ພິດຂອງສາຍພັນເດວຕ້າ ເຮັດໃຫ້ຍອດຜູ້ຕິດເຊື້ອທົ່ວໂລກເພີ່ມຂຶ້ນ

377

ຄວາມຫວັງຂອງຜູ້ຄົນທົ່ວໂລກທີ່ວ່າ ເມື່ອສັກວັກແຊັງປ້ອງກັນໂຄວິດ – 19 ໃຫ້ປະຊາຊົນກວມເອົາອັດຕາສ່ວນຫຼາຍຂອງປະຊາກອນແລ້ວ ສະຖານະການຂອງໂຄວິດຈະຄ່ອຍໆຜ່ອນຄາຍລົງ ແຕ່ຄວາມຫວັງດັ່ງກ່າວນັ້ນອາດຈະບໍ່ເກີດຂຶ້ນໄດ້ງ່າຍໆ ເມື່ອສາຍພັນເດວຕ້າ ໄດ້ລະບາດໄປເກືອບທົ່ວໂລກໃນຂະນະນີ້ ເຊິ່ງກຸ່ມຜູ້ຕິດເຊື້ອລາຍໃໝ່ໃນໂລກສ່ວນໃຫຍ່ ເປັນສາຍພັນເດວຕ້າ ທີ່ຕິດງ່າຍ ລະບາດໄວ. ໃນຂະນະທີ່ການສັກວັກແຊັງປ້ອງກັນໂຄວິດ – 19 ຫຼາຍປະເທດຍັງຕ່ຳຊ້ຳບໍ່ໜຳຜູ້ທີ່ສັກວັກແຊັງຄົບ 2 ເຂັມແລ້ວ ກໍຍັງມີໂອກາດຕິດເຊື້ອໄດ້ ແຕ່ຈະບໍ່ມີອາການຮຸນແຮງ, ດັ່ງນັ້ນຈຶ່ງເຮັດໃຫ້ບາງປະເທດເກີດຄວາມຄິດທີ່ວ່າ ສັກເພີ່ມເປັນເຂັມທີ 3.

ຫຼ້າສຸດເມື່ອວັນທີ 15 ກໍລະກົດ ອົງການອະນາໄມໂລກ ລາຍງານວ່າ: ຈຳນວນຜູ້ເສຍຊີວິດຈາກພະຍາດໂຄວິດ – 19 ທົ່ວໂລກໃນອາທິດຜ່ານມາ ເພີ່ມຂຶ້ນເປັນຄັ້ງທຳອິດ ຫຼັງຈາກທີ່ຫຼຸດລົງດົນເຖິງ 9 ອາທິດຕິດຕໍ່ກັນ ໂດຍມີຜູ້ເສຍຊີວິດຫຼາຍກວ່າ 55 ພັນຄົນ ຫຼື ເພີ່ມຂຶ້ນ 3% ເມື່ອທຽບກັບອາທິດຜ່ານມາ.

ໃນຂະນະທີ່ຈຳນວນຜູ້ຕິດເຊື້ອກໍເພີ່ມຂຶ້ນ 10% ເມື່ອທຽບກັບອາທິດຜ່ານມາ ເກືອບຈຸ 3 ລ້ານຄົນ ໂດຍປະເທດທີ່ມີຜູ້ຕິດເຊື້ອລາຍໃໝ່ຫຼາຍທີ່ສຸດແມ່ນ: ບຣາຊິນ, ອິນເດຍ, ອິນໂດເນເຊຍ ແລະ ອັງກິດ. ປັດໄຈສຳຄັນທີ່ເຮັດໃຫ້ມີຜູ້ຕິດເຊື້ອ ແລະ ເສຍຊີວິດເພີ່ມຂຶ້ນອີກຄັ້ງ ມາຈາກປະລິມານການສັກວັກແຊັງຍັງຕ່ຳ, ການຜ່ອນຜັນມາດຕະການປ້ອງກັນ ໂດຍສະເພາະແມ່ນການເດີນທາງ, ການເວັ້ນໄລຍະຫ່າງ ລວມທັງການໃສ່ຜ້າອັດປາກ – ດັງ ແລະ ມາດຕະການອື່ນໆ.

ອົງການອະນາໄມໂລກ ລະບຸວ່າ: ຂະນະນີ້ສາຍພັນເດວຕ້າ ໄດ້ແຜ່ລະບາດໄປ 111 ປະເທດທົ່ວໂລກ ແລະ ຄາດວ່າໃນອີກບໍ່ພໍເທົ່າໃດເດືອນຂ້າງໜ້ານີ້ ສາຍພັນເດວຕ້າ ຈະເປັນສາຍພັນຫຼັກໃນການແຜ່ລະບາດໄປທົ່ວໂລກ.