ລັດຖະມົນຕີ ກະຊວງອຸດສາຫະກຳແລະການຄ້າ ລົງຕິດຕາມ ແລະ ຊຸກຍູ້ການຄ້າຂາຍຢູ່ ຕະຫລາດໜອງຈັນ,ບຶງທາດຫຼວງ ແລະ ຕະຫຼາດມໍຊໍດົງໂດກ

1189

ວັນທີ 15 ກໍລະກົດ 2021 ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ລົງຢ້ຽມຢາມ ຕະຫຼາດໜອງຈັນ (ຂົວດິນ), ຕະຫຼາດບຶງທາດຫຼວງ ແລະ ຕະຫຼາດມໍຊໍ(ເຂດດົງໂດກ) ໂດຍໄດ້ຮັບການຕ້ອນຮັບຈາກຫ້ອງວ່າການປົກຄອງນະຄອນຫຼວງ, ບັນດາເຈົ້າເມືອງ, ພະແນກອຸດສາຫະກໍາ ແລະ ການຄ້ານະຄອນຫຼວງ, ຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງ ພ້ອມທັງບັນດາເຈົ້າຂອງຕະຫຼາດດັ່ງກ່າວ.


ການລົງຢ້ຽມຢາມໃນຄັ້ງນີ້ ແມ່ນເພື່ອຕິດຕາມ ຊຸກຍູ້ ການຈັດຕັ້ງປະຕິບັດວຽກງານຄຸ້ມຄອງຕະຫຼາດ, ວຽກງານຄຸ້ມຄອງສິນຄ້າ, ລາຄາ ແລະ ຄ່າບໍລິການ, ການປົກປ້ອງຜູ້ຊົມໃຊ້, ການຈັດສັນຄວາມສະອາດ, ສະດວກປອດໄພ ພາຍໃນຕະຫຼາດ ກໍຄືຄວາມພ້ອມ ແລະ ການປະຕິບັດບັນດາມາດຕະການປ້ອງກັນ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ພ້ອມທັງຮັບຟັງການລາຍງານ ຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກຂອງຫົວໜ່ວຍທຸລະກິດ, ຕົວແທນຊາວຄ້າຂາຍ ແລະ ຄະນະຈັດສັນຕະຫຼາດໃນແຕ່ລະແຫ່ງ.


ຕະຫຼາດໜອງຈັນ(ຂົວດິນ) ແມ່ນໜຶ່ງໃນກິດຈະການຂອງບໍລິສັດ ລຽງເຮັງການຄ້າ ແລະ ບໍລິການຈັດສັນຕະຫຼາດ ຈຳກັດ ເປັນການລົງທຶນພາຍໃນ 100%, ອອກຊື່ທ່ານ ບຸນກອງ ແສງດາລາ ສັນຊາດລາວ, ມີທຶນຈົດທະບຽນ 20,3ຕື້ກີບ; ຕະຫລາດມີເນື້ອທີ່ທັງໝົດ 27.001 ຕາແມັດ; ເນື້ອທີ່ອາຄານ 20.000 ຕາແມັດ.

ໃນຕະຫລາດມີຫ້ອງບໍລິການໃຫ້ເຊົ່າ ຂາຍສິນຄ້າ 607 ຫ້ອງ (ນໍາໃຊ້ແລ້ວ 606 ຫ້ອງ); ໂຕະບໍລິການໃຫ້ເຊົ່າເພື່ອຂາຍສິນຄ້າ 329 ໂຕະ (ນຳໃຊ້ແລ້ວ 320 ໂຕະ); ຈໍານວນລໍ້ທີ່ບໍລິການປົກກະຕິ 139 ຄັນ, ປະເພດສິນຄ້າທີ່ບໍລິການຂາຍພາຍໃນຕະຫຼາດ ມີ ເຄື່ອງໃຊ້ປະຈຳວັນ, ເຄື່ອງນຸ່ງຫົ່ມ, ເຄື່ອງອຸປະໂພກ ແລະ ບໍລິໂພກ (ສະບຽງອາຫານ: ຊີ້ນປາ, ພືດຜັກ, ໝາກໄມ້) ແລະ ສິນຄ້າໃຊ້ສອຍທົ່ວໄປ. ເປີດບໍລິການສະພາບປົກກະຕິ ຕະຫຼາດສົົດແຕ່ 5:00 ໂມງເຊົ້າ ຫາ 8:30 ໂມງ ແລະ ສິນຄ້າທົ່ວໄປແມ່ນ ເປີດແຕ່ 8:00 ໂມງ ຫາ 18:00 ໂມງ.


ຕະຫຼາດບຶງທາດຫຼວງ ຕັ້ງຢູ່ບ້ານໂພນທັນ ເຂດເສດຖະກິດພິເສດບຶງທາດຫຼວງ ເມືອງໄຊເສດຖາ ມີເນື້ອທີ່38:000 ຕາມແມັດ ຈັດເປັນຕະຫຼາດຂະໜາດໃຫຍ່, ມີຈຳນວນ86 ຫ້ອງ ແລະ ຮ້ານຈຳນວນ160 ໂຕະ; ຊື່ເຈົ້າຂອງຕະຫຼາດ ບໍລິສັດ 3S ພັດທະນາ ຈຳກັດຜູ້ດຽວ.

ຕະຫຼາດບຶງທາດຫຼວງເລີ່ມເປີດບໍລິການແຕ່ວັນທີ 03ມີນາ2021 ຊຶ່ງເປັນກິດຈະການຕະຫຼາດຂາຍຍົກ -ຂາຍຍ່ອຍ ສິນຄ້າກະສິກໍາ ແບ່ງເປັນອາຄານຕະຫຼາດ 19.000 ຕາແມັດ, ເດີ່ນຈອດລົດ 15.000 ຕາແມັດ, ເຂດອາຫານ 1.100 ຕາແມັດ ແລະ ເນື້ອທີ່ສິ່ງອຳນວຍຄວາມສະດວກອື່ນໆ 2.900 ຕາແມັດ. ສະເພາະອາຄານຕະຫຼາດ ແບ່ງອອກເປັນ 2 ສ່ວນຄື: ຕະຫຼາດສົດ ມີເນື້ອທີ່ 1.200 ຕາແມັດ ປະກອບມີ 160ໂຕະ ແລະ ເຂດທີ່ເປັນຫ້ອງມີທັງຫມົດ 86 ຫ້ອງ.


ຕະຫຼາດມໍຊໍ(ເຂດດົງໂດກ) ຕັ້ງຢູ່ບ້ານດົງໂດກ ເມືອງໄຊທານີ ຂະໜາດຕະຫຼາດ 12.800 ຕາແມັດ ຈັດເປັນຕະຫຼາດຂະໜາດໃຫຍ່; ມີຈຳນວນ 88 ຫ້ອງ/ຮ້ານ, ໂຕະຂາຍເຄື່ອງ 45 ໂຕະ ໄດ້ດຳເນີນກິດຈະການຂາຍຍ່ອຍສິນຄ້າກະສິກຳ ແລະ ສິນຄ້າອຸປະໂພກ-ບໍລິໂພກທົ່ວໄປ ແຕ່ປີ 2014 ແລະ ໄດ້ປັບປຸງສ້າງຕຶກໃໝ່ ພາຍຫຼັງຕຶກໃໝ່ສຳເລັດແມ່ນເລີ່ມເປີດນຳໃຊ້ແຕ່ທ້າຍປີ 2019.


ໃນໂອກາດນີ້, ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ກໍໄດ້ ແນະນຳໃຫ້ຜູ້ປະກອບການ(ເຈົ້າຂອງຕະຫຼາດ) ຈັດຕັ້ງປະຕິບັດໃຫ້ໄດ້ຕາມເນື້ອໃນຂອງກົດໝາຍ ແລະ ລະບຽບການທີ່ວາງອອກ ໂດຍສະເພາະວຽກງານຄຸ້ມຄອງສິນຄ້າ ແລະ ຄ່າບໍລິການ, ການຈັດສັນຕະຫຼາດ ແລະ ປັບປຸງຕະຫຼາດ ໃຫ້ຖືກຕ້ອງຕາມລະບຽບການທີ່ກໍານົດໄວ້ ແລະ ໄດ້ເນັ້ນໜັກໃຫ້ພ້ອມກັນເອົາໃຈໃສ່ປະຕິບັດມາດຕະການປ້ອງກັນ ແລະ ຄວບຄຸມ ການລະບາດຂອງພະຍາດ COVID-19 ຢ່າງເຂັ້ມງວດ.

ທົ່ວ ນວ ມີຕະຫລາດ 108 ແຫ່ງ ໃນນັ້ນ ຕະຫລາດໃຫຍ່ 9 ແຫ່ງ ຕະຫລາດກາງກາງ 26 ນ້ອຍ ແລະ ຕະຫລາດນ້ອຍ 71 ແຫ່ງ