ຍົກລະດັບຄວາມຮູ້ກ່ຽວກັບມາດຕະຖານສາກົນ ISO 9001:2015 ວ່າດ້ວຍການຄຸ້ມຄອງບໍລິຫານຄຸນນະພາບ

1040

ກົມມາດຕະຖານ ແລະ ວັດແທກ ກະຊວງອຸດສາຫະກຳ ແລະ ການຄ້າ ຈັດກອງປະຊຸມຝຶກອົບຮົມຄວາມຮູ້ເບື້ອງຕົ້ນ ກ່ຽວກັບມາດຕະຖານສາກົນ ISO 9001:2015 (QMS) ວ່າດ້ວຍການຄຸ້ມຄອງບໍລິຫານຄຸນນະພາບ ເພື່ອສ້າງຄວາມຮູ້ ແລະ ເຂົ້າໃຈໃຫ້ພະນັກງານພາກລັດ – ທຸລະກິດ ເພື່ອນໍາໃຊ້ເຂົ້າໃນວຽກງານກວດກາ, ຕິດຕາມ ລວມທັງນໍາໃຊ້ເຂົ້າໃນການປັບປຸງຂັ້ນຕອນການຜະລິດຂອງຕົນ.


ກອງປະຊຸມດັ່ງກ່າວຈັດຂຶ້ນວັນທີ 15 ກໍລະກົດ 2021 ທີ່ໂຮງແຮມເມືອງແທັງ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ວຽງຄໍາ ສິງສອນໄຊ ຮອງຫົວໜ້າກົມມາດຕະຖານ ແລະ ວັດແທກ , ທ່ານ ນາງ ສຸພາພອນ ຖາວອນສຸກ ຫົວໜ້າແຜນງານ(ການຄ້າ ແລະ ການພັດທະນາເອກະຊົນ) ສໍານັກງານຜູ້ຕ່າງໜ້າສະຫະພາບເອີຣົບປະຈໍາ ສປປລາວ ພ້ອມດ້ວຍຜູ້ເຂົ້າຮ່ວມຈາກພາກລັດ – ທຸລະກິດເຂົ້າຮ່ວມ.


ທ່ານ ວຽງຄໍາ ສິງສອນໄຊ ກ່າວວ່າ: ກອງປະຊຸມຈັດຂຶ້ນເພື່ອເປັນການສ້າງຄວາມເຂັ້ມແຂງ ແລະ ເພື່ອຊ່ວຍຍົກລະດັບຄວາມຮູ້, ຄວາມເຂົ້າໃຈກ່ຽວກັບຄວາມໝາຍຄວາມສໍາຄັນ ແລະ ຜົນປະໂຫຍດຂອງລະບົບການບໍລິຫານຄຸ້ມຄອງ ຄຸນນະພາບ ISO 9001:2015 (QMS) ໃຫ້ແກ່ບັນດາຫົວໜ່ວຍທຸລະກິດຂະໜາດນ້ອຍ ແລະ ກາງ. ທັງເປັນການສ້າງຄວາມຮູ້ ຄວາມສາມາດໃຫ້ແກ່ ພາກລັດໃຫ້ມີຄວາມເຂົ້າໃຈ ກ່ຽວກັບຄວາມຮູ້ຟື້ນຖານກ່ຽວກັບມາດຕະຖານສາກົນດັ່ງກ່າວ ແລະ ສາມາດນໍາຄວາມຮູ້ໄປປັບໃຊ້ເຂົ້າພາຍໃຕ້ອົງການຈັດຕັ້ງຂອງແຕ່ລະພາກສ່ວນ.ບັນດາພະນັກງານລັດ ໃຫ້ມີຄວາມເຂົ້າໃຈ ກ່ຽວກັບຄວາມຮູ້ ຄວາມສາມາດ ໃຫ້ແກ່ພະນັກງານ.


ທ່ານ ນາງ ສຸພາພອນ ຖາວອນສຸກ ກ່າວວ່າ: ສະຫະພາບເອີຣົບ ໄດ້ໃຫ້ການຊ່ວຍເຫຼືອ ເພື່ອເຮັດໃຫ້ການຄ້າຂອງ ສປປລາວ ສາມາດເຊື່ອມໂຍງເສດຖະກິດໃນໂລກກໍຄືພາກພື້ນ ເຊິ່ງມື້ນີ້ໄດ້ເປີດກອງປະຊຸມ ຝືກອົບຮົມຄວາມຮູ້ເບື້ອງຕົ້ນ ກ່ຽວກັບມາດຕະຖານສາກົນ ISO 9001:2015 ກ່ຽວກັບການບໍລິຫານຄຸ້ມຄອງຄຸນນະພາບ. ສປປລາວ ປັດຈຸບັນກໍາລັງປະເຊີນ ບັນຫາຂອດການສະໜອງສິນຄ້າ, ການບໍລິການ ໄປຍັງສາກົນ. ສະນັ້ນ, ຈຶ່ງຈໍາເປັນຕ້ອງໄດ້ຮັບປະກັນ ການຜະລິດສິນຄ້າ ແລະ ຂອດການບໍລິການໃຫ້ໄດ້ມາດຕະຖານ ການບໍລິການລູກຄ້າທີ່ດີແມ່ນຄວາມຕ້ອງການຂອງລູກຄ້າ.

ທີ່ປະຊຸມ ໄດ້ມີການນໍາສະເໜີ ຄວາມໝາຍຄວາມສໍາຄັນ ຂອງ ISO ຜົນປະໂຫຍດທີ່ໄດ້ ແລະ ຂັ້ນຕອນໃນການ ຂໍເອກະສານໃນການຢັ້ງຢືນ ISO 9001:2015