ຟາຍເຊີ ຈະສົ່ງມອບວັກແຊັງໃຫ້ຫວຽດນາມ 20 ລ້ານໂດສ

497

ສຳນັກຂ່າວຕ່າງປະເທດລາຍງານວ່າ ກະຊວງສາທາລະນະສຸກຫວຽດນາມ ເປີດເຜີຍວ່າ: ບໍລິສັດ Pfizer ເຊິ່ງເປັນຜູ້ຜະລິດຢາ ແລະ ວັກແຊັງ ລາຍໃຫຍ່ ຂອງອາເມຣິກາ ຈະຈັດສັນວັກແຊັງປ້ອງກັນໂຄວິດ – 19 ທີ່ຟາຍເຊີພັດທະນາຮ່ວມກັບ ບໍລິສັດ ໄບອອນເທັກ ຂອງເຢຍລະມັນ ຈຳນວນ 20 ລ້ານໂດສ ເພື່ອສັກໃຫ້ແກ່ຊາວໜຸ່ມທີ່ມີອາຍຸແຕ່ 12 – 18 ປີ ເຊິ່ງເພີ່ມຕື່ມຈາກທີ່ລັດຖະບານຫວຽດນາມລົງນາມສັ່ງຊື້ ຟາຍເຊີ ຈຳນວນ 31 ລ້ານໂດສ ໃນເດືອນມິຖຸນາຜ່ານມາ.

ນອກຈາກນີ້, ຫວຽດນາມຍັງກຳລັງປະສານງານກັບຟາຍເຊີ ເພື່ອຖ່າຍທອດເຕັກໂນໂລຊີການຜະລິດວັກແຊັງ mRNA ພ້ອມສ້າງຕັ້ງໂຮງງານຜະລິດໃນຫວຽດນາມ ເພື່ອເລັ່ງຜະລິດສະໜອງຄວາມຕ້ອງການຂອງໂລກ ພ້ອມທັງເປັນການຢຸດຢັ້ງການແຜ່ລະບາດຂອງພະຍາດໂຄ ວິດ – 19.

ທັງນີ້, ຫວຽດນາມຫາກໍປະກາດວ່າຈະນຳໃຊ້ວັກແຊັງຟາຍເຊີ ເປັນທາງເລືອກສຳລັບວັກແຊັງທີ່ຈະສັກໃຫ້ແກ່ປະຊາຊົນເປັນເຂັມທີ 2 ຫຼັງຈາກທີ່ເຂັມທຳອິດໄດ້ສັກແອັສຕຣາເຊເນກາ ຜ່ານໄປ 8 – 12 ອາທິດກ່ອນໜ້ານີ້. ຂະນະທີ່ໂຄງການສັກວັກແຊັງປ້ອງກັນໂຄວິດ – 19 ຢູ່ຫວຽດນາມ ມີປະຊາຊົນໄດ້ຮັບການສັກວັກແຊັງເຂັມທຳອິດໄປແລ້ວເກືອບ 4 ລ້ານຄົນ, ແຕ່ເຂັມທີ 2 ຍັງບໍ່ເຖິງ 3 ແສນຄົນ ເຊິ່ງສ່ວນໃຫຍ່ນຳໃຊ້ວັກແຊັງແອັສຕຣາເຊເນກາ ເນື່ອງຈາກຟາຍເຊີຈຳນວນ 97 ພັນໂດສ ຫາກໍສົ່ງມອບເປັນຮອບທຳອິດເມື່ອອາທິດທີ່ຜ່ານມາ.