ຈາກສາວນ້ອຍນັກກີລາ ສູ່ເວທີນາງງາມເຊຍກັນ ຫຼື ຍັງ ນິນີ່ ປະກາຍມຸກ MTL21

800

ຈາກສາວນ້ອຍນັກກີລາແລ່ນ ແລະ ຕີບານ ມາເປັນສາວໝັ້ນໄວໃສຕາຄົມ ມີສະເໜ່ສຸດໆ ໃນເວທີນາງງາມເຊຍກັນ ຫຼື ຍັງ ປະກາຍມຸກ ຄ້ານໍເພັດ ຫຼື ນິນີ່ ຜູ້ຜ່ານເຂົ້າຮອບ 25 ຄົນ ໃນການປະກວດ Miss Teen Laos 2021 ໝາຍເລກ MTL21 ປັດຈຸບັນອາຍຸ 16 ປີ ຈາກນະຄອນຫຼວງ ມສ. ວຽງຈັນ ແລະ ຍັງບໍ່ມີສັງກັດເທື່ອ ໂມເດວລິ້ງໃດສົນໃຈຕິດຕໍ່ນ້ອງໄດ້ເລີຍ.

May be a closeup of 1 person and text that says '2021 LAOS TEEN MISS TO ROAD MTL21-NINI NINI'

ທີ່ຜ່ານມາເຄີຍມີຜົນງານໃນການແຂ່ງຂັນແລ່ນ – ລານ 9 ຕົວເມືອງ 100 ແມັດ ປີ 2020 ໄດ້ທີ 1 ແລະ ແຂ່ງຂັນແລ່ນ – ລານ 4×100 9 ຕົວເມືອງ ປີ 2020 ໄດ້ທີ 3, ພ້ອມນີ້ກໍຍັງໄດ້ເຂົ້າຮ່ວມແຂ່ງຂັນຕີບານໂຮງຮຽນກັບໂຮງຮຽນ ປີ 2018 – 2019 ໄດ້ທີ 1 ( 2 ປີຊ້ອນ ) ແລະ ແຂ່ງຂັນປະກວດ Mirinda cheerleading contest ປີ2020 ໄດ້ທີ 3 ເວົ້າໄດ້ວ່າເວທີກີລາແມ່ນບໍ່ເປັນສອງຮອງໃຜເລີຍຄວາມສາມາດແໜ້ນ ແລະ ເວທີນາງງາມກໍມາແຮງບໍ່ນ້ອຍໜ້າເລີຍ.

May be a closeup of 1 person

ແຕ່ການມາປະກວດເວທີນາງງາມເທື່ອນີ້ ນິນີ່ ກໍພົກພາ ຄວາມໝັ້ນໃຈມາເຕັມທີ່ ຄວາມຫວັງກໍຄືການເປັນດວງດາວແຫ່ງຍຸກສະໄໝ ແລະ ຄອບຄອງມົງກຸດອັນຊົງກຽດ ຈາກເວທີ Miss Teen Laos 2021 ໃນປີນີ້ ນ້ອງຄິດວ່າຕົນເອງມີຈຸດເດັ່ນທີ່ຈະເອົາຊະນະໃຈກຳມະການແມ່ນເລື່ອງຂອງບຸກຄະລິກຂອງນ້ອງເອງ ບໍ່ວ່າຈະເປັນ ຄວາມໝັ້ນໃຈ ຄວາມສາມາດກ້າສະແດງອອກທຸກຢ່າງໃນທຸກດ້ານ.

May be an image of 1 person, standing and outdoors

ຜ່ານມາ ນິນີ່ ກໍເຄີຍປະກວດຜະລິດຕະພັນ Zasa by charm ແຕ່ຍັງໄປບໍ່ເຖິງຝັນ ສໍາລັບການມາປະກວດໃນຄັ້ງນີ້ກໍໄດ້ບົດຮຽນຫຼາຍຢ່າງ ໄດ້ມາພົບກັບໝູ່ເພື່ອນໃໝ່ໆ, ໄດ້ຄວາມຮູ້ບົດຮຽນຫຼາຍໆຢ່າງຈາກເອື້ອຍອ້າຍ ແລະ ທີມງານທຸກຄົນ ເພື່ອນໍາໄປປັບປຸງ ແລະ ພັດທະນາຕົນເອງໃນຕໍ່ໜ້າໄປເລື້ອຍໆ ສິ່ງໜຶ່ງທີ່ເປັນຄວາມໃຝ່ຝັນຂອງນ້ອງ ກໍຄືນ້ອງມັກໃນວົງການບັນເທີງຢາກເປັນນາງແບບ ແລະ ນັກສະແດງ ຫວັງວ່າເວທີ Miss Teen Laos 2021 ຈະເປັນປະຕູໃນການເປີດໂອກາດໃຫ້ນ້ອງໄດ້ເດີນຕາມຄວາມຝັນໃນວົງການບັນເທີງດັ່ງທີ່ຫວັງໄວ້.

May be a closeup of 1 person and text that says 'MTL21 MAKE UP HAIR: MAKE OVER PROJECT NINI NUAN MAKE UP'

ສໍາລັບຄະຕິປະຈໍາໃຈ ແມ່ນມີຢູ່ວ່າ “ ຕົນເປັນທີ່ເພິ່ງຂອງຕົນ ” ການກຽມຄວາມພ້ອມກ່ອນການເຂົ້າຮ່ວມປະກວດໃນຄັ້ງນີ້ ນິນີ່ເອງກໍໄດ້ກຽມພ້ອມທຸກຢ່າງບໍ່ວ່າຈະເປັນຄວາມໝັ້ນໃຈ ຫຼື ຄວາມກ້າຫານ ກໍພົກພາມາຢ່າງເຕັມທີ່. ນອກຈາກນີ້, ໃນວຽກງານຂອງການຊ່ວຍເຫຼືອສັງຄົມກໍໄດ້ປະກອບສ່ວນໃນການບໍລິຈາກເຄື່ອງໃຫ້ກັບຄົນທຸກຍາກ ແລະ ໄພນໍ້າຖ້ວມໃນການຊ່ວຍເຫຼືອເອົາເສື້ອຜ້າ ແລະ ອາຫານໄປບໍລິຈາກ ນີ້ກໍຖືເປັນຈຸດໜຶ່ງທີ່ນ້ອງໄດ້ເຫັນຄວາມລໍາບາກຂອງຜູ້ອື່ນ ແລະ ມີຈິດໃຈຢາກຊ່ວຍເຫລືອສັງຄົມເທົ່າທີ່ມີໂອກາດ ແລະ ກໍາລັງແຮງຈະຊ່ວຍໄດ້.

May be an image of 1 person, standing, camera, french fries, screen and outdoors

ນິນີ່ເອງເປັນຄົນມັກຫຼິ້ນກີລາ, ເຕັ້ນ. ສະນັ້ນ, ມັນຈຶ່ງກາຍເປັນກິດຈະກໍາຍາມວ່າງຂອງນ້ອງ ສໍາລັບຮູບແບບຂອງການແຕ່ງຕົວ ນ້ອງມັກໃສ່ເຄື່ອງທີ່ໃສ່ແລ້ວຮູ້ສຶກສະບາຍ ແລະ ໃສ່ແລ້ວໝັ້ນໃຈ. ສຸດທ້າຍນີ້ຢາກຈະຝາກຜົນງານຂອງນ້ອງໃນການປະກວດ Miss Teen Laos 2021 ແດ່ເດີ, ຝາກເຊຍເປັນກຳລັງໃຈໃຫ້ນ້ອງ MTL21 ເຟສ ບຸ໊ກ Nini Khanophet.

May be an image of 1 person, standing and outdoors

ຮູບ: Nini Khanophet