ກະຊວງການເງິນ ​ເປີດກອງປະຊຸມຄົບຄະນະບໍລິຫານງານພັກ ເປີດກວ້າງ ຄັ້ງທີ 3 ສະໄໝທີ III

560
ກອງປະຊຸມຄົບຄະນະບໍລິຫານງານພັກເປີດກວ້າງຄັ້ງທີ 3 ສະໄໝທີ III ຂອງອົງຄະນະພັກກະ ຊວງການເງິນ ໄດ້ຈັດຂຶ້ນໃນວັນທີ 15 ກໍລະກົດ 2021 ເພື່ອພ້ອມກັນສຸມໃສ່ຄົ້ນຄວ້າປຶກສາຫາລື ວຽກງານທີ່ສໍາຄັນອັນຮີບດ່ວນທີ່ຕິດພັນກັບການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ, ສ້າງການຫັນປ່ຽນຢ່າງແຂງແຮງ ແລະເລິກ ເຊິ່ງ, ຍົກສູງຄວາມຮັບຜິດຊອບຂອງບັນດາສະຫາຍຄະນະ ພັກ, ຄະນະນໍາແຕ່ລະຂັ້ນ, ພ້ອມກັນຕັດສິນໃຈສຸມໃສ່ຈັດຕັ້ງປະຕິບັດໜ້າທີ່ການເມືອງທີ່ໄດ້ຮັບມອບ ໝາຍໃຫ້ມີປະສິດທິຜົນ ແລະ ມີຜົນສໍາເລັດຕາມລະດັບຄາດໝາຍ. ໂດຍການເປັນປະທານຂອງສະຫາຍ ບຸນໂຈມ ອຸບົນປະເສີດ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກກະຊວງ ລັດຖະມົນຕີກະຊວງການເງິນ ມີສະຫາຍ ບຸນເຫຼືອ ສິນໄຊວໍ ຣະວົງ ຮອງເລຂາພັກ ຮອງລັດຖະມົນຕີກະຊວງການເງິນ ມີບັນດາສະຫາຍຄະນະປະຈຳພັກ, ກຳມະການຄະນະພັກ, ຄະນະພັກ, ຄະນະພັກຮາກຖານ, ຄະນະໜ່ວຍພັກຮາກຖານ, ຄະນະໜ່ວຍ ພັກຂຶ້ນກັບ ຄະນະພັກຮາກຖານອ້ອມຂ້າງກະຊວງການເງິນເຂົ້າຮ່ວມ.
ສະຫາຍ ບຸນໂຈມ ອຸບົນປະເສີດ ໄດ້ມີຄຳເຫັນຊີ້ນຳວ່າ: ກອງປະຊຸມຄັ້ງ​ນີ້ເປັນຂີດໝາຍສ້າງ ການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງ, ເພື່ອພ້ອມກັນສຸມໃສ່ຄົ້ນຄວ້າປຶກສາຫາລືວຽກງານທີ່ ສໍາຄັນອັນຮີບດ່ວນ ໂດຍສະເພາະວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນ​ຫາຄວາມຫຍຸ້ງຍາກດ້ານເສດ ຖະກິດ-ການເງິນທີ່ໄດ້ສະສົມຕໍ່ເນື່ອງກັນມາຫຼາຍປີ, ທັງເປັນການຍົກສູງຄວາມຮັບຜິດຊອບຂອງບັນດາ ສະຫາຍຄະນະພັກ, ຄະນະນໍາແຕ່ລະຂັ້ນໃຫ້ເອົາໃຈໃສ່, ພ້ອມກັນສຸມໃສ່ຄົ້ນຄວ້າ, ແລກປ່ຽນຄໍາຄິດຄໍາ ເຫັນບາງບັນຫາ, ກຳນົດນະໂຍບາຍ, ວາງມາດຕະການຕ່າງໆອອກຢ່າງຄົບຊຸດ ແລະ ພະຍາຍາມ ສູງໃນການຈັດຕັ້ງປະຕິບັດຕົວຈິງ, ໄປພ້ອມໆກັບການຄົ້ນຄວ້າຫາສາເຫດຂອງບັນຫານັ້ນ, ອັນສຳຄັນ ທີ່ສຸດແມ່ນພວກເຮົາຂາດປັດໄຈຂອງຄວາມເດັດຂາດ, ຄວາມຮັບຜິດຊອບ, ຄວາມຕັດສິນໃຈ ແລະ ຄວາມເປັນເອກະພາບບໍ່ທັນສູງໃນການແກ້ໄຂບັນຫາ, ທັງບໍ່ສະດຸ້ງໄວ, ເຮັດແບບເກົ່າ, ຂາດຄວາມກ້າ ຫານ, ເປັນເຈົ້າການປະດິດສ້າງ, ກໍາລັງແຮງລວມຂອງທຸກພາກສ່ວນໃນລະບົບການເມືອງ ແລະ ທົ່ວສັງຄົມບໍ່ທັນໄດ້ຮັບການເສີມຂະຫຍາຍຢ່າງແຂງແຮງ ແລະ ກວ້າງຂວາງ.
ກອງປະຊຸມດັ່ງກ່າວ, ຍັງໄດ້ຮັບຟັງການເຜີຍແຜ່ເອກະສານກອງປະຊຸມຄົບຄະນະສະໄໝວິສາ ມັນຂອງຄະນະບໍລິຫານງານພັກສະໄໝທີ XI ຂອງພັກ, ເຜີຍແຜ່, ເຊື່ອມຊຶມກົດລະບຽບພັກປະຊາຊົນ ປະຕິວັດລາວ ສະໄໝທີ XI, ຄຳແນະນຳກ່ຽວກັບການຈັດຕັ້ງປະຕິບັດກົດລະບຽບ ພັກປະຊາຊົນ ປະ ຕິວັດລາວ ສະໄໝທີ XI, ແຜນດຳເນີນງານຂອງຄະນະບໍລິຫານງານພັກກະຊວງການເງິນ ສະໄໝ ທີ III, ຈາກນັ້ນ, ສະຫາຍ ບຸນເຫຼືອ ສິນໄຊວໍຣະວົງ ໄດ້ຂຶ້ນສະເໜີຮ່າງບົດສະຫຼຸບການຈັດຕັ້ງປະ​ຕິ​ບັດ ແຜນພັດທະນາຂະແໜງການເງິນ 6 ເດືອນຕົ້ນປີ ແລະ ແຜນການ 6 ເດືອນທ້າຍປີ 2021, ຮ່າງຄຳ ສັ່ງຂອງນາຍົກລັດຖະມົນຕີ ວ່າດ້ວຍການເພີ່ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວ ໄຫຼຂອງລາຍຮັບ ງົບປະມານແຫ່ງລັດ, ແຜນດຳເນີນງານຂອງກະຊວງການເງິນໄລຍະ 5 ປີ.
ຕອນທ້າຍຂອງກອງປະຊຸມບັນດາກົມລາຍຮັບໄດ້ສະເໜີແຜນການຂະຫຍາຍວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານການເງິນ ຊຶ່ງບັນດາຄະນະພັກຮາກຖານ,​ ບັນດາໜ່ວຍພັກ ອ້ອມຂ້າງກໍໄດ້ຜັດປ່ຽນກັນຂຶ້ນສະເໜີແຜນການຈັດຕັ້ງປະຕິບັດວຽກງານຕາມພາລະບົດບາດນຳອີກ.