ແຂວງບໍ່ແກ້ວ ມອບເຂົ້າສານ ແລະ ເງິນ ລວມມູນຄ່າ 150 ກວ່າລ້ານກີບ ໃຫ້ເມືອງຫ້ວຍຊາຍ ຊ່ວຍເຫຼືອປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພພິບັດທາງທຳມະຊາດ

510

ວັນທີ 15 ກໍລະກົດ  ທ່ານ  ບົວຄົງ ນາມມະວົງ  ເຈົ້າແຂວງບໍ່ແກ້ວ ພ້ອມດ້ວຍຄະນະ ໄດ້ນຳເອົາເຂົ້າສານໄປມອບໃຫ້ເມືອງຫ້ວຍຊາຍ ຢູ່ຫ້ອງວ່າການເມືອງຫ້ວຍຊາຍ ໂດຍມີຄະນະນຳຂອງເມືອງ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.


ທ່ານ ບົວຄົງ ນາມມະວົງ ເລຂາພັກແຂວງ ເຈົ້າແຂວງໆບໍ່ແກ້ວ ກ່າວວ່າ: ເຂົ້າສານທີ່ນຳມາມອບຄັ້ງນີ້ ແມ່ນໄດ້ມາຈາກການຊ່ວຍເຫຼືອຂອງ ລັດຖະບານແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ລັດຖະບານ ຍີ່ປຸ່ນ ໂດຍຜ່ານກະຊວງແຮງງານ ແລະ ສະຫວັດດີການ-ສັງຄົມ ພາຍໃຕ້ກອງທຶນເພື່ອນຮ່ວມງານ KR 1 ເພື່ອຊ່ວຍເຫຼືອບັນເທົາທຸກໃຫ້ປະຊາຊົນ ຜູ້ທີ່ໄດ້ຮັບຜົນກະທົບຈາກໄພພິບັດທາງທຳມະຊາດ.

ໃນຊຸມປີຜ່ານມາເວົ້າລວມ ເວົ້າສະເພາະແຂວງບໍ່ແກ້ວ ໄດ້ຮັບເຂົ້າສານທັງໝົດ 100 ກວ່າໂຕນ ແລະ ໄດ້ແບ່ງໃຫ້ບັນດາເມືອງທົ່ວແຂວງ ຕາມເງື່ອນໄຂຂອງແຕ່ລະເມືອງ ສ່ວນໜຶ່ງແມ່ນສະສົມແຮໄວ້ໃນກໍລະນີສຸກເສີນຕໍ່ໜ້າ, ໃນນີ້ມອບໃຫ້ເມືອງຫ້ວຍຊາຍ ແມ່ນເຂົ້າສານໜຽວຈຳນວນ 15 ໂຕນ ລວມມູນຄ່າ 139.200.000 ກີບ.

ກ່າວຮັບໂດຍ ທ່ານ ຫົງແກ້ວ ວິໄນວົງ ເຈົ້າເມືອງໆຫ້ວຍຊາຍ ພ້ອມສະແດງຄວາມພາກພູມໃຈ ແລະ ຮູ້ບຸນຄຸນເປັນຢ່າງສູງ ທີ່ຍາມໃດພັກ-ລັດຖະບານ ກໍຄືຄະນະພັກ, ຄະນະນຳຂອງແຂວງ ມີຄວາມເປັນຫ່ວງເປັນໃຍ, ໃຫ້ການຊ່ວຍເຫຼືອປະຊາຊົນບັນດາເຜົ່າ ຢູ່ເມືອງຫ້ວຍຊາຍ ຕະຫຼອດມາ ພ້ອມທັງ ກ່າວຄຳຂອບໃຈ, ດີໃຈ ທີ່ໄດ້ຮັບການຊ່ວຍເຫຼືອຄັ້ງນີ້ ພ້ອມແລ້ວທີ່ຈະນຳເອົາເຂົ້າສານຈຳນວນດັ່ງກ່າວ ໄປແຈກຍາຍໃຫ້ປະຊາຊົນຢູ່ແຕ່ລະບ້ານເປົ້າໝາຍ ທີ່ໄດ້ຮັບຜົນກະທົບຈາກໄພແຫ້ງແລ້ງ, ນ້ຳຖ້ວມ, ສັດຕູພືດທຳລາຍຜົນລະປູກ ໄລຍະຜ່ານມາໃຫ້ຮອດໃຫ້ເຖິງມືປະຊາຊົນຢ່າງທົ່ວເຖິງ, ພ້ອມທັງ ມອບງົບປະມານໃຫ້ເມືອງນຳໄປຊ່ວຍເຫຼືອແກ້ໄຂ ປະຊາຊົນຜູ້ທຸກຍາກທີ່ໄດ້ຮັບຜົນກະທົບ ຈາກການລະບາດຂອງພະຍາດໂຄວິດ 19 ຈຳນວນ 20 ລ້ານກີບຕື່ມອີກ.

ຂ່າວ ທອງເພັດ. ເມືອງຫ້ວຍຊາຍ