ສະຫະພັນແມ່ຍິງ ແຂວງບໍ່ແກ້ວ ທາບທາມບຸກຄະລາກອນເລືອກຕັ້ງເອົາເປົ້າໝາຍສະໝັກເຂົ້າໃນຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ VIII ຮອບທີ II

347

ກອງປະຊຸມທາບທາມບຸກຄະລາກອນເລືອກຕັ້ງເອົາເປົ້າໝາຍສະໝັກເຂົ້າໃນຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ VIII ຮອບທີ 2 ໄດ້ຈັດຂຶ້ນຢ່າງເປັນທາງການ ໃນວັນທີ 16 ກໍລະກົດ 2021 ທີ່ຫ້ອງປະຊຸມຫ້ອງວ່າການແຂວງ. ໂດຍການເປັນປະທານຂອງ ສະຫາຍ ເພັງສອນ ແກ້ວວິໄລ ຮອງເລຂາພັກແຂວງ ຜູ້ຊີ້ນໍາວຽກງານພັກ-ພະນັກງານ, ມີສະຫາຍ ດາລີວັນ ພູສະຫວັນ ຄະນະປະຈໍາພັກແຂວງ, ປະທານອົງການແນວລາວສ້າງຊາດແຂວງ, ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນແຂວງ, ມີຄະນະປະຈໍາພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ, ຕາງໜ້າຈາກຄະນະກວດກາແຂວງ, ພະນັກງານການນໍາເພດຍິງຂັ້ນແຂວງ-ເມືອງ, ສະມາຊິກສະພາແຫ່ງຊາດ ຊຸດທີ IX ປະຈໍາເຂດເລືອກຕັ້ງທີ 5 ແຂວງບໍ່ແກ້ວ, ສະມາຊິກສະພາປະຊາຊົນແຂວງ ຊຸດທີ 2, ພະນັກງານການນໍາເພດຍິງກອງບັນຊາການ ປກຊ, ປກສ ແຂວງ ແລະ ຄະນະບໍລິຫານງານສະຫະພັນແມ່ຍິງແຂວງ ເຂົ້າຮ່ວມທັງໝົດ 57 ສະຫາຍ, ຍິງ 48 ສະຫາຍ ໃນນີ້ຜູ້ແທນທີີ່ມີສິດລົງຄະແນນເລືອກຕັ້ງເອົາເປົ້າໝາຍລົງສະໝັກຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ VIII ຈໍານວນ 44 ສະຫາຍ ເຂົ້າຮ່ວມ.

ກອງປະຊຸມ

ສະຫາຍ ນາງ ບຸນຍົກ ແສງສະຫວ່າງ ກໍາມະການພັກແຂວງ, ປະທານຄະນະບໍລິຫານງານສະຫະພັນແມ່ຍິງແຂວງ ໄດ້ ຜ່ານມະຕິຕົກລົງຂອງຄະນະປະຈໍາພັກແຂວງ ເລກທີ 860/ຄປພຂ, ລົງວັນທີ 14 ກໍລະກົດ 2021. ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບກອງປະຊຸມທາບທາມເປົ້າໝາຍບຸກຄະລາກອນສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ VIII ໃນຮອບທີ 2, ແຈ້ງການຂອງຄະນະຈັດຕັ້ງສູນກາງພັກ ກ່ຽວກັບການ ຈັດຕັ້ງການທາບທາມບຸກຄະລາກອນຮອບ II ເພື່ອເລືອກຕັ້ງເອົາເປົ້າໝາຍສະໝັກ ເຂົ້າໃນຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ VIII, ແຈ້ງການຂອງສູນກາງສະຫະພັນແມ່ຍິງລາວ ເລກທີ 286/ສສຍລ, ລົງວັນທີ 9 ກໍລະກົດ 2021. ວ່າດ້ວຍການຈັດຕັ້ງການທາບທາມບຸກຄະລາກອນຮອບ II ເພື່ອຄັດເລືອກເປົ້າໝາຍສະໝັກເລືອກຕັ້ງເຂົ້າເປັນຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ VIII.

ຈາກນັ້ນ, ສະຫາຍ ນາງ ສຸ່ງ ແກ້ວໂພໄຊ ຮອງປະທານກວດກາແຂວງ ໄດ້ຂຶ້ນຜ່ານບົດແນະນໍາຂອງສູນກາງສະຫະພັນແມ່ຍິງລາວ ເລກທີ 283/ສສຍລ, ລົງວັນທີ 9 ກໍລະກົດ 2021. ກ່ຽວກັບການທາບທາມບຸກຄະລາກອນ ສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ VIII ຮອບທີ 2. ສະຫາຍ ສົມພອນ ແກ້ວມະນີ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຂຶ້ນຜ່ານຄະນະຈັດຕັ້ງແຂວງ ໄດ້ຜ່ານຂໍ້ຕົກລົງຂອງປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ເລກທີ 272/ສສຍລ, ລົງວັນທີ 9 ກໍລະກົດ 2021. ວ່າດ້ວຍມາດຕະຖານເງື່ອນໄຂຂອງຜູ້ລົງສະໝັກເລືອກຕັ້ງເຂົ້າເປັນຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ VIII. ເພື່ອເຮັດໃຫ້ການຈັດຕັ້ງການທາບທາມບຸກຄະລາກອນ ສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ VIII ຮອບທີ II.

ສະຫາຍ ເພັງສອນ ແກ້ວວິໄລ, ຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກງານພັກ-ພະນັກງານ, ເຊິ່ງການໂອ້ລົມຂອງສະຫາຍ ໄດ້ເນັ້ນໜັກໃຫ້ຜູ້ແທນກອງປະຊຸມຈົ່ງພ້ອມກັນເສີມຂະຫຍາຍ ໃຊ້ສິດປະຊາທິປະໄຕຂອງຕົນເຂົ້າໃນການຄົ້ນຄວ້າ, ຄິດຫງຳ, ພິຈາລະນາໃຫ້ລະອຽດທີ່ຖ້ວນ, ເບິ່ງກວ້າງມອງໄກ, ຈິງໃຈໃນການທີ່ຈະເລືອກເອົາເປົ້າໝາຍທີ່ລົງສະມັກຮັບເລືອກຕັ້ງເປັນຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ VIII. ຈາກນັ້ນ, ໄດ້ດຳເນີນທາບທາມໃຫ້ຜູ້ແທນກອງປະຊຸມຈໍານວນ 44 ບັດ ແລະ ເກັບກໍາຈັດສົ່ງໃຫ້ຄະນະຈັດຕັ້ງສູນກາງພັກຕາມລະບຽບການ.