ເອົາໃຈຊ່ວຍຫຼວງພະບາງ ຄົນຂຶ້ນລົດເມກັບຜູ້ຕິດເຊື້ອ 30 ກວ່າຄົນຕ້ອງຮີບຫາມາກວດເຊື້ອ

537

ເລັ່ງຊອກຫາຜູ້ເດີນທາງຈາກບໍ່ແກ້ວ ເຂົ້າຫຼວງພະບາງ 35 ຄົນ ເຂົ້າສູນກັກກັນໃຫ້ໄວທີ່ສຸດ ຫຼັງພົບວ່າໜຶ່ງໃນຜູ້ຮ່ວມເດີນທາງຕິດໂຄວິດ-19 ທີ່ຫຍຸ້ງຍາກຄືໃນ 35 ກວ່າຄົນນັ້ນຢັ່ງຢາຍຢູ່ 6 ເມືອງຂອງແຂວງຫຼວງພະບາງ ແລະພວກເພິ່ນຈະໄປຮອດໃສແລ້ວ.

ເພື່ອເປັນການສະກັດກັ້ນບໍ່ໃຫ້ບັນຫາບານປາຍ ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະແກ້ໄຂການລະບາດພະຍາດໂຄວິດ-19 ແຂວງຫຼວງພະບາງ ໄດ້ປະຊຸມດ່ວນ ໃນຕອນເຊົ້າວັນທີ 16 ກໍລະກົດ 2021 ນີ້ ຫຼັງຈາກທີ່ໄດ້ຮັບຂ່າວລົດເມໂດຍສານຈາກແຂວງບໍ່ແກ້ວ 45 ບ່ອນນັ່ງ ນໍາສົ່ງຜູ້ໂດຍສານຈາກແຂວງບໍ່ແກ້ວ ເດີນທາງສູ່ແຂວງຫຼວງພະບາງ ໃນວັນທີ 11 ກໍລະກົດ 2021 ຜ່ານມານີ້.

ໃນລົດເມຄັນດັ່ງກ່າວມີຜູ້ໂດຍສານມານໍາກັນ ທັງໝົດ 47 ຄົນ (ລວມທັງໂຊເຟີ-ແອັດລົດ) ແລະມີຜູ້ໂດຍສານທີ່ລົງຢູ່ແຂວງອຸດົມໄຊ ທີ່ຮ່ວມເດີນທາງມານໍາລົດຄັນດັ່ງກ່າວ ກວດພົບວ່າຕິດເຊື້ອໂຄວິດ-19. ທາງຄະນະສະເພາະກິດຫຼວງພະບາງ ຈິ່ງໄດ້ຈັດປະຊຸມດ່ວນຮ່ວມກັນເພື່ອຊອກຫາວິທີທາງ ແນະນໍາເອົາຜູ້ໂດຍສານທີ່ຮ່ວມເດີນທາງມານັ້ນ ເຂົ້າສູ່ສູນກັກກັນ ແລະ ກວດຫາເຊື້ອໂຄວິດ-19 ໃຫ້ທັນການ.


ທ່ານ ບຸນເລື່ອມ ມະນີວົງ ຮອງເຈົ້າແຂວງຫຼວງພະບາງ, ຫົວໜ້າຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະແກ້ໄຂການລະບາດພະຍາດໂຄວິດ-19 ຂັ້ນແຂວງ ໄດ້ຊີ້ນໍາໃຫ້ຄະນະສະເພາະກິດຂັ້ນແຂວງ, ຊີ້ນໍາຂັ້ນເມືອງ ໂດຍຍົກສູງຄວາມຮັບຜິດຊອບຮ່ວມກັນ, ວາງແຜນຊອກຫານໍາເອົາຜູ້ເດີນທາງມາຈາກແຂວງບໍ່ແກ້ວ ເຂົ້າແຂວງຫຼວງພະບາງ ຈໍານວນ 35 ຄົນ, ຍິງ 27 ຄົນ. ໃນນັ້ນຢູ່ ນະຄອນ ຫຼວງພະບາງ ມີ 19 ຄົນ, ເມືອງປາກແຊງ 3 ຄົນ, ນໍ້າບາກ 8 ຄົນ, ຊຽງເງິນ 3 ຄົນ, ເມືອງງອຍ ແລະ ເມືອງວຽງຄໍາ ເມືອງລະ 1 ຄົນ ເຂົ້າສູນກັກກັນໃຫ້ໄວ ແລະ ກວດຫາເຊື້ອໂຄວິດ-19 ໃຫ້ທັນການ.

ພ້ອມນັ້ນຍັງໄດ້ຮ່ວມກັນປະກອບ ຄໍາຄິດເຫັນ ແລະຕີລາຄາການຈັດຕັ້ງປະຕິບັດວຽກງານຂອງຄະນະຜ່ານມາ ແລະ ວາງແຜນໃນການສຶບຕໍ່ຈັດຕັ້ງປະຕິບັດມາດຕະການຕໍ່ໄປອີກ ລວມເຖິງບັນຫາການກວດກາຄົນເຂົ້າອອກດ່ານຕ້ອງເຂັ້ມງວດ ແລະ ການກະກຽມສະຖານທີ່ກັກກັນແຮງງານກັບບ້ານເກີດ ແລະ ບັນຫາອື່ນໆອີກ.


ຈາກບັນຫາດັ່ງກ່າວ ທາງຄະນະສະເພາະກິດຂັ້ນແຂວງ ແລະຂັ້ນເມືອງ ຈິ່ງໄດ້ວາງແຜນປຶກສາຫາລືນໍາກັນເພື່ອຊອກຫາແນວທາງແກ້ໄຂວຽກງານດັ່ງກ່າວ ໂດຍເນັ້ນໃຫ້ຄະນະສະເພາະກິດແຕ່ລະເມືອງຈັດສັນຊອກບ່ອນພັກກັກກັນແຮງງານໃຫ້ພຽງພໍ ແລະ ຄຸມເຂັ້ມປະຕິບັດຕາມມາດຕະການຂອງຄະນະສະເພາະກິດວາງອອກ, ຄຸມເຂັ້ມຈຸດຫຼໍ່ແຫຼມໂດຍສະເພາະເຂດແດນລະຫວ່າງແຂວງຕໍ່ແຂວງ ເພື່ອຮັບປະກັນການລັກລອບເຂົ້າເມືອງບໍ່ຜ່ານການກວດໂຄວິດ-19 ຫຼື ສູນກັກກັນ ອັນຈະເຮັດໃຫ້ເກີດການແຜ່ເຊື້ອສູ່ຊຸມຊົນອີກຮອບໃໝ່.