ມື້ນີ້ຕິດເຊື້ອໃໝ່ 95 ຈາກຈຳປາສັກ 71 ກໍລະນີ ເອົາໃຈຊ່ວຍເດີ້

441

ຜູ້ຕິດເຊື້ອໂຄວິດ-19 ຍັງຈະເພີ່ມຂຶ້ນຢ່າງຕໍ່ເນື່ອງຈາກຈຳນວນແຮງງານທີ່ເຂົ້າມາ ເຊິ່ງມື້ນີ້ພົບອີກ 94 ກໍລະນີແມ່ນນຳເຂົ້າຈາກທັງໝົດ 95 ກໍລະນີ ເຊິ່ງມີພຽງ 1 ຄົນທີ່ຕິດເຊື້ອໃນຊຸມຊົນ ເນື່ອງຈາກເປັນຜູ້ພົວພັນຫຼາຍບ່ອນແລ່ນເອກະສານ ແລະມີສ່ວນພົວພັນກັບຜູ້ຕິດເຊື້ອເກົ່າ.

ຕາມການລາຍງານຂອງທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມ ຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໄດ້ຕາງໜ້າຄະນະສະເພາະກິດຖະແຫຼງຂ່າວວັນທີ 16 ກໍລະກົດ 2021ໃຫ້ຮູ້ວ່າ: ສະພາບການລະບາດພະຍາດໂຄວິດ-19 ຢູ່ ສປປ ລາວ, ມາຮອດວັນທີ 15 ກໍລະກົດ 2021 ໄດ້ກວດວິເຄາະທັງໝົດ 1.697 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 95 ຄົນ, ໃນນັ້ນ ຈາກຈໍາປາສັກ 71 ກໍລະນີ, ສະຫວັນນະເຂດ 22 ກໍລະນີ ແລະ ຄໍາມ່ວນ 02 ກໍລະນີ.


ໃນບັນດາຜູ້ຕິດເຊື້ອທັງໝົດແມ່ນເປັນກໍລະນີນຳເຂົ້າ 94 ຄົນ ມາຈາກ ແຂວງ ຈໍາປາສັກ 70 ກໍລະນີ, ສະຫວັນນະເຂດ 22 ກໍລະນີ ແລະ ຄໍາມ່ວນ 02 ກໍລະນີ ເຊິ່ງກວດພົບຈາກແຮງງານລາວ ທີ່ກັບມາແຕ່ປະເທດເພື່ອນບ້ານ ໂດຍຖືກຕ້ອງຕາມກົດໝາຍ.


ສ່ວນຕິດເຊື້ອໃນຊຸມຊົນ 1 ຄົນ ມາຈາກແຂວງຈຳປາສັກ 1 ຄົນ ເປັນຜູ້ຮັບຜິດຊອບໃນການແລ່ນເອກະສານເອົາເຄື່ອງອອກ ເຊິ່ງມີປະຫວັດສຳຜັດໃກ້ຊິດ ນຳຜູ້ຕິດເຊື້ອເກົ່າທີ່ຜ່ານມາ, ສຳລັບຜູ້ສຳຜັດໃກ້ຊິດ ທີມງານກຳລັງລົງໄປສອບສວນ ແລະ ເກັບກຳຂໍ້ມູນລະອຽດ ຈະລາຍງານບັນດາທ່ານຕື່ມໃນພາຍຫຼັງ.

ສົ່ງຜົນໃຫ້ຕົວເລກຕິດເຊື້ອສະສົມມາຮອດມື້ນີ້ ມີທັງໝົດ 3.187 ຄົນ, ເສຍຊີວິດສະສົມ 4 ຄົນ ແລະ ກໍາລັງປິ່ນປົວ ທັງໝົດ 1.008 ຄົນ.

ການເຝົ້າລະວັງຢູ່ຕາມຈຸດຜ່ານແດນ ໃນຂອບເຂດທົ່ວປະເທດໃນວັນທີ 15 ກໍລະກົດ ມີຜູ້ເດີນທາງເຂົ້າມາ ຕາມຈຸດຜ່ານດ່ານຕ່າງໆ ໃນສປປ ລາວ ທັງໝົດ 2.152 ຄົນ ເຊິ່ງທັງໝົດ ແມ່ນຖືກເກັບຕົວຢ່າງກວດຊອກຫາເຊື້ອ ແລະ ເຂ້ົ້າໄປຈຳກັດບໍລິເວນຢູ່ສູນທີ່ຄະນະສະເພາະກິດກຳນົດໄວ້ 14 ວັນ.