຖືກຈັດສົ່ງໄປບັນດາແຂວງທົ່ວປະເທດ 19-25 ກໍລະກົດນີ້ ຂໍໃຫ້ທ້ອງຖິ່ນຈັດສັນການສັກໃຫ້ເປັນລະບຽບ

954

ໃນວັນທີ 17 ກໍລະກົດ 2021  ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມ ຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ,  ທ່ານ ດຣ. ພອນປະເສີດ ອຸນາພົມ ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ ຕາງໜ້າກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ທີ່ກະຊວງສາທາລະນະສຸກ. 

ທ່ານ ດຣ. ພອນປະເສີດ ອຸນາພົມ ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກ່າວວ່າ: ມາຮອດປະຈຸບັນ ສປປ ລາວເຮົາ ໄດ້ສັກວັກຊີນຫລືວັກແຊັງໃຫ້ພໍ່ແມ່ປະຊາຊົນ ທັງໝົດເຂັມທີ 1 ໄດ້ 1.050.680 ໂດສ ແລະ ເຂັມທີ 2 ສັກໄດ້ 722.542 ໂດສ, ເຊິ່ງຫຼາຍແຂວງກໍ່ກຳລັງເລັ່ງສັກ ເພື່ອສ້າງພູມຄຸ້ມກັນໃຫ້ປະຊາຊົນພາຍໃນແຂວງຕົນເອງ ແລະ ແຂວງທີ່ໄດ້ສັກຫຼາຍກວ່າໝູ່ແມ່ນ ນະຄອນຫຼວງວຽງຈັນ ກວມເອົາ 43,5% ຂອງຈຳນວນພົນລະເມືອງ, ຖັດມາແມ່ນແຂວງບໍ່ແກ້ວ ກວມເອົາ 39,9% ຂອງຈຳນວນພົນລະເມືອງພາຍໃນແຂວງ, ພາຍຫຼັງທີ່ວັກຊີນ ຈອນຊັນ ແອນ ຈອນຊັນ Johnson & Johnson ທີ່ລັດຖະບານສະຫະລັດອາເມລິການໄດ້ຊ່ວຍເຫຼືອຈຳນວນ 1.008.000 ໂດສກໍໄດ້ມາຮອດລາວແລ້ວ ດັ່ງນັ້ນເຮັດໃຫ້ ສປປ ລາວ ມີວັກຊີນທັງໝົດ 3.143.620 ໂດສ ຈະສາມາດສັກໃຫ້ໄດ້ 2.075.810 ຄົນ ກວມເອົາ 29% ຂອງພົນລະເມືອງທັງໝົດ ແຕ່ຖ້າໄລ່ໃສ່ແຕ່ຜູ້ທີ່ຢູ່ໃນເກນສັກໄດ້ ມີອາຍຸ 18 ຂຶ້ນໄປ ແມ່ນຈະກວມເອົາ 46%.

ນອກນີ້ພວກເຮົາຍັງຈະໄດ້ຮັບການຊ່ວຍເຫຼືອດ້ານວັກຊິນອີກໃນໄຕມາດທີ 3-4 ຄາດວ່າຈະສາມາດສັກໄດ້ເກີນ 50% ຕາມທີ່ເປົ້າໝາຍໄດ້ວາງໄວ້, ດັ່ງນັ້ນຂໍໃຫ້ແຕ່ລະແຂວງຈົ່ງຮີບຮ້ອນສັກວັກຊີນ ຍີ່ຫໍ້ ຊີໂນຟາມ ທີ່ໄດ້ສົ່ງໄປຄັ້ງກ່ອນໃຫ້ສຳເລັດພາຍໃນເດືອນກໍລະກົດ ເພາະວ່າທາງສູນກາງຈະໄດ້ສົ່ງວັກແຊງ Johnson & Johnson ໄປໃຫ້ຄາດວ່າຈະໄດ້ຈັດສົ່ງໃນວັນທີ 19-25 ເດືອນກໍລະກົດນີ້ ແລະ ຂໍໃຫ້ແຕ່ລະແຂວງມີການກະກຽມຄວາມພ້ອມໂດຍສະເພາະແມ່ນກຸ່ມເປົ້າໝາຍທີ່ຈະເຂົ້າສັກ, ສະຖານທີ່, ເວລາ ໃຫ້ມີຄວາມລະອຽດ, ຫຼີກເວັ້ນການແອອັດຂອງປະຊາຊົນທີ່ຈະມາໃຊ້ບໍລິການໃນແຕ່ລະຈຸດ, ຂໍໃຫ້ມີການແຈ້ງການຄັກແນ່ ໂດຍປະສານງານກັບອຳນາດການປົກຄອງທ້ອງຖິ່ນ ເພື່ອຈະແຈ້ງຂ່າວໃຫ້ພໍ່ແມ່ປະຊາຊົນ, ຫົວໜ່ວຍທຸລະກິດ ທີ່ຍັງບໍ່ທັນຮັບວັກຊິນ ເພື່ອໃຫ້ເຂົາສາມາດເຂົ້າເຖິງ ແລະ ມີຄວາມປອດໄພໃນສະຖານທີ່ບໍລິການ.

ສຳລັບວັກຊີນ Johnson & Johnson ເປັນວັກຊີນຊະນິດໜຶ່ງທີ່ແຕກຕ່າງຈາກຊະນິດອື່ນ ຄືສັກພຽງເຂັມດຽວກໍສາມາດສ້າງພູມຄຸ້ມກັນໄດ້, ດັ່ງນັ້ນຂໍຮຽກຮ້ອງມາຍັງພໍ່ແມ່ປະຊາຊົນ ຈົ່ງໃຫ້ການຮ່ວມມືກັບຄະນະກຳມະການຮັບຜິດຊອບຈຸດສັກຢາ, ມີການຈັດຕັ້ງໃຫ້ການບໍລິການວັກຊີນ ໂດຍສະເພາະຄວາມປອດໄພ ໂດຍການຮັກສາໄລຍະຫ່າງ, ການໃສ່ຜ້າປິດປາກ-ດັງ, ການລ້າງມື ຫຼີກເວັ້ນການແອອັດ, ອັ່ງອໍໃນສະຖານທີ່ບໍລິການສັກວັກຊີນຄືດັ່ງທີ່ຜ່ານມາ.