ຊາກ້າ ດາວເດັ່ນຜູ້ຜິດຫວັງໃນຮອບຊີງ ຢູໂຣ 2020 ກ່າວຂອບໃຈທຸກກໍາລັງໃຈ

717

ບູກາໂຢ ຊາກ້າ ກອງໜ້າດາວເດັ່ນຂອງ ອາເຊນອລ ປະກາດຜ່ານສື່ຂອບໃຈແຟນບານ ແລະ ທຸກຄົນທີ່ໃຫ້ກໍາລັງໃຈ ເຖິງວ່າຈະເປັນຄົນທີ່ຍິງຈຸດໂທດພາດຄົນສຸດທ້າຍ ໃນການແຂ່ງຂັນ ຢູໂຣ 2020 ຈົນເຮັດໃຫ້ ທີມຊາດອັງກິດ ເສຍໃຫ້ກັບ ອິຕາລີ 2-3 ໃນນັດຊີງຊະນະເລີດ.

ຊາກ້າ ເປີດໃຈຜ່ານການຖະແຫຼງຂ່າວຂອງ ອາເຊນອລ ວ່າ: “ ຂ້ອຍຫ່າງເຫີນໂຊຊຽລ 2-3 ວັນ ເພື່ອພັກຜ່ອນກັບຄອບຄົວ ແລະ ໄຕ່ຕອງຕົວເອງໃນໄລຍະ 2-3 ອາທິດ, ຂໍ້ຄວາມນີ້ບໍ່ອາດບົ່ງບອກໄດ້ວ່າ ຂ້ອຍຊາບຊື້ງກັບຄວາມຮັກທີ່ທຸກຄົນສົ່ງມາຫາໄດ້ຫຼາຍປານໃດ. ດັ່ງນັ້ນ ຂ້ອຍຢາກຂອບໃຈທຸກຄົນທີ່ສະໜັບສະໜູນຂ້ອຍມາຕະຫຼອດ ”.

ຊາກ້າ ກ່າວອີກວ່າ: ຂ້ອຍຜິດຫວັງທີ່ສຸດທີ່ເຮັດໃຫ້ທີມບໍ່ສາມາດຄວ້າແຊັມໄດ້ ແລະ ຈຸດໂທດນັ້ນ, ຂ້ອຍເຊື່ອວ່າພວກເຮົາທຸ່ມເທ ເພື່ອຈະເອົາໄຊຊະນະໃຫ້ກັບທຸກຄົນ ແຕ່ມັນກໍບໍ່ສໍາເລັດ ແລະ ຂ້ອຍສັນຍາວ່າຈະເຮັດທຸກຢ່າງໃຫ້ຄົນຮູ້ວ່າພວກເຮົາທຸ່ມເທກັນຫຼາຍປານໃດ ແນ່ນອນຂ້ອຍສັນຍາໄດ້ເລີຍວ່າຈະບໍ່ຍອມໃຫ້ໄລຍະທີ່ຕົກຕໍ່າ ແລະ ທຸກສິ່ງທີ່ເປັນແງ່ລົບມາທໍາລາຍຊີວິດຂ້ອຍ.