ປະທານປະເທດ ຮ່ວມ ສະເຫຼີມສະຫຼອງວັນສ້າງຕັ້ງພັກກອມມູນິດຈີນ ຄົບຮອບ 100 ປີ

1205
ສະຖານເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ ຮ່ວມກັບ ຄະນະພົວພັນຕ່າງປະເທດສູນກາງ ພັກ ​ປ​ປລາວ ໄດ້ຈັດພິທີໂຮມຊຸມນຸມສະເຫຼີມສະຫຼອງວັນສ້າງຕັ້ງພັກກອມມູນິດຈີນ ຄົບຮອບ 100 ປີ (1/7/1921-1/7/2021) ຂຶ້ນ​ໃນ​ວັນ​ທີ 15 ກໍ​ລະ​ກົດ 2021 ທີ່ນະຄອນຫຼວງວຽງຈັນ ໂດຍມີ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍການນໍາຂັ້ນສູງພັກ-ລັດ, ອົງການຈັດຕັ້ງມະຫາຊົນ ແລະ ຜູ້ຕາງໜ້າຈາກບັນດາອົງການຂອງພັກ-ລັດ, ພ້ອມດ້ວຍພະນັກງານສະຖານທູດຈີນ, ນັກທຸລະກິດ ແລະ ສະມາຄົມຊາວຈີນຕ່າງດ້າວ ເຂົ້າຮ່ວມ.
ໃນພິທີດັ່ງກ່າວ, ສະຫາຍ ຈຽງ ຈ້າຍຕົງ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປ ຈີນ ປະຈໍາ ສປປ ລາວ ໄດ້ມີຄໍາເຫັນ ໂດຍໄດ້ກ່າວເຖິງມູນເຊື້ອ ແລະ ວິລະກໍາອັນສະຫງ່າອົງອາດຂອງພັກກອມມູນິດຈີນ ໃນການນໍາພາຊີ້ນໍາປະຊາຊົນຈີນອ້າຍນ້ອງ ເຮັດສໍາເລັດການປະຕິວັດປົດປ່ອຍຊາດ, ສະຖາປະນາ ສປ ຈີນ ຢ່າງສະຫງ່າຜ່າເຜີຍໃນປີ 1949, ອັນເປັນການໄຂສັງກາດໃໝ່ ແຫ່ງການພັດທະນາ ສປ ຈີນ ຕາມເສັ້ນທາງສັງຄົມນິຍົມ. ພາຍໃຕ້ການຊີ້ນໍາ ນໍາພາ ຂອງພັກກອມມູນິດຈີນ ທີ່ຢຶດໝັ້ນອຸດົມການສັງຄົມນິຍົມ, ຖືປະຊາຊົນເປັນໃຈກາງ ແລະ ມີການປະດິດສ້າງໃໝ່ທາງດ້ານທິດສະດີ ແລະ ພຶດຕິກໍາຕົວຈິງ ທີ່ສອດຄ່ອງກັບຍຸກສະໄໝ ແລະ ສີສັນຂອງຈີນ ຈຶ່ງສາມາດເຮັດສໍາເລັດພາລະກິດອັນຍິ່ງໃຫຍ່ຂອງພັກ, ຂອງຊາດ ກໍຄືການເຮັດສໍາເລັດເປົ້າໝາຍສູ້ຊົນ 100 ປີເຫດການທໍາອິດຂອງພັກ, ລັດ ສປ ຈີນ ຊຶ່ງໄດ້ເປັນພື້ນຖານອັນໜັກແໜ້ນ ໃນການສືບຕໍ່ເຮັດສໍາເລັດພາລະກິດແຫ່ງການບັນລຸເປົ້າ ໝາຍ 100 ປີເຫດການທີສອງ ກໍຄື ການບັນລຸຄວາມມຸ່ງໝັ້ນຂອງຈີນ ໃນການຟື້ນຟູຄວາມຈະເລີນຮຸ່ງເຮືອງຂອງຊາດຈີນ.
ໃນໂອກາດດັ່ງກ່າວ, ສະຫາຍ ທອງສະຫວັນ ພົມວິຫານ ກໍາມະການສູນກາງພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ປປ ລາວ ໄດ້ຕາງໜ້າໃຫ້ສູນກາງພັກ ປປ ລາວ ແລະ ປະຊາຊົນລາວບັນດາເຜົ່າ ສະແດງຄວາມຊົມເຊີຍຢ່າງສຸດອົກສຸດໃຈ ຕໍ່ບັນດາຜົນສຳເລັດອັນໃຫຍ່ຫຼວງ ແລະ ຮອບດ້ານ ທີ່ພັກ, ລັດຖະບານ ແລະ ປະຊາຊົນຈີນອ້າຍນ້ອງ ຍາດມາໄດ້ໃນໄລຍະໜຶ່ງສະຕະວັດຜ່ານມາ ໂດຍໄດ້ຕີລາຄາວ່າ, ໃນຕະຫຼອດໄລຍະ 100 ປີຜ່ານມາ, ພັກກອມມູນິດຈີນ ໄດ້ຍົກສູງຄວາມຮັບຜິດຊອບທາງການເມືອງຕໍ່ພາລະກໍາປະຫວັດສາດຂອງຈີນ, ຢຶດໝັ້ນໃນອຸດົມການສັງຄົມນິຍົມ ແລະ ຜົນປະໂຫຍດຂອງປະຊາຊົນຢ່າງເດັດດ່ຽວໜຽວແໜ້ນ, ນໍາພາປະຊາຊົນຈີນອ້າຍນ້ອງ ຜ່ານຜ່າການທົດສອບທີ່ດຸເດືອດຂ້ຽວຂາດ, ເຮັດສໍາເລັດການປະຕິວັດປົດປ່ອຍຊາດ, ສະຖາປະນາ ສປ ຈີນ, ດໍາເນີນການປະຕິິຮູບ ແລະ ເປິີດປະຕູສູ່ພາຍນອກກໍຄື ນໍາພາປະຊາຊົນຈີນອ້າຍນ້ອງບູລະນະສ້າງສາລະບອບສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ ຢ່າງມີຜົນສໍາເລັດ ທີ່ເປັນພື້ນຖານ ແລະ ໜັກແໜ້ນ. ປັດຈຸບັນ, ພາຍໃຕ້ການຊີ້ນໍານໍາພາອັນເຂັ້ມແຂງ ຂອງສູນກາງພັກກອມມູນິດຈີນ ທີ່ມີສະຫາຍເລຂາທິການໃຫຍ່ ສີຈິ້ນຜິງ ເປັນແກນນໍາ, ການສ້າງສາພັດທະນາປະເທດຊາດຂອງຈີນ ໄດ້ສືບຕໍ່ມີຜົນສໍາເລັດໃຫຍ່ຫຼວງ, ຮອບດ້ານ, ອັນພົ້ນເດັ່ນ ແມ່ນການເຮັດສໍາເລັດເປົ້າໝາຍສູ້ຊົນ 100 ປີທໍາອິດ ໃນການສ້າງສໍາເລັດສັງຄົມທີ່ອີ່ມໜໍາສໍາລານຢ່າງຮອບດ້ານ. ບັນດາໄຊຊະນະອັນໃຫຍ່ຫຼວງ ແລະ ຜົນສໍາເລັດອັນມະຫັດສະຈັນ ທີ່ປະຊາຊົນຈີນອ້າຍນ້ອງ ຍາດມາໄດ້ໃນປັດຈຸບັນ ເປັນການພິສູດໃຫ້ເຫັນຢ່າງເດັ່ນຊັດເຖິງຄວາມປີຊາສາມາດ, ສະຫຼາດສ່ອງໃສ ແລະ ເດັດດ່ຽວໜຽວແໜ້ນ ໃນການນໍາພາຊີ້ນໍາ ຂອງ ພັກກອມມູນິດຈີນ, ສະແດງໃຫ້ເຫັນເຖິງພະລັງແຮງແຫ່ງມະຫາສາມັກຄີຂອງປວງຊົນຊາວຈີນ ກໍຄື ລະບອບສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ; ພ້ອມທັງ ສະແດງຄວາມເຊື່ອໝັ້ນວ່າ, ພາຍໃຕ້ການນໍາພາ-ຊີ້ນໍາຂອງ ພັກກອມມູນິດຈີນ, ປະຊາຊົນຈີນອ້າຍນ້ອງ ຈະສືບຕໍ່ຍາດໄດ້ຜົນສໍາເລັດອັນໃໝ່ ໃຫຍ່ຫຼວງກວ່າເກົ່າ ໃນພາລະກິດສ້າງສາສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ ກໍຄື ບັນລຸເປົ້າໝາຍ 100 ປີ ເຫດການທີສອງ ໃນການສ້າງ ສປ ຈີນ ເປັນປະເທດສັງຄົມນິຍົມທີ່ທັນສະໄໝຮອບດ້ານ ແລະ ບັນລຸຄວາມມຸ່ງໝັ້ນໃນການຟື້ນຟູຄວາມຮຸ່ງເຮືອງຂອງຊາດຈີນ ຕາມຄາດໝາຍທີ່ວາງໄວ້.
ການຈັດພິທີໂຮມຊຸມນຸມໃນຄັ້ງນີ້ ເປັນໜຶ່ງໃນກິດຈະກໍາສໍາຄັນ ໃນບັນດາກິດຈະກໍາປີ 2021 ຊຶ່ງສອງຝ່າຍ ລາວ-ຈີນ ໄດ້ຕົກລົງນໍາກັນເປັນປີມິດຕະພາບ ລາວ-ຈີນ, ຈະເປັນການປະກອບສ່ວນສໍາຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ ທີ່ມີມາແຕ່ດົນນານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ ກໍຄື ການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ໃຫ້ນັບມື້ນັບແຕກດອກອອກຜົນ ແລະ ນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ-ຈີນ.