ຕັດສິນຮຽບຮ້ອຍແລ້ວ ສາວ ຕີນ່າ ກໍລະນີ 59 ແລະ ຜູ້ກ່ຽວຂ້ອງ

2747

 

ສາວຕີນ່າ ແລະຜູ້ກ່ຽວຂ້ອງ ເຊິ່ງມີສ່ວນຮ່ວມໃນການຂົນຂວາຍ ຫຼື ເອົາຄົນເຂົ້າເມືອງໂດຍຜິດກົດໝາຍ ເຮັດໃຫ້ເກີດການຕິດເຊື້ອພະຍາດຮ້າຍແຮງກໍ່ຄືການລະບາດຂອງພະຍາດໂຄວິດ-19 ຮອບສອງນີ້ ແມ່ນໄດ້ຮັບການຕັດສິນເປັນທີ່ຮຽບຮ້ອຍແລ້ວ ໃນຕອນເຊົ້າວັນທີ 15 ກໍລະກົດ 2021 ທີ່ສານປະຊາຊົນນະຄອນຫລວງວຽງຈັນ.

ໂດຍສານໄດ້ພິຈາລະນາຄະດີຂອງ ນາງ ມອນມີນາ ສຸດທິດາ ຫລື ຕິນ່າ ຜູ້ຕິດເຊື້ອພະຍາດໂຄວິດ-19 ກໍລະນີທີ 59 ຢູ່ລາວ ແລະ ຜູ້ກ່ຽວຂ້ອງອີກ 5 ຄົນ ຄື: ນາງ ພາວະດີ ວິພາກອນ ຫລື ຕຸກຕິກ, ທ້າວ ພານ ໄຊຍະລາດ, ທ້າວ ພູໃສ ສີສະຫວັນ ຫລື ຕື້, ນາງ ສອນນາລີ ດວງສະຫວັດ ຫຼື ນີນ່າ ແລະ ທ້າວ ສົມປະ ສົງ ສຸລິຍະວົງສາ ຫລື ຫໍາ ຕາມການສັ່ງຟ້ອງຂອງອົງການໄອຍະການປະຊາ ຊົນນະຄອນຫລວງວຽງຈັນ, ສະບັບເລກທີ 774-779, ລົງວັນທີ 29 ມິຖຸນາ 2021 ໃນຂໍ້ຫາຂົນຂວາຍສົ່ງຄົນອອກ ຫລື ການເອົາຄົນເຂົ້າປະເທດຢ່າງຜິດກົດໝາຍ, ການແຜ່ເຊື້ອພະຍາດທີ່ຮ້າຍແຮງ ແລະ ການປິດບັງການກະທຳຜິດຕາມປະມວນກົດໝາຍອາຍາ ມາດຕາ 128 ວັກ 2, ມາດຕາ 199 ວັກ 3 ແລະ ມາດຕາ 380 ວັກ 1.


ຜ່ານການຄົ້ນຄ້ວາບັນດາຂໍ້ມູນຫລັກຖານ ແລະ ເອກະສານຕ່າງໆ ທີ່ມີຢູ່ໃນສໍານວນຄະດີຢ່າງລະອຽດຖີ່ຖ້ວນຮອບດ້ານ ແລະ ພາວະວິໄສຂອງຄະນະສານແລ້ວເຫັນວ່າມີຫລັກຖານຮັດກຸມທີ່ໜັກແໜ້ນ ແລະ ພຽງພໍຢັ້ງຢືນເຖີງຄວາມຜິດຂອງພວກກ່ຽວກັບຄະດີນີ້ທັງ 6 ຄົນ ຄື:

ນາງ ພາວະດີ ວິພາກອນ (ຈຳເລີຍ1) ອາຍຸ 26 ປີ, ສັນຊາດລາວ, ອາຊີບຄ້າຂາຍ, ຢູ່ບ້ານຫລັກ 2 ເມືອງສາລະວັນ, ແຂວງສາລະວັນ, ຖືກກັກ ຕົວໃນວັນທີ 30 ເມສາ 2021 ກະທຳຜິດທາງອາຍາໃນຂໍ້ຫາການຂົນຂວາຍສົ່ງຄົນເຂົ້າ ຫລື ອອກປະເທດຢ່າງຜິດກົດໝາຍ, ການແຜ່ເຊື້ອພະຍາດທີ່ຮ້າຍແຮງ ແລະ ການປິດບັງການກະທຳຜິດ.


ນາງ ມອນມີນາ ສູດທິດາ (ຈໍາເລິຍ2) ອາຍຸ 22 ປີ, ສັນຊາດລາວ, ອາຊີບນັກສຶກສາ, ຢູ່ບ້ານໂພນສະຫວ່າງ, ເມືອງຈັນທະບູລີ, ນະຄອນຫລວງວຽງຈັນ ກະທໍາຜິດທາງອາຍາໃນຂໍ້ຫາການແຜ່ເຊື້ອພະຍາດທີ່ຮ້າຍແຮງ ແລະ ການປິດບັງການກະທໍາຜິດ.
ທ້າວ ພານ ໄຊຍະລາດ (ຈໍາເລີຍ 3 ) ອາຍຸ 46 ປີ, ສັນຊາດລາວ, ອາຊີບກໍາມະກອນ, ຢູ່ບ້ານໝາກນາວເໜືອ, ເມືອງປາກງື່ມ, ນະຄອນຫລວງວຽງຈັນ ກະທໍາຜິດທາງອາຍາໃນຂໍ້ຫາຂົນຂວາຍສົ່ງຄົນເຂົ້າ ຫຼືອອກປະເທດຢ່າງຜິດກົດຫມາຍ.
ທ້າວ ພູໃສ ສີ່ສະຫວັນ (ຈໍາເລີຍ 4) ອາຍຸ 34 ປີ, ສັນຊາດລາວ, ອາຊີບວ່າງງານ, ຢູ່ບ້ານໂພນສະຫວ່າງໃຕ້, ນະຄອນໄກສອນ ພົມວິຫານ, ແຂວງສະຫວັນນະເຂດ ກະທໍາຜິດໃນຂໍ້ຫາການແຜ່ເຊື້ອພະຍາດທີ່ຮ້າຍແຮງ ແລະ ການປິດບັງການກະທໍາຜິດ.

ຈຳເລີຍທີ2

ນາງ ສອນນາລີ ດວງສະຫວັດ (ຈໍາເລີຍ 5) ອາຍຸ 21 ປີ, ສັນຊາດລາວ, ອາຊີບເສີມສວຍ, ຢູ່ບ້ານສະໜາມໄຊ, ນະຄອນໄກສອນ ພົມວິຫານ, ແຂວງສະຫວັນນະເຂດ ແລະ ທ້າວ ສົມປະສົງ ສຸລິຍະວົງສາ ຫຼື ຫໍາ (ຈໍາເລີຍ 6) ອາຍຸ 24 ປີ, ສັນຊາດລາວ, ອາຊີບກໍາມະກອນ, ຢູ່ບ້ານທ່າແຮ່, ນະຄອນໄກສອນ ພົມວິຫານ, ແຂວງສະຫວັນນະເຂດ ກະທໍາຜິດທາງອາຍາໃນຂໍ້ຫາການຂົນຂວາຍສົ່ງຄົນເຂົ້າ ຫຼື ອອກປະເທດຢ່າງຜິດກົດຫມາຍ ແລະ ການປິດບັງການກະທໍາຜິດ ທີ່ແຕະຕ້ອງເຖິງຄວາມສະຫງົບຂອງຊາດ ແລະ ຊີວິດ, ສຸຂະພາບ, ກຽດສັກສີຂອງບຸກຄົນ, ລະບຽບການບໍລິຫານ, ການຍຸຕິທໍາ, ສະເຖຍລະພາບທາງດ້ານເສດຖະກິດ, ຄວາມສະຫງົບສຸກ ແລະ ຄວາມເປັນລະບຽບ ຮຽບຮ້ອຍຂອງສັງຄົມຕາມປະມວນກົດຫມາຍອາຍາ ມາດຕາ 128, 189 ແລະ 380.

ການກະທໍາຂອງພວກຈໍາເລີຍທັງ 6 ຄົນ ເປັນການກະທໍາຜິດໂດຍເຈດ ຕະນາ, ເພາະພວກກ່ຽວຮູ້ດີວ່າພະຍາດໂຄວິດ-19 ກໍາລັງລະບາດຢ່າງຮຸນ ແຮງໄປຫຼາຍປະເທດທົ່ວໂລກນັບແຕ່ປີ 2019 ເປັນຕົ້ນມາ, ໂດຍສະເພາະຢູ່ປະເທດໄທ ເປັນປະເທດທີ່ມີກຸ່ມສ່ຽງ, ແລະ ຍິ່ງໄປກວ່ານັ້ນ ລາວເຮົາ ໄດ້ມີຄໍາສັ່ງຂອງນາຍຍົກລັດຖະມົນຕີ ສະບັບເລກທີ 06, ລົງວັນທີ 21 ມີນາ 2020 ແລະ ສະບັບເລກທີ 15,ລົງວັນທີ 21 ເມສາ 2021 ພ້ອມນັ້ນ ຍັງໄດ້ມີການປິດດ່ານເຂົ້າ-ອອກລະຫວ່າງປະເທດ ຍ້ອນມີການແຜ່ລະບາດຮ້າຍແຮງຂອງພະຍາດໂຄວິດ-19, ທີ່ສໍາຄັນພວກກ່ຽວມີສະຕິສາປະຊັນຍະສົມບູນດີ ແລະ ເຖິງກະສຽນອາຍຸທາງອາຍາແລ້ວ.

ຜ່ານການພິຈາລະດ້ວຍເຫດຜົນ ແລະ ຫຼັກຖານທີ່ຄົບຖ້ວນຂອງຄະນະສານ ເຫັນວ່າ: ການກະທໍາຂອງ ນາງ ພາວະດີ ວິພາກອນ ຫຼື ຕຸກຕິກ (ຈໍາເລີຍ 1) ຜິດຕໍ່ປະມວນກົດຫມາຍອາຍາ ມາດຕາ 128 ວັກ 02, ມາດຕາ 199 ວັກ 03 ແລະ ມາດຕາ 380 ວັກ 01, ນາງ ມອນມີນາ ສຸດທິດາ ຫຼື ຕີນ່າ (ຈໍາເລີຍ2) ຜິດຕໍ່ປະມວນກົດຫມາຍອາຍາ ມາດຕາ 199 ວັກ 03 ແລະ ມາດຕາ 380 ວັກ 01, ທ້າວ ພານ ໄຊຍະລາດ (ຈໍາເລີຍ3) ຜິດຕໍ່ປະມວນກົດຫມາຍອາຍາ ມາດຕາ 128 ວັກ 02, ທ້າວ ພູໃສ ສີສະຫວັນ ຫຼື ຕື້ (ຈໍາເລີຍ 4) ຜິດຕໍ່ປະມວນກົດຫມາຍອາຍາ ມາດຕາ 199 ວັກ 03 ແລະ ມາດຕາ 380 ວັກ 01; ນາງ ສອນນາລີ ດວງສະຫວັດ ຫຼື ນີນ່າ ແລະ ທ້າວ ສົມປະສົງ ສຸລິຍະວົງສາ ຫຼື ຫໍາ (ຈໍາເລີຍ5 ແລະ 6) ຜິດຕໍ່ປະມວນກົດຫມາຍອາຍາ ມາດຕາ 128 ວັກ 02 ແລະ ມາດຕາ 380 ວັກ 01.


ດັ່ງນັ້ນ ສານປະຊາຊົນນະຄອນຫລວງວຽງຈັນ ຈິ່ງພິຈາລະນາຕັດອິດສະ ພາບພວກກ່ຽວ ຄື:
– ນາງ ພາວະດີ ວິພາກອນ ຫຼື ຕຸກຕິກ ຈຳຄຸກ 5 ປີ 1 ເດືອນ 15 ວັນ, ພ້ອມປັບໃໝເງິນ 52.500.000 ກີບ.
– ນາງ ມອນມີນາ ສຸດທິດາ ຫຼື ຕີນ່າ ຈໍາຄຸກ 3 ປີ 7 ເດືອນ 15 ວັນ, ພ້ອມປັບໃໝເງິນ 27.500.000 ກີບ.
– ທ້າວ ພານ ໄຊຍະລາດ ຈໍາຄຸກ 1 ປີ 6 ເດືອນ, ພ້ອມປັບໃໝເງິນ 25.000.000 ກີບ.
– ທ້າວ ພູໃສ ສີສະຫວັນ ຈໍາຄຸກ 3 ປີ 7 ເດືອນ, 15 ວັນ, ພ້ອມປັບໃໝເງິນ 27.500.000 ກີບ.
– ນາງ ສອນນາລີ ດວງສະຫວັດ ຫຼື ນີນ່າ ແລະ ທ້າວ ສົມປະສົງ ສຸລິຍະວົງສາ ຫຼື ຫໍາ ຈໍາຄຸກຜູ້ລະ 1 ປີ 7 ເດືອນ, 15 ວັນ, ພ້ອມປັບໃໝເງິນຜູ້ລະ 25.000.000 ກີບ.

ຂ່າວ: ມົດແດງນ້ອຍ
ພາບ: ອາພິນຍາ

ຂ່າວຈາກ: Lao National Radio