ຈີດີພີ ຂອງສິງກະໂປ ຂະຫຍາຍຕົວ 14,3% ໃນໄຕມາດ 2 ສູງສຸດໃນຮອບ 11 ປີ

400

ກະຊວງການຄ້າ ແລະ ອຸດສາຫະກຳສິງກະໂປ ເປີດເຜີຍໃນວັນທີ 14 ກໍລະກົດ 2021 ໃຫ້ຮູ້ວ່າ: ລວມຍອດຜະລິດຕະພັນພາຍໃນ ຫຼື ຈີດີພີ ຂອງສິງກະໂປ ໃນໄຕມາດ 2 ຂອງປີ 2021 ຂະຫຍາຍຕົວ 14,3% ເມື່ອທຽບກັບໄລຍະດຽວກັນຂອງປີຜ່ານມາ ເຊິ່ງເປັນການຂະຫຍາຍຕົວທີ່ແຂງແກ່ນທີ່ສຸດໃນຮອບ 11 ປີ ແລະ ດີກວ່າທີ່ນັກວິເຄາະຄາດການໄວ້.

ທັງນີ້, ຈີດີພີ ໃນໄຕມາດ 2 ຂອງສິງກະໂປ ຂະຫຍາຍຕົວຢ່າງແຂງແກ່ນເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020 ເຊິ່ງເປັນໄລຍະທີ່ເສດຖະກິດຂອງສິງກະໂປຫົດຕົວຢ່າງໜັກ ຈາກຜົນກະທົບຂອງການລະບາດຂອງພະຍາດໂຄວິດ – 19.

ສິງກະໂປ ຍັງຄົງປະເຊີນກັບການແຜ່ລະບາດຂອງພະຍາດໂຄວິດ – 19 ເຊິ່ງກະຊວງສາທາລະນະສຸກສິງກະໂປ ລາຍງານວ່າ: ມາຮອດວັນທີ 13 ກໍລະກົດມີຍອດຜູ້ຕິດເຊື້ອສະສົມ 62.700 ກວ່າຄົນ ເສຍຊີວິດ 36 ຄົນ.

ແນວໃດກໍຕາມ, ສິງກະໂປ ເປັນໜຶ່ງໃນປະເທດທີ່ມີອັດຕາການສັກວັກແຊັງສູງທີ່ສຸດຂອງໂລກ ໂດຍຂໍ້ມູນຈາກກະຊວງສາທາລະນະສຸກ ໃຫ້ຮູ້ວ່າ: ປະຊາຊົນຊາວສິງກະໂປ ຫຼາຍກວ່າ 70% ຂອງຈຳນວນປະຊາກອນປະມານ 5,69 ລ້ານຄົນ ໄດ້ຮັບການສັກວັກແຊັງເຂັມທຳອິດແລ້ວ ແລະ ປະມານ 41% ໄດ້ສັກຄົບ 2 ເຂັມແລ້ວ.