ຮູ້ຈຸດກໍາເນີດ ໂອແລມປິກ ແລະ ເປັນຫຍັງຈິ່ງໃຊ້ສັນຍາລັກ 5 ບ້ວງໝາຍເຖິງຫຍັງ

798
The large Olympic rings are displayed in the Odaiba section of Tokyo ahead of the 2020 Summer Olympics, Wednesday, July 14, 2021. (AP Photo/Jae C. Hong)

ມະຫະກໍາໂອແລມປິກ ຈັດຂຶ້ນມາແລ້ວ 31 ຄັ້ງ ແລະ ຄັ້ງທີ 32 ຫຼື ໂຕກຽວເກມ 2020 ກໍກຽມເປີດສາກຂຶ້ນໃນນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນ ລະຫວ່າງວັນທີ 23 ກໍລະກົດ – 8 ສິງຫາ 2021 ເຊິ່ງມື້ນີ້ເຮົາຈະພາຫວນຄືນໄປເບິ່ງຈຸດກໍາເນີດຂອງ ໂອແລມປິກ ແລະ ຄວາມໝາຍຂອງສັນຍະລັກ 5 ບ້ວງ ກ່ອນການແຂ່ງຂັນຈະເລີ່ມຂຶ້ນຢ່າງເປັນທາງການ.

ເລີ່ມກັນທີ່ຈຸດກໍາເນີດ ໂອແລມປິກ ເກີດຂຶ້ນເປັນໄລຍະເວລາດົນນານມາແລ້ວ ນັບຕັ້ງແຕ່ສະໄໝເກຣັກບູຮານ ໃນບໍລິເວນທີ່ເອີ້ນວ່າພູເຂົາ ໂອແລມປັສ ເຊິ່ງຍຸກນັ້ນເປັນການແຂ່ງຂັນລະຫວ່າງນັກຮົບ ແລະ ຜູ້ທີ່ມີພາລະກໍາລັງ ເອີ້ນວ່າການແຂ່ງຂັນ ໂອແລມປິກ ບູຣານ ຈະເປັນກີລາປະເພດແລ່ນ-ລານ ເປັນຫຼັກ, ແຕ່ກໍມີການຕໍ່ສູ້ ແລະ ການແຂ່ງຂັນລົດມ້າເປັນກີລາເສີມ ໂດຍມີການແຂ່ງຂັນຢ່າງຕໍ່ເນື່ອງຫຼາຍກວ່າ 1.200 ປີມີພຽງ 5 ປະເພດກີລາເປັນຫຼັກຄື: ແລ່ນ, ກະໂດດ, ມວຍປໍ້າ, ຊັດຫຼາວ ແລະ ແກວ່ງຈານ ຈົນເຖິງປີ ຄ.ສ 393 ໄດ້ປະກາດຍົກເລີກການແຂ່ງຂັນ ເນື່ອງຈາກພົບວ່າ ມີການຈ້າງນັກກີລາໃຫ້ລົງແຂ່ງຂັນ ຫຼື ລົ້ມມວຍ ເພື່ອຫວັງເງິນລາງວັນ ລວມທັງມີການພະນັນເກີດຂຶ້ນ ນັ້ນກໍເປັນຍົກຂອງ ໂອແລມປິກ ບູຣານ.

 

 

ຈົນມາເຖິງ ຄ.ສ 1889 ການແຂ່ງຂັນໄດ້ກັບມາຈັດອີກຄັ້ງໜຶ່ງ ໂດຍ ບາຣອນ ປີແຢ ເດິ ກູແບເຕັ້ງ ຂຸນນາງຊາວຝຣັ່ງ ເຊິ່ງລາວໄດ້ເລີ່ມຫາຄວາມຮ່ວມມືຈາກປະເທດອັງກິດ, ສະຫະລັດອາເມຣິກາ ແລະ ໃນປະເທດຝຣັ່ງ ເພື່ອໃຫ້ການແຂ່ງຂັນ ໂອແລມປິກ ເກີດຂຶ້ນອີກຄັ້ງ ເຊິ່ງລາວໃຊ້ເວລາ 4 ປີໃນການເລີ່ມຟື້ນຟູ ໂອແລມປິກ ຂຶ້ນມາໃໝ່ອີກຄັ້ງ ແລະ ລາວໄດ້ຈັດຕັ້ງຄະນະກໍາມະການກີລາ ໂອແລມປິກ ຂຶ້ນເປັນຄັ້ງທໍາອິດໃນວັນທີ 23 ມິຖຸນາ 1896, ກ່ອນທີ່ ໂອແລມປິກ ສະໄໝໃໝ່ ຈະເລີ່ມຂຶ້ນນັບແຕ່ວັນທີ 6 ເມສາ 1896 ໂດຍປະເທດທໍາອິດທີ່ເປັນເຈົ້າພາບຄື ເກຣັກ ຈັດແຂ່ງຂັນທີ່ເອເທັນສ໌ ແລະ ມີປະເທດເຂົ້າຮ່ວມ 15 ປະເທດ.

ສັກຍະລັກ ໂອແລມປິກ ໄດ້ມີການກໍານົດເອົາ 5 ບ້ວງ ເຊິ່ງມີສີຟ້າ, ສີເຫຼືອງ, ສີດໍາ, ສີຂຽວ ແລະ ສີແດງ ຕາມລໍາດັບຈາກຊ້າຍຫາຂວາ ຄ້ອງໄຂ່ວກັນຢູ່ຈຸດກາງສອງແຖວ ເຊິ່ງປະກອບມີດ້ານເທິງມີ 3 ບ້ວງ ແລະ ດ້ານລຸ່ມມີ 2 ບ້ວງ ເຊິ່ງຄວາມໝາຍຂອງແຕ່ລະ 5 ບ້ວງ 5 ສີສັນໝາຍເຖິງຕົວແທນຂອງ 5 ທະວີບໃນໂລກດັ່ງນີ້:

-ທະວີບເອີຣົບ
-ທະວີບອາເມຣິກາ
-ທະວີບໂອເຊອານີ
-ທະວີບອາຟຣິກາ
-ທະວີບອາຊີ

ເຊິ່ງນໍາມາລວມກັບສີຂອງທຸງຊາດເປັນພື້ນຂາວກໍຈະພົບວ່າມີທັງໝົດ 6 ສີ ໂດຍຄວາມໝາຍຂອງສັນຍາລັກ ໂອແລມປິກ ກໍໝາຍເຖິງທຸກຊາດຂອງປະເທດຕ່າງໆ ເນື່ອງຈາກທຸງຊາດຂອງປະເທດຈະຕ້ອງມີສີໃດສີໜຶ່ງຢູ່ໃນທັງ 6 ສີ ແລະ ເປັນບ້ວງຄ້ອງກັນໄປ ເພື່ອເປັນການສະແດງເຖິງຄວາມສາມັກຄີ ແລະ ພົວພັນເຊິ່ງກັນ ແລະ ກັນ.
ຮູບຈາກ: AP