ສ່ອງກົດລະບຽບການແຂ່ງຂັນມວຍສາກົນ ໃນກີລາແຫ່ງຊາດຄັ້ງທີ່ຜ່ານມາ ຄາດຈະໃຊ້ໃນຄັ້ງທີ 11 ຕໍ່

747

ກີລາແຫ່ງຊາດ ຈັດສໍາເລັດໄປແລ້ວ 10 ຄັ້ງ ເຊິ່ງຄັ້ງທີ 11 ແມ່ນແຂວງຊຽງຂວາງ ຮັບກຽດເປັນເຈົ້າພາບຈັດການແຂ່ງຂັນ ເຊິ່ງກໍມີການເລື່ອນການແຂ່ງຂັນມາຫຼາຍຄັ້ງແລ້ວ ແລະ ຕ້ອງລຸ້ນຕໍ່ວ່າທ້າຍປີ 2021 ຈະເລື່ອນອີກບໍ.
ຢ່າງໃດກໍຕາມ, ມື້ນີ້ທີມຂ່າວເສດຖະກິດ-ການຄ້າ ຈະພາໄປເບິ່ງ ລະບຽບ ແລະ ກະຕິກາການແຂ່ງຂັນມວຍສາກົນ ໃນກີລາແຫ່ງຊາດຄັ້ງທີ 10 ເຊິ່ງກໍໄດ້ຮັບຜົນສໍາເລັດຢ່າງຈົບງາມ ແລະ ຄາດວ່າຈະໃຊ້ບໍ່ນອກເໜືອຈາກນີ້ໃນກີລາແຫ່ງຊາດ ຄັ້ງທີ 11

ອີງຕາມ ຂໍ້ຕົກລົງຂອງປະທານຈັດມະຫະກຳກີລາແຫ່ງຊາດ ຄັ້ງທີ X, ສະບັບເລກທີ 010/ຄກຈຊ, ລົງວັນທີ 14/11/2013. ວ່າດ້ວຍການແຕ່ງຕັ້ງກຳມະການເຕັກນິກຈັດ ການແຂ່ງຂັນ.
– ອີງຕາມ : ຂໍ້ກໍານົດວ່າດ້ວຍການຈັດຕັ້ງມະຫະກຳກີລາແຫ່ງຊາດ ຄັ້ງທີ X, ທີ່ ແຂວງ ອຸດົມໄຊ, ສະບັບ ເລກທີ 927/ຄກຈຊ, ລົງວັນທີ 12/06/2013.
ເພື່ອເຮັດໃຫ້ລະບົບການຈັດຕັ້ງ ແລະ ຄຸ້ມຄອງການແຂ່ງຂັນກໍາເນີນໄປ ໂດຍຖືກຕ້ອງຕາມລະບຽບຫຼັກການສອດຄ່ອງກັບຄວາມເປັນຈິງ, ສະຫະພັນມວຍສາກົນແຫ່ງຊາດລາວ ຈຶ່ງໄດ້ອອກລະບຽບການແຂ່ງຂັນ. ດັ່ງມີລາຍລະອຽດລຸ່ມນີ້

+ມາດຕາ 1. ວ່າດ້ວຍລະບຽບ ແລະ ກະຕິກາການແຂ່ງຂັນ
1.1. ໃຊ້ຂໍ້ກໍານົດວ່າດ້ວຍການຈັດຕັ້ງມະຫະກຳກີລາແຫ່ງຊາດ ຄັ້ງທີ X
1.2. ນໍາໃຊ້ກະຕິກາການແຂ່ງຂັນຂອງສະມາຄົມມວຍສາກົນນາໆຊາດ (AIBA) ແລະ ມະຕິກອງປະຊຸມຂອງຄະນະກຳມະການຕັດສິນຂອງສະຫະພັນມວຍສາກົນແຫ່ງຊາດ.
1.3. ນໍາໃຊ້ເຄື່ອງຄອມພິວເຕີໃນການຕັດສິນໃນການໃຫ້ຄະແນນ ແຕ່ລະຄູ່ທີທໍາການແຂງຂັນ ຍີ່ຫໍ້ ( Swisstiming Scoring System ) ຍົກລະ 10 ຄະແນນ

+ມາດຕາ 2. ວ່າດ້ວຍມາດຕະຖານ ແລະ ເງື່ອນໄຂນັກກີລາເຂົ້າຮ່ວມການແຂ່ງຂັນ
2.1. ນັກກີລາທີ່ເຂົ້າຮ່ວມການແຂ່ງຂັນໃນມະຫະກຳກີລາແຫ່ງຊາດ ຄັ້ງທີ X ທີ່ແຂວງອຸດົມໄຊ ຕ້ອງມີມາດຕະຖານ ແລະ ເງື່ອນໄຂຕາມ ພາກທີ V ຂອງຂໍ້ກໍານົດວ່າດ້ວຍການຈັດຕັ້ງກີລາແຫ່ງຊາດ ເລກທີ 748/ສສກ ລົງວັນທີ 23 ພຶດສະພາ 2013.
2.2. ອາຍຸຂອງນັກກີລາມວຍສາກົນທີ່ເຂົ້າຮ່ວມການແຂ່ງຂັນມະຫະກຳກີລາແຫ່ງຊາດຄັ້ງທີ X ທີ່ແຂວງອຸດົມໄຊ ມີດັ່ງນີ້: ນັກກີລາເພດຊາຍ ຕ້ອງມີອາຍຸແຕ່ 17 ປີ ຂື້ນໄປ ແລະ ນັກກີລາເພດຍິງ ຕ້ອງມີອາຍຸ 16 ປີ ຂຶ້ນໄປ.
2.3. ສຳລັບນັກກີລາທິມຊາດຊາຍ-ຍິງ ນັບທັງອະດີດ ເຖິງປັດຈຸບັນ ແຕ່ລະແຂວງ, ນະຄອນຫລວງ ແລະ ກະຊວງ ແມ່ນສາມາດ ສົ່ງເຂົ້າຮ່ວມແຂ່ງຂັນດັ່ງນີ້: ມວຍຊາຍ 2 ຮຸ່ນ ແລະ ມວຍຍິງ 2 ຮຸ່ນ.
2.4. ຈະຕ້ອງເປັນບຸກຄົນທີ່ມີສຸຂະພາບສົມບູນ, ບໍ່ພິການທາງຮ່າງກາຍ, ສາຍຕາ ແລະ ການໄດ້ຍິນ.

+ມາດຕາ 3. ລາຍການແຂ່ງຂັນ
-ມວຍຊາຍ: ຈຳນວນ 6 ລຸ້ນຄື: ລຸ້ນ 49 ກິໂລ, ລຸ້ນ 52 ກິໂລ, ລຸ້ນ 56 ກິໂລ, ລຸ້ນ 60 ກິໂລ, ລຸ້ນ 64 ກິໂລ ແລະ 69 ກິໂລ.
-ມວຍຍິງ: ຈາໍນວນ 6 ລຸ້ນຄື: ລຸ້ນ 46 ກິໂລ, ລຸ້ນ 48 ກິໂລ, ລຸ້ນ 51ກິໂລ, ລຸນ 54 ກິໂລ, ລຸນ 57 ກິໂລ ແລະ ລຸນ 60 ກິໂລ.

+ມາດຕາ 4. ກໍານົດເວລາ ແລະ ຈໍານວນຍົກແຂ່ງຂັນ
– ມວຍຊາຍ: ການແຂ່ງຂັນກໍານົດ 3 ຍົກ, ຍົກລະ 3 ນາທີ ພັກລະຫວ່າງຍົກ 1 ນາທີ.
– ມວຍຍິງ: ການແຂ່ງຂັນກໍານົດ 4 ຍົກ, ຍົກລະ 2 ນາທີ ພັກລະຫວ່າງຍົກ 1 ນາທີ,
+ມາດຕາ 5. ຈໍານວນຜູ້ເຂົ້າແຂ່ງຂັນ
5.1. ແຕ່ລະພາກສ່ວນສາມາດສົ່ງນັກກີລາເຂົ້າຮ່ວມບໍ່ໃຫ້ເກີນ ລຸ້ນລະ 1 ຄົນ.
5.2. ນັກກີລາທີ່ເຂົ້າແຂ່ງຂັນໃນແຕ່ລະລຸ້ນຕ້ອງມີນັກກີລາ 3 ຄົນຂຶ້ນໄປ ຈຶ່ງຈະຈັດການແຂ່ງຂັນໄດ້. ( ແຕ່ການແຂ່ງຂັນແມ່ນແຂ່ງຂັນເສຍ 2 ເທື່ອຄັດອອກ )