ເອກອັກຄະລັດຖະທູດຍີ່ປຸ່ນ ປະຈຳລາວ ໃຫ້ກຽດກ່າວຕ້ອນຮັບ ນັກກີລາລາວ ສູ່ໂອແລມປິກ 2020

501

ທ່ານເອກອັກຄະລັດຖະທູດຍີ່ປຸ່ນ ປະຈຳ ສປປ ລາວ ສປປ ລາວ ໃຫ້ກຽດກ່າວຕ້ອນຮັບນັກກີລາລາວ ກ່ອນເດີນທາງເຂົ້າຮ່ວມການແຂ່ງຂັນກີລາໂອແລມປິກ 2020 ທີ່ນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນ ທີ່ຈະແຂ່ງຂັນລະຫວ່າງວັນທີ 23 ກໍລະກົດ – 8 ສິງຫາ 2021.

ເມື່ອອາທິດທີ່ຜ່ານມາ ທີ່ຫ້ອງປະຊຸມ ຄະນະກໍາມະການໂອແລມປິກແຫ່ງຊາດລາວ ໃນພິທີຖະແຫຼງຂ່າວ ການກະກຽມຄວາມພ້ອມຂອງທັບນັກກີລາລາວ ເຂົ້າຮ່ວມກີລາໂອແລມປິກ ຄັ້ງທີ 32ແລະ ງານມະຫະກຳກີລາພາຣາແລມປິກ ຄັ້ງທີ 16ທີ່ນະຄອນຫຼວງ ໂຕກຽວ ປະເທດຍີ່ປຸ່ນ ເຊິ່ງທ່ານ ເຄໂຊ ທາເກວະກະ ເອກອັກຄະລັດຖະທູດຍີ່ປຸ່ນ ປະຈຳ ສປປ ລາວ ໄດ້ໃຫ້ກຽດກ່າວຕ້ອນຮັບນັກກີລາລາວ ສູ່ກີລາ ໂອແລມປິກ 2020.

ທ່ານ ເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາ ສປປ ລາວ ກ່າວຕ້ອນຮັບນັກກີລາລາວ ສູ່ໂອແລມປິກ 2020 ວ່າ: ຂ້າພະເຈົ້າຮູ້ສຶກເປັນກຽດຢ່າງຍິ່ງທີ່ໃຫ້ກຽດມາກ່າວຕ້ອນຮັບທັບນັກກີລາລາວ ສູ່ໂອແລມປິກ 2020 ແລະ ພາຣາແລມປິກ ທີ່ຈະແຂ່ງຂັນໃນນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນ ເຊິ່ງກໍຕ້ອງຂໍຂອບໃຈທັບນັກກີລາ ທີ່ຈະເດີນທາງເຂົ້າຮ່ວມພິທີເປີດງານຢ່າງເປັນທາງການທີ່ປະເທດຍີ່ປຸ່ນ. ດັ່ງທີ່ຮູ້ ສປປ ລາວ ກັບ ຍີ່ປຸ່ນ ເປັນຄູ່ຮ່ວມຍຸດທະສາດ ແລະ ເປັນເພື່ອນມິດທີ່ສໍາຄັນ ເຊິ່ງການເຂົ້າຮ່ວມການແຂ່ງຂັນຄັ້ງນີ້ໄດ້ສ້າງກໍາລັງໃຈອັນຍິ່ງໃຫຍ່ໃຫ້ກັບປະຊາຊົນໃນປະເທດຍີ່ປຸ່ນ ແລະ ສປປ ລາວ.

ອີກຢ່າງໜຶ່ງຕ້ອງຂໍຄວາມຂອບໃຈຢ່າງຍິ່ງມາຍັງໂອກາດນີ້ດ້ວຍ ແລະ ຂໍສະແດງຄວາມຍິນດີຊົມເຊີຍຕໍ່ກັບນັກກີລາລາວ ທີ່ຈະເຂົ້າຮ່ວມໂອແລມປິກ ຄັ້ງນີ້ ທີ່ໄດ້ຜ່ານການຝຶກຊ້ອມ ແລະ ຜ່ານການຄັດເລືອກ ດ້ວຍຄວາມດຸໝັ່ນ ແລະ ອົດທົນ ຈົນໄດ້ຮັບກຽດໄປຮ່ວມງານກິລາລະດັບໂລກຄັ້ງນີ້. ແນ່ນອນປັດຈຸບັນແມ່ນການກະກຽມຂັ້ນຕອນສຸດທ້າຍ ແລະ ຈະແຂ່ງຂັນໃນຮູບແບບທີ່ມີຄວາມປອດໄພທີ່ສຸດ ( ແຂ່ງແບບປິດ ) ເຊິ່ງການແຂ່ງຂັນຄັ້ງນີ້ພວກເຮົາຈະຂໍປະກາດໃຫ້ໂລກຮັບຮູ້ວ່າ ເຖິງຈະມີການລະບາດຂອງ ໂຄວິດ-19 ກໍຕາມ ແຕ່ພວກເຮົາກໍສາມາດເຂົ້າຮ່ວມເປັນອັນໜຶ່ງອັນດຽວໄດ້.

ສໍາລັບ ນັກກີລາລາວ ຈະອອກເດີນທາງໃນວັນທີ 15 ກໍລະກົດ 2021 ເຊິ່ງມີຄະນະນໍາ 4 ທ່ານ, ສ່ວນຄະນະຄູຝຶກ ແລະ ນັກກີລາ ລວມ 9 ທ່ານ, ສ່ວນນັກກີລາລາວທີ່ໄດ້ສິດເຂົ້າຮ່ວມ ໂອແລມປິກ 2020 ມີ 4 ຄົນຄື:
1.ທ້າວ ສຸພະໄຊ ສິດທິສານ ນັກກີລາຢູໂດ ລົງແຂ່ງຂັນໃນຮຸ່ນ 60 ກິໂລ
2.ນາງ ສິຣິອາລົມ ບຸດຈະເລີນ ນັກກີລາລອຍນໍ້າ 50 ແມັດ ຟຣີສະໄຕລ
3.ທ້າວ ທ້າວ ສັນຕິສຸກ ອິນທະວົງ ນັກກີລາລອຍນໍ້າ 50 ແມັດ ຟຣີສະໄຕລ
4.ນາງ ສິຣິນາ ພະອໍາໄພ ນັກກີລາແລ່ນ-ລານ ປະເພດແລ່ນ 110 ແມັດ

 

ຂ່າວ-ຮູບ: ຫຼ້າ