ຈະພັດທະນາໂຄງການພະລັງງານໄຟຟ້າແສງຕາເວັນ ແບບປະສົມປະສານ ຢູ່ອ່າງນໍ້າເທີນ2

1240

ລັດຖະບານ ແຫ່ງ ສປປ ລາວ ແລະ ບໍລິສັດໄຟຟ້າຝຣັ່ງ (EDF) ໄດ້ຮ່ວມລົງນາມໃນສັນຍາວ່າດ້ວຍການພັດທະນາໂຄງການ (PDA) ພະລັງງານໄຟຟ້າແສງຕາເວັນແບບປະສົມປະສານ ທີ່ອ່າງເກັບນໍ້າຂອງເຂື່ອນໄຟຟ້ານໍ້າເທີນ 2 ຢູ່ແຂວງຄໍາມ່ວນ, ຕາງໜ້າຝ່າຍລາວ ຮ່ວມລົງນາມໂດຍ ທ່ານ ນາງ ຄໍາຈັນ ວົງແສນບຸນ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ແລະ ຕາງໜ້າຝ່າຍບໍລິສັດ EDF ໂດຍ ທ່ານ ນາງ ເບອາທຣິດ ບັບຟົງ ອໍານວຍການປະຈໍາຄະນະບໍລິຫານກຸ່ມບໍລິສັດ EDF ຜູ້ຊີ້ນໍາພະແນກສາກົນ ເຊິ່ງພິທິີລົງນາມໄດ້ຈັດຂຶ້ນໃນຮູບແບບການປະຊຸມທາງໄກ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ປອ. ດາວວົງ ພອນແກ້ວ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງໆຄຳມ່ວນ, ເອກອັກຄະລັດຖະທູດຝຣັ່ງ ແລະ ລາຊະອານາຈັກໄທ ປະຈໍາ ສປປ ລາວ ແລະ ຄະນະອໍານວຍການ ບໍລິສັດໄຟຟ້ານໍ້າເທີນ 2 (NTPC) ແລະ ການຮ່ວມຮູບແບບການປະຊຸມທາງໄກ ໂດຍບັນດາຜູ້ຕາງໜ້າ ບໍລິສັດຜະລິດໄຟຟ້າມະຫາຊົນປະເທດໄທຈໍາກັດ (EGCO) ແລະ ບໍລິສັດໄຟຟ້າຝຣັ່ງ (EDF) ຈາກນະຄອນຫຼວງປາຣີ ປະເທດຝຣັ່ງ.


ໂຄງການພະລັງງານໄຟຟ້າແສງຕາເວັນແບບປະສົມປະສານ ນໍາພາໂດຍ ບໍລິສັດໄຟຟ້າຝຣັ່ງ (EDF) ແລະ ຮ່ວມພັດທະນາໂດຍ ລັດວິສາຫະກິດຖືຮຸ້ນລາວ (LHSE) ແລະ ບໍລິສັດຜະລິດໄຟຟ້າມະຫາຊົນປະເທດໄທ ຈໍາກັດ (EGCO) ໂດຍຄາດຄະເນວ່າຈະເລີ່ມການກໍ່ສ້າງໃນປີ 2022 ແລະ ເລີ່ມຜະລິດພະລັງງານໄຟຟ້າ ໃນປີ 2024 ເຊິ່ງຈະເປັນໂຄງການທີ່ໃຫຍ່ທີ່ສຸດໃນໂລກ, ມີກໍາລັງຕິດຕັ້ງ 240 ເມກາວັດ ກວມເອົາເນື້ອທີ່ 3,2 ກິໂລຕາແມັດ (ໜ້ອຍກ່ວາ 1% ຂອງອ່າງເກັບນໍ້າທີ່ມີລະດັບນໍ້າເຕັມອ່າງ). ການຕິດຕັ້ງພະລັງງານໄຟຟ້າແບບປະສົມປະສານ ຈະສາມາດຜະລິດພະລັງງານໄຟຟ້າຈາກແສງຕາເວັນ ໄປຄຽງຄູ່ກັບການຜະລິດໄຟຟ້າພະລັງງານນໍ້າຕົກ (1.080 ເມກາວັດ) ແລະ ໂຄງການດັ່ງກ່າວມີຈຸດປະສົງເພື່ອຮັກສານໍ້າໄວ້ເມື່ອມີແສງຕາເວັນ ໂດຍລະບົບຜະລິດໄຟຟ້າພະລັງງານນໍ້າຈະນໍາໃຊ້ນໍ້າໜ້ອຍລົງ ໂດຍຈະນໍາໃຊ້ພະລັງງານແສງຕາເວັນແທນ ເພື່ອເກັບຮັກສານໍ້າໄວ້ໃຊ້ໃນລະດູແລ້ງ, ໂດຍສະເລ່ຍໂຄງການນີ້ຈະຊ່ວຍເພີ່ມກໍາລັງການຜະລິດໄຟຟ້າທັງໝົດ ຂອງໂຄງການໄຟຟ້ານໍ້າເທີນ 2 ຂຶ້ນອີກ 6%.


ໂຄງການພະລັງງານໄຟຟ້າແບບປະສົມປະສານ NT2-Solar ຈະຕອບສະໜອງພະລັງງານໄຟຟ້າທີ່ສະອາດ, ປອດໄພ, ຍືນຍົງ ແລະ ໃນລາຄາທີ່ສົມເຫດສົມຜົນ ໂດຍທີ່ມີຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມໜ້ອຍທີ່ສຸດ, ແນວຄວາມຄິດໃນການປະຢັດການນໍາໃຊ້ນໍ້າສໍາລັບການຜະລິດ ໂດຍການນໍາໃຊ້ພະລັງງານແສງຕາເວັນ ເພື່ອຊ່ວຍເພີ່ມປະສິດຕິຜົນຂອງການຜະລິດ ໄຟຟ້າພະລັງງານນໍ້າໃຫ້ມີຄວາມໝັ້ນຄົງ, ເປັນນະວັດຕະກໍາໃນການຜະລິດພະລັງງານໄຟຟ້າທົດແທນທີ່ໜ້າເຊື່ອຖື. ໂຄງການດັ່ງກ່າວໄດ້ເຮັດໃຫ້ EDF ມີຄວາມເຊື່ອໝັ້ນ ແລະ ຍິນດີສືບຕໍ່ພັດທະນາໂຄງການຮ່ວມກັບ ລັດຖະບານ ແຫ່ງ ສປປ ລາວ ພ້ອມດ້ວຍ EGCO ແລະ LHSE.” ໂຄງການນໍ້າເທີນ 2 ແມ່ນຜົນສໍາເລັດອັນຍິ່ງໃຫຍ່ຂອງນະໂຍບາຍສົ່ງເສີມການລົງທຶນຂອງ ສປປ ລາວ, ໂຄງການໄຟຟ້າພະລັງງານແສງຕາເວັນ ນໍ້າເທີນ 2 ຈະເປັນການປະກອບສ່ວນທີ່ສໍາຄັນຕໍ່ນະໂຍບາຍດ້ານພະລັງງານຂອງພວກເຮົາ, ນັ້ນແມ່ນການສົ່ງເສີມການຜະລິດໄຟຟ້າພະລັງງານນໍ້າໄປພ້ອມກັບພະລັງງານທົດແທນອື່ນໆ. ”


ໂຄງການນໍ້າເທີນ 2 ເປັນໂຄງການໄຟຟ້າພະລັງງານນໍ້າ (ກໍາລັງຕິດຕັ້ງ 1.080 ເມກາວັດ) ພາຍໃຕ້ການຮ່ວມມືລະຫວ່າງເອກະຊົນ ກັບ ລັດຖະບານແຫ່ງ ສປປ ລາວ ທີ່ຖືຮຸ້ນ 25% ໂດຍລັດວິສາຫະກິດຖືຮຸ້ນລາວ (LHSE), ບໍລິສັດໄຟຟ້າຝຣັ່ງ (EDF) ຖືຮຸ້ນ 40% ແລະ ບໍລິສັດຜະລິດໄຟຟ້າມະຫາຊົນປະເທດໄທຈໍາກັດ (EGCO) ຖືຮຸ້ນ 35% ແລະ ມີສັນຍາສໍາປະທານ 25 ປີ ນັບຕັ້ງແຕ່ປິ 2010, ຜະລິດໄຟຟ້າໄດ້ 6.000 ກິກກາວັດໂມງ (GWh) ຕໍ່ປີ ໂດຍສະໜອງໄຟຟ້າພາຍໃນ ສປປ ລາວ 5% ແລະ ສົ່ງອອກໃຫ້ ຣາຊະອະນາຈັກໄທ 95%.