ລັດຖະມົນຕີ ກະຊວງ ອຄ ຕ້ອນຮັບການເຂົ້າຢ້ຽມ ອຳລາ ຂອງເອກອັກຄະລັດຖະທູດ ຝຣັ່ງ ປະຈໍາ ສປປ ລາວ

408

ວັນທີ 16 ກໍລະກົດ 2021 ທີ່ຫ້ອງຮັບແຂກໃຫຍ່ຊັ້ນ 4 ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ໃຫ້ກຽດຕ້ອນຮັບການການພົບປະອຳລາ ຂອງ ທທ່ານນາງ ຟລໍຣອງສ ຊັອງບລັອງ-ຣີສແລກ (Florence Jeanblanc-Risler) ເອກອັກຄະລັດຖະທູດ ຝຣັ່ງ ປະຈຳ ສປປ ລາວ ໂດຍມີຜູ້ຕາງໜ້າທັງສອງຝ່າຍເຂົ້າຮ່ວມ.


ໂອກາດນີ້ ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ທ່ານເອກອັກຄະລັດຖະທູດຝຣັ່ງ ປະຈຳ ສປປລາວ ໃນໄລຍະຜ່ານມາທີ່ປະກອບສ່ວນຫຼາຍດ້ານ ໃນການເສີມຂະຫຍາຍສາຍພົວພັນຂອງສອງປະເທດ ຊອກຫາທາງອອກໃຫ້ແກ່ການພັດທະນາພື້ນຖານໂຄງລ່າງແກ່ ສປປລາວ, ພ້ອມທັງເປັນຄູ່ຄ້າ, ຄູ່ຮ່ວມພັດທະນານຳກັນໃນ ສປປລາວ. ກຸ່ມບໍລິສັດໃຫຍ່ ຂອງ ຝຣັ່ງທີ່ມາລົງທຶນຢູ່ ສປປ ລາວ ເປັນຕົ້ນພັດທະນາການກໍ່ສາງພື້ນຖານໂຄງລ່າງ, ການຄ້າ ແລະ ການລົງທຶນທີ່ເປັນທ່າແຮງ ຂອງ ສປປລາວ.


ທ່ານລັດຖະມົນຕີ ຍັງໄດ້ມີຂໍ້ສະເໜີໃນຕໍ່ໜ້າໃຫ້ມີການຄ້າຮ່ວມກັນຫຼາຍຂຶ້ນ ລະຫວ່າງ ສປປ ລາວ-ຝຣັງ ແລະ ສືບຕໍ່ຮ່ວມມືພັດທະນາເສດຖະກິດ, ການຜະລິດອຸດສາຫະກຳເປັນສິນຄ້າຂອງລາວ ເພື່ອສົ່ງອອກ ແລະ ວຽກງານອື່ນໆ ໃນຕໍ່ໜ້າ.
ທ່ານ ນາງ Florence Jeanblanc-Risler ກ່າວວ່າ: ຂ້າພະເຈົ້າຮູ້ສຶກພາກພູມໃຈ ທີ່ໄດ້ມາດຳລົງຕໍາແໜ່ງເປັນເອກອັກຄະລັດຖະທູດຝຣັ່ງ ປະຈຳ ສປປ ລາວ ແລະ ສະແດງຄວາມຂອບໃຈມາຍັງ ທ່ານ ລັດຖະມົນຕີ ທີ່ໄດ້ອໍານວຍຄວາມສະດວກຫຼາຍດ້ານໃຫ້ແກ່ຂ້າພະເຈົ້າ.


ຕອນທ້າຍນີ້ ທ່ານ ລັດຖະມົນຕີ ໄດ້ອວຍພອນໄຊໃຫ້ທ່ານທູດ ຈົ່ງເດີນທາງກັບຄືນປະເທດດ້ວຍຄວາມສະຫວັດດີພາບ.