ແຂວງສະຫວັນນະເຂດ ປິ່ນປົວຜູ້ຕິດເຊື້ອພະຍາດ ໂຄວິດ-19 ດີຕື່ມອີກ 7 ກໍລະນີ 

859

ວັນທີ 16 ກໍລະກົດ 2021 ເວລາ 15:00 ໂມງ ໄດ້ມີພິທີມອບ – ຮັບຜູ້ທີ່ປິ່ນປົວດີຈາກພະຍາດ ໂຄວິດ-19 ຈຳນວນ 7 ກໍລະນີ ທີ່ໄດ້ຮັບການປິ່ນປົວ ຢູ່ສູນປີ່ນປົວພະຍາດໂຄວິດ-19 ( ວິທະຍາໄລ ວິທະຍາສາດ ສຸຂະພາບ ) ແຂວງສະຫວັນນະເຂດ.ໂດຍການເຂົ້າຮ່ວມຂອງ ທິມແພດປິ່ນປົວ, ຄອບຄົວ ຂອງຄົນເຈັບກໍ່ໄດ້ເຂົ້າຮ່ວມໃນການມອບ-ຮັບຄັ້ງນີ້.


ທິມແພດປິ່ນປົວ ໄດ້ກ່າວຕໍ່ໍ່ ຜູ້ທີ່ປີ່ນປົວດີເເລະ ຄອບຄົວວ່າ: ພາຍຫຼັງທີ່ກັບເມືອບ້ານແລ້ວ ຕ້ອງໄດ້ມີການສືບຕໍ່ ແຍກປ່ຽວກັກບໍລິເວນໂຕເອງຢູ່ເຮືອນຕື່ມອີກ 14 ວັນ, ໃຫ້ເອົາໃຈໃສ່ປະຕິບັດມາດຕະການປ້ອງກັນຢ່າງເຂັ້ມງວດ ໃຫ້ຮັກສາໄລຍະຫ່າງທາງສັງຄົມ, ໃສ່ຜ້າອັດປາກ, ແລະ ໝັ່ນລ້າງມືໃສ່ສະບູຫຼື ເຈັວຂ້າເຊື້ອ ເປັນປະຈໍາ ຕະຫຼອດເຖິງ ການຕິດຕາມອຸນຫະພູມ ແລະ ອາການເຈັບເປັນຂອງຕົນເອງໃນແຕ່ລະວັນ, ຖ້າມີອາການເຈັບເປັນໃດໜຶ່ງ ແມ່ນໃຫ້ໂທປຶກສາແພດເພື່ອຂໍຄໍາແນະນໍາໃນການປະຕິບັດຕົນ,ທ່ານຍັງໄດ້ເນັ້ນໜັກໃຫ້ທາງຄອບຄົວ ແລະ ອໍານາດການປົກຄອງບ້ານໄດ້ຊີ້ແຈງຕໍ່ປະຊາຊົນພາຍໃນບ້ານໃຫ້ມີຄວາມເຂົ້າໃຈ ແລະ ໂດຍສະເພາະບໍ່ໃຫ້ມີການລັງກຽດຕໍ່ຜູ້ຕິດເຊື້ອພະຍາດໂຄວິດ-19, ຜູ້ທີ່ໄດ້ຮັບການປິ່ນປົວດີແລ້ວ ແລະ ຄອບຄົວຂອງເຂົາເຈົ້າ.

ໃຫ້ທຸກຄົນໃນສັງຄົມພ້ອມກັນເປັນກຳລັງໃຈ ແລະ ໃຫ້ການສະໜັບສະໜູນ ແລະ ການແນະນຳທີ່ດີຜູ້ທີ່ຕິດເຊື້ອ ກໍຄືຜູ້ທີ່ປິ່ນປົວດີ ແລ້ວເພື່ອໃຫ້ມີກຳລັງໃຈສືບຕໍ່ການປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19 ແລະ ການດໍາລົງຊີວິດປົກກະຕິແບບໃໝ່ ( New normal ) ທີ່ປອດໄພໃນຄອບຄົວ ແລະ ໃນສັງຄົມ.
ແຂວງສະຫວັນນະເຂດ ຜູ້ຕິດເຊື້ອສະສົມ 516 ຄົນ, ຍັງຢູ່ສູນປິ່ນປົວ 355 ຄົນ ແລະ ປິ່ນປົວດີແລ້ວ 161 ຄົນ, ຍິງ 87 ຄົນ.
ລາຍຊື່ຜູ້ທີ່ປິ່ນປົວຫາຍດີແລ້ວ ແລະ ອອກຈາກສູນປິ່ນປົວໃນວັນທີ 16 ກໍລະກົດ 2021 ມີ 7 ຄົນຄື:
1. ທ້າວ ດຳສົມພອນ ສາລະພູວັນ ອາຍຸ 31 ປີ, ບ້ານ ແຈລະມ໋ອງ, ເມືອງ ອາດສະພັງທອງ ແຂວງ ສະຫວັນນະເຂດ, ວັນທີເຂົ້າໂຮງໝໍ 30 ມີຖຸນາ 2021, ວັນທີ ອອກໂຮງໝໍ 17 ກໍລະກົດ 2021. ລວມວັນນອນປີ່ນປົວ 17 ວັນ.
2. ທ້າວ ເຫຼົາຄຳ ໄຊຍະວົງ ອາຍຸ 22 ປີ, ບ້ານ ກຸດບອນ, ເມືອງ ຈຳພອນ ແຂວງ ສະຫວັນນະເຂດ, ວັນທີເຂົ້າໂຮງໝໍ 30 ມີຖຸນາ 2021, ວັນທີ ອອກໂຮງໝໍ 16 ກໍລະກົດ 2021. ລວມວັນນອນປີ່ນປົວ 17 ວັນ.


3. ທ້າວ ບຸນທັນ ສິດທິອັກສອນ ອາຍຸ 42 ປີ, ບ້ານ ທ່າຫົວຊ້າງ, ນະຄອນໄກສອນ ແຂວງ ສະຫວັນນະເຂດ, ວັນທີເຂົ້າໂຮງໝໍ 30 ມີຖຸນາ 2021, ວັນທີ ອອກໂຮງໝໍ 16 ກໍລະກົດ 2021. ລວມວັນນອນປີ່ນປົວ 17 ວັນ.
4. ທ້າວ ໂຕ້ນ ສຸລິຍະວົງສາ ອາຍຸ 24 ປີ, ບ້ານ ໜອງສະພັງ, ເມືອງ ໄຊບູລີ ແຂວງ ສະຫວັນນະເຂດ, ວັນທີເຂົ້າໂຮງໝໍ 30 ມີຖຸນາ 2021, ວັນທີ ອອກໂຮງໝໍ 16 ກໍລະກົດ 2021. ລວມວັນນອນປີ່ນປົວ 17 ວັນ.
5. ນາງ ໄກນາ ແກ້ວມີໄຊ ອາຍຸ 45 ປີ, ບ້ານ ໜອງສະພັງ, ເມືອງ ໄຊບູລີ ແຂວງ ສະຫວັນນະເຂດ, ວັນທີເຂົ້າໂຮງໝໍ 30 ມີຖຸນາ 2021, ວັນທີ ອອກໂຮງໝໍ 16 ກໍລະກົດ 2021.

6. ນາງ ພິດສະໃໝ ສໍຊະນະວົງສາ ອາຍຸ 34 ປີ, ບ້ານ ນາບົງ, ເມືອງ ທ່າແຂກ ແຂວງ ຄຳມ່ວນ, ວັນທີເຂົ້າໂຮງໝໍ 30 ມີຖຸນາ 2021, ວັນທີ ອອກໂຮງໝໍ 16 ກໍລະກົດ 2021. ລວມວັນນອນປີ່ນປົວ 17 ວັນ.
7. ນາງ ກຸ້ງ ບົວໄລພັນ ອາຍຸ 28 ປີ, ບ້ານ ນາເຕີຍ, ນະຄອນໄກສອນ ແຂວງ ສະຫວັນນະເຂດ, ວັນທີເຂົ້າໂຮງໝໍ 30 ມີຖຸນາ 2021, ວັນທີ ອອກໂຮງໝໍ 16 ກໍລະກົດ 2021. ລວມວັນນອນປີ່ນປົວ 17 ວັນ.