ພິທີມອບ-ຮັບ ກົນຈັກກະສິກຳໃຫ້ກຸ່ມຜະລິດກະສິກຳເປັນສິນຄ້າເມືອງພຽງ ແຂວງໄຊຍະບູລີ

615

ພິທີມອບ-ຮັບກົນຈັກກະສິກຳໃຫ້ກຸ່ມຜະລິດກະສິກຳເປັນສີນຄ້າເມືອງພຽງ ແຂວງໄຊຍະບູລີ ພາຍໃຕ້ການສະ ໜັບສະໜູນໂຄງການຜະລິດກະສິກຳເປັນສີນຄ້າຢູ່ ສປປ ລາວ ໄດ້ຈັດຂຶ້ນຢູ່ທີ່ຫ້ອງປະຊຸມບ້ານເມືອງພຽງໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ສົມຈິດ ຈັນທະວົງ ຮອງເຈົ້າແຂວງໄຊຍະບູລີ ປະທານຄະນະຊີ້ນຳໂຄງການຜະລິດກະສິກຳເປັນສິນຄ້າຢູ່ ສປປ ລາວ ປະຈຳແຂວງໄຊຍະບູລີ, ມີບັນດາການນຳຂອງເມືອງ, ພະນັກງານຈາກພະແນກກະສິກຳ ແລະ ປ່າໄມ້ແຂວງ, ນາຍບ້ານພ້ອມດ້ວຍຫົວໜ້າກຸ່ມຜະລິດກະສິກຳພາຍໃນເມືອງເຂົ້າຮ່ວມ.


ພິທີທ່ານ ຄຳພັນ ຄຳພູບົວ ຮອງເຈົ້າເມືອງໆພຽງ ໄດ້ຜ່ານບົດລາຍງານປະຫວັດຄວາມເປັນມາ ແລະ ການຈັດຕັ້ງປະຕິບັດກິດຈະກຳຂອງໂຄງການຜະລິດກະສິກຳເປັນສີນຄ້າປະຈຳເມືອງພຽງ ເຊິ່ງໂຄງການຜະລິດກະສິກຳເປັນສີນຄ້າຢູ່ ສປປ ລາວເປັນໂຄງການທີ່ໄດ້ຮັບທຶນກູ້ຢືມຈາກທະນາຄານໂລກໃນວົງເງິນ 25 ລ້ານໂດລາສະຫະລັດ ເຊິ່ງໄດ້ຮັບການເຊັນສັນຍາ ແລະ ອະນຸມັດໃນເດືອນ ພຶດສະພາ 2018 ໃນພື້ນທີ່ 5 ແຂວງຄື: ແຂວງໄຊຍະບູລີ, ວຽງຈັນ, ນະຄອນຫຼວງ, ບໍລິຄຳໄຊ ແລະ ຄຳມ່ວນໂດຍສະເພາະແມ່ນເຂົ້າ, ສາລີ ແລະ ພືດຜັກ.

ສຳລັບຢູ່ເມືອງພຽງພືດທີ່ເປັນຈຸດສຸມໃນການສົ່ງເສີມແມ່ນເຂົ້າ ປະກອບມີ 23 ບ້ານ, 51 ກຸ່ມຜະລິດ, ມີ 2.500 ຄົວຄອບໂດຍໄດ້ຂຶ້ນແຜນຄວາມຕ້ອງການໃນ 51 ກຸ່ມຜະລິດມີຄື: ລົດໄຖນາໃຫຍ່ 49 ຄັນ, ລົດໄຖນາເດີນຕາມ 1 ຄັນ, ຈັກປັ່ນເຂົ້າ 2 ເຄື່ອງ ແລະ ຈັກສູບນ້ຳ 6 ເຄື່ຶອງ.

ໃນໂອກາດນີ້ທາງອົງການປົກຄອງແຂວງກໍຄືອົງການປົກຄອງເມືອງໄດ້ມອບລົດໄຖນາໃຫຍ່ຈຳນວນ 12 ຄັນໃຫ້ກັບກຸ່ມຜະລິດບ້ານເມືອງພຽງ, ບ້ານກາງ, ບ້ານນ້ຳເຮ້ຍ ແລະ ບ້ານນາຊິງລວມມູນຄ່າທັງໝົດເກືອບ 3 ຕື້ກີບ. ໃຫ້ກຽດມອບໂດຍທ່ານ ສົມຈິດ ຈັນທະວົງ ຮອງເຈົ້າແຂວງໄຊຍະບູລີ ແລະ ຮັບໂດຍຫົວໜ້າກຸ່ມຜະລິກະສິກຳໃນ 4 ບ້ານດັ່ງກ່າວເຊິ່ງໂຄງການໄດ້ສົມທົບທຶນ 80 ສ່ວນ ຮ້ອຍ ສ່ວນ 20 ສ່ວນຮ້ອຍແມ່ນມອບໃຫ້ກຸ່ມຜະລິດກະສິກຳເປັນຜູ້ຮັບຜິດຊອບເພຶ່ອຮັບໃຊ້ເຂົ້າໃນການຜະລິດກະສິກຳໃຫ້ມີຄວາມສະດວກສະບາຍພ້ອມທັງຮັບປະກັນທາງດ້ານຜົນຜະລິດເພີມຂື້ນ ແລະ ເພຶ່ອຫັນການຜະລິດກະສິກຳໄປສູ່ທັນສະໄໝເທຶ່ອລະກ້າວ.

ພາຍຂ່າວ: ວົງສະຫວັນ ສຸທິໂວຫານ