ວັກຊີນຈອນສັນແອນຈອນສັນ ສັກພຽງ1ເຂັມ ມາຮອດ ສປປ ລາວ ເເລ້ວ ແລະ ຈະຖືກແຈກຢາຍໃຫ້ທຸກແຂວງທົ່ວປະເທດ

1950

ຫຼັງຈາກທີ່ລ່າຊ້າມາ1ມື້ ໃນທີ່ສຸດຕອນຄໍ່າວັນທີ 16 ເດືອນກໍລະກົດ 2021 ຍົນຂົນສົ່ງວັກຊີນຈອນສັນແອນຈອນສັນ 1.008.000 ໂດສ໌ ສະໜັບສະໜູນໂດຍສະຫະລັດອາເມລິກາ ຜ່ານໂຄງການໂຄແວັກ ກໍມາຮອດສະໜາມບິນສາກົນວັດໄຕ ສປປ ລາວ ເເລ້ວ ເຊິ່ງເປັນວັກຊີນທີ່ສັກພຽງເຂັມດຽວ ເຊິ່ງຈະເປັນການສະໜັບສະໜູນເປົ້າໝາຍຂອງ ສປປ ລາວ ທີ່ຈະສັກວັກຊີນກັນພະຍາດໃຫ້ໄດ້ 50% ຂອງປະຊາກອນໃນທ້າຍປີ 2021 ນີ້.

ວັກຊິນດັ່ງກ່າວແມ່ນການສະໜັບສະໜູນຂອງສະຫະລັດອາເມລິກາ ໂດຍຜ່ານ COVAX Facility ຊຶ່ງແມ່ນການຮ່ວມມືກັນລະຫວ່າງອົງການພັນທະມິດຮ່ວມມືດ້ານນະວັດຕະກໍາເພື່ອຮັບມືກັບພະຍາດລະບາດ (CEPI), Gavi ຊຶ່ງເປັນພັນທະມິດວັກຊີນ ແລະ ອົງການອະນາໄມໂລກ (WHO), ໂດຍມີອົງການຢູນິເຊັບເປັນຄູ່ຮ່ວມງານສຳຄັນໃນການຈັດສົ່ງ. ໃນນັ້ນປະກອບມີວັກຊີນ Johnson & Johnson/Janssen (J&J/Janssen) 1.008.000 ໂດສ໌. ອັນແມ່ນສ່ວນໜຶ່ງຂອງການປະກອບສ່ວນຂອງສະຫະລັດອາເມລິກາຕໍ່ຄວາມພະຍາຍາມຂອງທົ່ວໂລກທີ່ພວມດຳເນີນການຢ່າງຕໍ່ເນື່ອງເພື່ອຢຸດຕິການລະບາດຂອງພະຍາດ ແລະ ເປັນການສະໜັບສະໜູນເປົ້າໝາຍຂອງ ສປປ ລາວ ທີ່ຈະສັກວັກຊີນກັນພະຍາດໃຫ້ໄດ້ 50% ຂອງປະຊາກອນໃນທ້າຍປີ 2021 ນີ້.

ຈາກການໄດ້ຮັບວັກຊີນຈຳນວນ 1.008.000 ໂດສ໌ ຊຶ່ງເປັນການບໍລິຈາກໂດຍກົງຈາກປະຊາຊົນອາເມລິກາໃຫ້ແກ່ ສປປ ລາວ, ຈະເຮັດໃຫ້ ລັດຖະບານລາວ ສາມາດຕອບສະໜອງການປ້ອງກັນການຕິດເຊື້ອໄວຣັດໃຫ້ແກ່ປະຊາຊົນ 1 ລ້ານກວ່າຄົນ ຫຼື 14 ເປີເຊັນຂອງປະຊາກອນທັງໝົດ.

ວັກຊີນກັນພະຍາດໂຄວິດ-19 J&J/Janssen ແຕກຕ່າງຈາກວັກຊີນກັນພະຍາດໂຄວິດ-19 ຊະນິດອື່ນໆທີ່ມີຢູ່ໃນ ສປປ ລາວ ໃນປັດຈຸບັນ ຍ້ອນວ່າສັກພຽງຄັ້ງດຽວເທົ່ານັ້ນ. ນອກນັ້ນ, ວັກຊີນ J&J/Janssen ຍັງສາມາດເກັບຮັກສາໄວ້ໃນອຸນຫະພູມຕູ້ເຢັນປົກກະຕິ ຊຶ່ງເປັນທີ່ເໝາະສົມທີ່ສຸດຕໍ່ການສັກວັກຊີນກັນພະຍາດໃຫ້ແກ່ປະຊາກອນໃນເຂດຊົນນະບົດ ຫຼື ເຂດຫ່າງໄກສອກຫຼີກທີ່ເຂົ້າເຖິງຍາກ.

ວັກຊີນທີ່ໄດ້ຮັບນີ້ ຈະຖືກແຈກຍາຍໃຫ້ບັນດາແຂວງຕ່າງໆໃນທົ່ວປະເທດ ເຊິ່ງຈະເປັນການສະໜັບສະໜູນເປົ້າໝາຍຂອງ ສປປ ລາວ ທີ່ຈະສັກວັກຊີນກັນພະຍາດໃຫ້ໄດ້ 50% ຂອງປະຊາກອນໃນທ້າຍປີ 2021 ນີ້.

ທ່ານ ດຣ.ສະໜອງ ທອງຊະນະ ຮອງລັດຖະມົນຕີກະຊວງສາທາລະນສຸກ ກ່າວໃນວັນທີ 13 ກໍລະກົດ 2021 ວ່າ: ປັດຈຸບັນ ຄະນະສະເພາະກິດ ພວກເຮົາໄດ້ສຸມໃສ່ ປົກປ້ອງປະຊາຊົນດ້ວຍການສັກວັກແຊັງ ເຊິ່ງມີເປົ້າໝາຍໃນທ້າຍປີ 2020 ໃຫ້ໄດ້ 50% ແລະ ມາຮອດວັນທີ 13 ກໍລະກົດ 2021 ສາມາດສັກວັກແຊັງເຂັມທີ 1 ໄດ້ 1.030.461 ໂດສ ຫຼື ປະມານ 14% ຂອງປະຊາກອນໃນຂອບເຂດທົ່ວປະເທດ ແລະ ເຂັມທີ 2 ໄດ້ 647.872 ໂດສ ປະມານ 8% ແລະ ປັດຈຸບັນ ກໍາລັງຢູ່ໃນໄລຍະດໍາເນີນການສັກວັກແຊັງເຂັມທີ 2 ຈຶ່ງຮຽກຮ້ອງໃຫ້ ພໍ່ແມ່, ປະຊາຊົນ ຜູ້ທີ່ໄດ້ຮັບເຂັມທີ 1 ໃຫ້ມາຮັບວັກຊີນເຂັມທີ 2 ໃຫ້ໄດ້ຄົບຕາມກຳນົດ.

ເຂົ້າຮ່ວມພິທີຕ້ອນຮັບແລະມອບບ-ຮັບວັກຊິນມີທ່ານ ດຣ. ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ,ທ່ານ ນາງ ທິບພະກອນ ຈັນທະວົງສາ ເປັນຮອງລັດຖະມົນຕີ ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ທ່ານ ປິເຕີ ເຮ່ມ໋ອນ ເອກອັກຄະລັດຖະທູດສະຫະລັດອາເມລິກາ ປະຈຳລາວ; ພ້ອມດ້ວຍພາກສ່ວນຕ່າງໆທີ່ກ່ຽວຂ້ຽວ.