ກອງປະຊຸມໃຫຍ່ ຄັ້ງທີ IV ສະມາຊິກພັກ ໜ່ວຍພັກຮາກຖານ ຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ປກສ ແຂວງສະຫວັນນະເຂດ

522

ການ ໃນວັນທີ 16 ກໍລະກົດ 2021 ນີ້ິ  ໄດ້ມີກອງປະຊຸມໃຫຍ່ ຄັ້ງທີ IV ສະມາຊິກພັກ ໜ່ວຍພັກຮາກຖານ ຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ປກສ ແຂວງສະຫວັນນະເຂດ ຂຶ້ນໂດຍການເປັນປະທານຂອງ ສະຫາຍ ພັທ ວຽງທອງ ຫຼ້າບົວພອນ ເລຂາໜ່ວຍພັກຮາກຖານ ຫົວໜ້າຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ, ເປັນກຽດເຂົ້າຮ່ວມ ມີ ສະຫາຍ ພັອ ສົມໝາຍ ພົມມະຈັນ ຄະນະປະຈຳພັກແຂວງ, ເລຂາຄະນະພັກ ຫົວໜ້າກອງບັນຊາການ ປກສ ແຂວງ, ມີຄະນະພັກກອງບັນຊາການ, ຄະນະພັກຫ້ອງອ້ອມຂ້າງ, ແຂກຖືກເຊີນ ແລະ ບັນດາສະຫາຍສະມາຊິກພັກສົມບູນເຂົ້າຮ່ວມ.

ສະຫາຍ ພັທ ວຽງທອງ ຫຼ້າບົວພອນ ເລຂາໜ່ວຍພັກຮາກຖານ, ຫົວໜ້າຫ້ອງຄຸ້ມຄອມສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ຜ່ານບົດລາຍງານການເມືອງໂດຍຫຍໍ້ ຕີລາຄາຜົນສຳເລັດການຈັດຕັ້ງ ປະຕິບັດ ມະຕິກອງປະຊຸມໃຫຍ່ຄັ້ງ III ໄລຍະ 5 ປີ ແຕ່ປີ 2016-2021 ໜ່ວຍພັກປະກອບມີ ຄະນະໜ່ວຍພັກ 04 ສະຫາຍ, ໃນນີ້ມີຄະນະພັກກອງບັນຊາການ 1 ສະຫາຍເຂົ້າຮ່ວມຊີວິດການເມືອງ ແລະ ຊີ້ນຳ ນຳພາການເຄື່ອນໄຫວເຮັດໜ້າທີ່ວິຊາສະເພາະ ມີ 5 ຈຸພັກຂື້ນກັບ, ສະມາຊິກພັກທັງໝົດ 76 ສະຫາຍ, ຍິງ 33 ສະຫາຍ, ສະມາຊິກພັກສົມບູນ 72 ສະຫາຍ, ສຳຮອງ 4 ສະຫາຍ, ຍິງ 3 ສະຫາຍ, ຕີລາຄາຜົນສຳເລັດໃນການນຳພາຈັດຕັ້ງປະຕິບັດບັນດາວຽກງານແຕ່ລະດ້ານ, ມີວຽກງານຫ້ອງການບໍລິຫານ-ສັງລວມ, ວຽກງານ ປກສ ກຸ່ມ, ປກສ ບ້ານ, ກໍ່ສ້າງຮາກຖານການເມືອງ ແລະ ສ້າງບ້ານ ປກສ ດີ, ວຽກງານ ຄຸ້ມຄອງສຳມະໂນຄົວ ແລະ ຍົກຍ້າຍຖິ່ນຖານ, ວຽກງານທະບຽນປະຫວັດ, ອອກບັດປະຈຳຕົວ, ວຽກງານອາຊີບ-ພາຫະນະພິເສດ.

ໃນພິທີໄດ້ມາການຜ່ານມາດຖານເງື່ອນໄຂຜູ້ສະໝັກ ແລະ ປະກາດລາຍຊື່ຜູ້ສະໝັກເລືອກຕັ້ງຄະນະໜ່ວຍພັກຊຸດໃໝ່ ເຊີ່ງມີ ຜູ້ສະໝັກທັງໝົດ 7 ສະຫາຍເລືອກເອົາ 5 ສະຫາຍ ຜູ້ມີສິດປ່ອນບັດເລືອກຕັ້ງ 70 ສະຫາຍ, ຍິງ 29 ສະຫາຍ ຜ່ານການປ່ອນບັດ ຜົນສຳເລັດກອງປະຊຸມມະລຶກ ໄດ້ເປັນເອກະພາບ ເລືອກ ສະຫາຍ ສີຫາລາດ ວໍລະທຳນຽມ ເປັນເລຂາ, ສະຫາຍ ພັທ ຈັນມີໄຊ ພຸດທະວົງ ເປັນຮອງເລຂາ, ສະຫາຍ ພັທ ສົມສັກ ຈັນທະລາສອນ ເປັນປະທານກວດກາ, ສະຫາຍ ພັທ ນ. ບົວຜັນ ພົມມະລິນ ເປັນຮອງປະທານກວດກາ, ສະຫາຍ ພັທ ຕອງໄທ ຈັນແພງວົງ ແລະ ສະຫາຍ ພັທ ທອງພັນ ພອນທະວີ ເປັນຄະນະ.