ຮ່ວມໃຫ້ກໍາລັງໃຈ! ທັບນັກກີລາລາວ ເດີນທາງສູ່ ໂອແລມປິກ 2020 ເປັນທີ່ຮຽບຮ້ອຍ

560

ທັບນັກກີລາລາວ ອອກເດີນທາງຮອດປະເທດຍີ່ປຸ່ນ ເປັນທີ່ຮຽບຮ້ອຍໃນຕອນບ່າຍຂອງວັນທີ 16 ກໍລະກົດ 2021 ເພື່ອກຽມລົງແຂ່ງຂັນ ໂອແລມປິກ 2020 ທີ່ນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນ ທີ່ຈະເປີດສາກຢ່າງເປັນທາງການໃນວັນທີ 23 ກໍລະກົດ 2021.

ກ່ອນໜ້ານີ້ໃນຕອນແລງວັນທີ 15 ກໍລະກົດ ຜ່ານມາ ທີ່ສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ ທັບນັກກີລາລາວ ໄດ້ອອກເດີນທາງໄປຍີ່ປຸ່ນ, ນຳພາໂດຍ ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ (ຄອລ) ແລະ ທ່ານ ສົມພູ ພົງສາ ຮອງປະທານ ແລະ ເລຂາທິການ ຄອລ ພ້ອມດ້ວຍຄະນະນຳອີກ 3 ທ່ານ. ນອກນັ້ນ, ກໍຍັງມີຄູຝຶກ 3 ຄົນ ແລະ ນັກກີລາ 2 ຄົນເຊິ່ງຈະໄປສົມທົບກັບນັກກີລາລາວອີກ 2 ຄົນທີ່ໄປຝຶກຊ້ອມຢູ່ຕ່າງປະເທດ.

ຫຼ້າສຸດໃນວັນທີ 16 ກໍລະກົດ 2021 ທັບນັກກີລາລາວ ໄດ້ຮອດປະເທດຍີ່ປຸ່ນ ເປັນທີ່ຮຽບຮ້ອຍແລ້ວ ສໍາລັບ ນັກກີລາລາວທີ່ໄດ້ສິດເຂົ້າຮ່ວມ ໂອແລມປິກ 2020 ມີ 4 ຄົນຄື:
1.ທ້າວ ສຸພະໄຊ ສິດທິສານ ນັກກີລາຢູໂດ ລົງແຂ່ງຂັນໃນຮຸ່ນ 60 ກິໂລ ( ປັດຈຸບັນຝຶກຊ້ອມຢູ່ຍີ່ປຸ່ນ )
2.ທ້າວ ສັນຕິສຸກ ອິນທະວົງ ນັກກີລາລອຍນໍ້າ 50 ແມັດ ຟຣີສະໄຕລ (ເກັບຕົວຝຶກຊ້ອມຢູຫວຽດນາມ)
3.ນາງ ສິຣິອາລົມ ບຸດຈະເລີນ ນັກກີລາລອຍນໍ້າ 50 ແມັດ ຟຣີສະໄຕລ
4.ນາງ ສິຣິນາ ພະອໍາໄພ ນັກກີລາແລ່ນ-ລານ ປະເພດແລ່ນ 100 ແມັດ
ຮູບ: ສົງການ