ໂຄງການກໍ່ສ້າງຕະຫຼາດປາກຊັນ ຄາດວ່າຈະສຳເລັດໃນເດືອນກັນຍາ

1116

ໃນວັນທີ 15 ກໍລະກົດ 2021 ຢູ່ຕະຫຼາດໃໝ່ ເມືອງປາກຊັນ ແຂວງບໍລິຄຳໄຊ ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຕິດຕາກວດກາໂຄງການກໍ່ສ້າງຕະຫຼາດປາກຊັນ.


ທ່ານ ຈ່ຽນ ວັນນະເລີດ ປະທານບໍລິສັດ ວີເອັນແອລ ຈຳກັດຜູ້ດຽວ ໄດ້ໃຫ້ຮູ້ວ່າ: ໂຄງການຕະຫຼາດ VNL ປາກຊັນ ໄດ້ເລີ່ມລົງມືຈັດຕັ້ງປະຕິບັດມາຕັ້ງແຕ່ວັນທີ 18 ພະຈິກ 2020 ເຊິ່ງມີຂະໜາດ 46,8 x 140 ແມັດ ໜ້າວຽກສຳເລັດແລ້ວ 46%.


ໄລຍະນີ້ ແມ່ນກຳລັງຕິດຕັ້ງຫຼັງຄາອາລູຊີ່ງ ແລະ ເທພື້ນເປຕົ່ງ, ຫຼັງຈາກນັ້ນແມ່ນຈະໄດ້ຂັ້ນຫ້ອງຈັດລອ໋ກ ເປັນຮ້ານຂາຍເຄື່ອງທົ່ວໄປ ເຊັ່ນ: ຮ້ານຂາຍເສື້ອຜ້າ, ຂາຍເຄື່ອງຫຍ່ອຍ, ຂາຍເຂົ້າ, ຂາຍຜັກ-ໝາກໄມ້, ຂາຍຊີ້ນ ແລະ ອື່ນໆ ລວມທັງໝົດ 204 ຫ້ອງ, ຄາດວ່າຈະໃຫ້ສຳເລັດ ໃນວັນທີ 11 ກັນຍາ 2021 ທີ່ຈະມາເຖິງນີ້.


ສຳລັບອາຄານຄີວລົດເມ ຂະໜາດຄວາມກວ້າງ 12 ແມັດ ແລະ ຄວາມຍາວ 45 ແມັດ ຖືກຈັດຕັ້ງປະຕິບັດແລ້ວ 62% ໂດຍຈະໃຫ້ສຳເລັດໃນທ້າຍເດືອນສິງຫາ 2021 ນີ້ ແລະ ໂຄງການກໍ່ສ້າງໄລຍະ 2 ແມ່ນຈະໄດ້ລົງມືກໍ່ສ້າງອາຄານຮ້ານຂາຍຄຳ ແລະ ວັດຖຸມີຄ່າ ເຊິ່ງອາຄານດັ່ງກ່າວ ມີຂະໜາດຄວາມກວ້າງ 46,8 ແມັດ ແລະ ຄວາມຍາວ 45 ແມັດ ຄາດວ່າຈະໃຫ້ສຳເລັດໃນທ້າຍປີ 2021.