ອົງການຈັດຕັ້ງ 3 ຝ່າຍຮັບຮອງເອົາບົດວິໄຈຂໍ້ມູນພື້ນຖານ ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານ ຢູ່ ສປປ ລາວ.

525
ຄວາມປອດໄພ ແລະ ສຸຂະພາບແຮງງານ ແມ່ນເປັນປັດໃຈໜື່ງ ທີ່ສໍາຄັນໃຫ້ແກ່ການດໍາເນີນການຜະລິດຂອງບັນດາຫົວໜ່ວຍທຸລະກິດຕ່າງໆໂດຍສະເພາະແມ່ນການສ້າງຄວາມປອດໄພ ແລະ ສຸຂະພາບທີ່ດີໃຫ້ແກ່ຜູ້ອອກແຮງງານ ຫຼື ກໍາລັງການຜະລິດຂອງປະເທດ ຊື່ງແມ່ນຄວາມຈໍາເປັນຂອງລັດຖະບານທີ່ຈະຕ້ອງໄດ້ເອົາໃຈໃສ່ສ້າງໃຫ້ມີນະໂຍບາຍ ແລະ ນິຕິກໍາທີ່ເໝາະສົມຢ່າງສອດຄ່ອງ ເພື່ອປ້ອງກັນ, ຫຼຸດຜ່ອນການເກີດອຸບັດຕິເຫດແຮງງານ ແລະ ພະຍາດອາຊີບ
ໃນວັນທີ 15 ກໍລະກົດ 2021ນີ້, ທີ່ ນະຄອນຫຼວງວຽງຈັນ, ໄດ້ຈັດກອງປະຊຸມ ຂັ້ນຄະນະນໍາ ຂອງ ອົງການຈັດຕັ້ງສາມຝ່າຍ ກ່ຽວກັບການຮັບຮອງເອົາບົດວິໄຈຂໍ້ມູນພື້ນຖານວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານ ຢູ່ ສປປ ລາວ. ໂດຍເປັນປະທານ ຂອງ ທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທ່ານ. ວິໄລ ວົງຂະເສີມ ຮອງປະທານສູນກາງສະຫະພັນກໍາມະບານ ລາວ ແລະ ທ່ານ. ໄຊບັນດິດ ຣາຊະພົນ ຮອງປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງ ຊາດລາວ, ໂດຍມີບັນດາ ຜູ້ປະສານງານອົງການແຮງງານສາກົນປະຈໍາ ສປປ ລາວ; ຜູ້ຊຽວຊານອົງການແຮງງານສາກົນ ປະຈໍາບາງກອກ (ໄທ); ພ້ອມຄະນະ ວິຊາການຈາກ ຂະແໜງການກ່ຽວຂ້ອງອອ້ມຂ້າງສູນກາງ ເຂົ້າຮວ່ມ.
ກອງປະຊຸມດັ່ງກ່າວ, ຄະນະນໍາຂອງສາມຝ່າຍ, ພ້ອມກັບບັນດານັກຊຽ່ວຊານ ແມ່ນໄດ້ພ້ອມກັນຄົ້ນຄ້ວາເປັນຄັ້ງສຸດທ້າຍ ແລະ ຮັບຮອງເອົາບົດສຶກສາກ່ຽວກັບຂໍ້ມູນພື້ນຖານ ຂອງຄະນະນໍາສາມຝ່າຍ ຈຶ່ງມີຄວາມຈໍາເປັນ ແລະ ສໍາຄັນຢ່າງຍິ່ງ ເພື່ອຈະໄດ້ນໍາໃຊ້ບົດສຶກສາວິໄຈດັ່ງກ່າວເຂົ້າໃນການພັດທະນານະໂຍບາຍ ແລະ ການວາງແຜນ ໂດຍສະເພາະແຜນງານແຫ່ງຊາດ 5 ປີ ຄັ້ງທີ III ຂອງກະຊວງ ຮສສ ກ່ຽວກັບ ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານ ໃນສະຖານທີ່ເຮັດວຽກ. ພ້ອມນີ້ບັນດາຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການລາຍງານເນື້ອໃນຂອງບົດວິໄຈ, ແຜນງານ ແລະ ຂັ້ນຕອນຂອງການຈັດຕັ້ງປະຕິບັດບັນດາກິດຈະກໍາຂອງໂຄງການຄວາມປອດໄພ ແລະ ສຸຂະພາບແຮງງານ ຂອງອົງການແຮງງານສາກົນ ພ້ອມທັງຈະໄດ້ຮັບຮອງເອົາເນື້ອໃນບົດສືກສາວິໄຈຂໍ້ມູນພື້ນຖານຄວາມປອດໄພ ແລະ ສຸຂະພາບແຮງງານ ຢູ່ ສປປ ລາວ.
ຮູບກອງປະຊຸມ
ກອງປະຊຸມຄັ້ງນີ້, ທ່ານ ພົງໄຊສັກ ອິນຖາລາດ ໃນນາມຕາງລັດຖະບານ ໄດ້ກ່າວບາງຕອນວ່າ: ສໍາລັບຢູ່ ສປປ ລາວ ໃນໄລຍະຜ່ານມາ ໄດ້ເກີດອຸປະຕິເຫດແຮງງານ ແລະ ພະຍາດອາຊີບຫຼາຍພໍສົມຄວນ ໃນແຕ່ລະປີ, ລະບົບການລາຍງານຍັງບໍ່ທັນເປັນລະບົບ, ບໍ່ມີຖານຂໍ້ມູນ, ບໍ່ມີລະບົບຂໍ້ມູນຂ່າວສານ ຫຼື ລະບົບການເກັບກໍາ, ການລາຍງານ ແລະ ການປ້ອງກັນກໍຍັງເຮັດບໍ່ທັນໄດ້ດີ. ນອກນັ້ນຍັງມີຫຼາຍຫົວໜ່ວຍແຮງງານຖືເບົາໃນການປ້ອງກັນ ໂດຍສະເພາະບໍ່ນໍາເອົາຜູ້ອອກແຮງງານໄປກວດສຸຂະພາບປະຈໍາປີ ຊື່ງເຮັດໃຫ້ຜູ້ອອກແຮງງານມີຄວາມສ່ຽງສູງ ທີ່ຈະເກີດພະຍາດອາຊີບຈາກການເຮັດວຽກ ແລະ ການປ້ອງກັນອຸບັດຕິເຫດຕ່າງໆກໍຍັງຢູ່ໃນລະດັບທີ່ບໍ່ມີຄວາມປອດໄພ. ຕາມການລາຍງານຂອງພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ນະຄອນຫຼວງວຽງຈັນໃນໄລຍະຜ່ານມາ ມີຜູ້ໄດ້ຮັບເຄາະຮ້າຍທັງໝົດ 170 ຄົນ, ໃນນັ້ນ ເສຍອົງຂະ 31 ຄົນ ແລະ ເສຍຊີວິດ 20 ຄົນ. ສາເຫດຂອງອຸປະຕິເຫດແຮງງານ ສ່ວນຫຼາຍແມ່ນຕົກຈາກບ່ອນສູງ, ໄຟຟ້າຊອັດ, ຍ້ອນເຄື່່ອງຈັກ, ສິ່ງຂອງທີ່ສູງຕົກໃສ່ ແລະ ຄ່າປິ່ນປົວທັງໝົດ 85,700,000 ກີບ ແລະ ເງິນອຸດໜູນ 32,300,000 ກີບ. ພະຍາດອາຊີບທີ່ເກີດຂື້ນ ກໍຍັງບໍ່ທັນສາມາດພິສູດໄດ້ ໝາຍຄວາມວ່າບໍ່ສາມາດຢັ້ງຢືນໄດ້ວ່າຜູ້ໃດເປັນພະຍາດອາຊີບຈາກການເຮັດວຽກ ເນື່ອງຈາກໜ່ວຍງານທີ່ຮັບຜິດຊອບດ້ານນີ້ໂດຍກົງ ຂອງກະຊວງສາທາລະນະສຸກທີ່ຕິດພັນກັບວິຊາສະເພາະດ້ານທີ່ຈະເປັນຜູ້ບົ່ງມະຕິ ແລະ ຢັ້ງຢືນຜົນການກວດສຸຂະພາບໃຫ້ແກ່ອົງການຄຸ້ມຄອງແຮງງານນັ້ນກໍາລັງດໍາເນີນການແຕ່ງຕັ້ງໜ່ວຍງານ, ການສໍາຫຼວດ ແລະ ເກັບກໍາສະຖິຕິຈໍານວນຂອງຫົວໜ່ວຍແຮງງານ ເພື່ອດໍາເນີນການກວດສຸຂະພາບແຮງງານລາວ ແລະ ຕ່າງປະເທດຢູ່ ສປປ ລາວ.