ຮອງນາຍົກ ເນັ້ນ ທະນາຄານກາງ (ທຫລ) ເອົາໃຈໃສ່ຄຸ້ມຄອງສະຖຽນລະພາບເງິນແຫ່ງຊາດ ໂດຍສະເພາະອັດຕາເງິນເຟີ້

1174

ໃນວັນທີ 14 ກໍລະກົດນີ້ ທີ່ສະໂມສອນສະຖາບັນການທະນາຄານແຫ່ງ ສປປ ລາວ ໄດ້ຈັດກອງປະຊຸມສະຫຼຸບຫຍໍ້ກ່ຽວກັບການເຄື່ອນໄຫວວຽກງານຂອງອົງຄະນະພັກທະນາຄານແຫ່ງ ສປປ ລາວ (ທຫລ) ໄລຍະຜ່ານມາໂດຍເປັນກຽດເຂົ້າຮ່ວມຂອງ ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຊຶ່ງມີ ສະຫາຍ ສອນໄຊ ສິດພະໄຊ ກຳມະການສູນກາງພັກ ເລຂາຄະນະພັກ ຜູ້ວ່າການ ທຫລ ມີບັນດາສະຫາຍຄະນະປະຈຳພັກ, ຄະນະພັກ ແລະ ຜູ້ຕາງໜ້າສະມາຊິກພັກຈາກຮາກຖານ-ໜ່ວຍພັກທີ່ຂຶ້ນກັບອົງຄະນະພັກ ທຫລ ເຂົ້າຮ່ວມ.

ຮອງນາຍົກ ເນັ້ນ ທະນາຄານກາງ (ທຫລ) ເອົາໃຈໃສ່ຄຸ້ມຄອງສະຖຽນລະພາບເງິນແຫ່ງຊາດ ໂດຍສະເພາະອັດຕາເງິນເຟີ້

ສະຫາຍ ສອນໄຊ ສິດພະໄຊ ໄດ້ກ່າວວ່າ: ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກໃນໄລຍະ 5 ປີຜ່ານມາ ຊຶ່ງໄດ້ນໍາພາສ້າງພື້ນຖານ ແລະ ບັນດາປັດໄຈຕົວຈິງທີ່ສໍາຄັນໃຫ້ແກ່ການແກ້ໄຂຄວາມຫຍຸ້ງຍາກຕ່າງໆທີ່ເກີດຂຶ້ນລວມທັງສ້າງຄວາມອາດສາມາດຫຼາຍດ້ານເພື່ອເຮັດໃຫ້ເສດຖະກິດ-ສັງຄົມ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ອັນພົ້ນເດັ່ນແມ່ນສາມາດຮັບປະກັນໃຫ້ປະເທດຊາດມີສະຖຽນລະພາບດ້ານການເມືອງຢ່າງໜັກແໜ້ນ, ແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ, ສືບຕໍ່ໄດ້ຮັບການຈັດຕັ້ງປະຕິບັດຢ່າງຕັ້ງໜ້າຕິດພັນກັບການຈັດຕັ້ງປະຕິບັດແຜນຍຸດທະສາດກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດແກ້ໄຂຄວາມທຸກຍາກຂອງປະຊາຊົນຕາມ 4 ເນື້ອໃນ 4 ຄາດໝາຍຢູ່ເຂດຈຸດສຸມຕ່າງໆໃນຂອບເຂດປະເທດ. ການພັດທະນາເສດຖະກິດ, ເຖິງຈະປະເຊີນກັບຄວາມຫຍຸ້ງຍາກອັນໜັກໜ່ວງດ້ານການເງິນ-ເງິນຕາ ແລະ ບັນຫາໜີ້ສິນທີ່ສະສົມມາຍາວນານບວກກັບຜົນກະທົບໜັກໜ່ວງຈາກການລະບາດຂອງພະຍາດໂຄວິດ-19, ແຕ່ສາມາດຢັບຢັ້ງການເກີດວິກິດການຮ້າຍແຮງດ້ານເສດຖະກິດ, ທັງສາມາດຮັກສາການເຕີບໂຕໂດຍສະເລ່ຍ 5,8%, ລາຍຮັບສະເລ່ຍຕໍ່ຫົວຄົນບັນລຸ 2.664 ໂດລາ ທຽບໃສ່ປີ 2015 ເພີ່ມຂຶ້ນ 694 ໂດລາ ແລະ ບັນຫາພົ້ນເດັ່ນຕ່າງໆໂດຍສະເພາະຂະແໜງການທະນາຄານໄດ້ປະກອບສ່ວນອັນຫຼວງຫຼາຍເຂົ້າໃນການຈັດຕັ້ງປະຕິບັດມະຕິ X ຂອງພັກກໍຄືແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ VIII ໄດ້ເປັນຢ່າງດີ, ກອງປະຊຸມຍັງໄດ້ຮັບຟັງການເຜີຍແຜ່ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີ IX (2021-2025) ຕິດພັນກັບການເນັ້ນໜັກປະຕິບັດຍຸດທະສາດພັດທະນາຂະແໜງການເງິນ-ເງິນຕາ 5 ປີຕໍ່ໜ້າ ແລະ ຍັງໄດ້ພ້ອມກັນຄົ້ນຄວ້າເຊື່ອມຊຶມເອກະສານສໍາຄັນຕົ້ນຕໍຄື: ລາຍງານການເມືອງຂອງຄະນະບໍລິຫານງານສູນກາງພັກສະໄໝທີ X ຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025), ມະຕິວ່າດ້ວຍການຍົກສູງຄຸນນະພາບວຽກງານການເມືອງ-ແນວຄິດໃນໄລຍະໃໝ່ ແລະ ມະຕິວ່າດ້ວຍການເພີ່ມທະວີການນໍາພາຂອງພັກຕໍ່ວຽກງານວັດທະນະທໍາໃນໄລຍະໃໝ່; ພ້ອມກັນນັ້ນ, ບັນດາຜູ້ເຂົ້າຮ່ວມຍັງໄດ້ພ້ອມກັນຍົກສູງຄວາມຮັບຜິດຊອບ ແລະ ເສີມຂະຫຍາຍຫົວຄິດປະດິດສ້າງໃນການປະກອບຄວາມຄິດຄວາມເຫັນໃນແຕ່ລະບັນຫາຢ່າງພາວະວິໄສ, ສ້າງສັນ ແລະ ກົງໄປກົງມາ ໂດຍສະເພາະບັນຫາທີ່ຕິດພັນກັບວຽກງານພັກ-ພະນັກງານ ແລະ ວຽກງານວິຊາສະເພາະຢູ່ຂະແໜງທະນາຄານ, ເຮັດໃຫ້ມີຄວາມເປັນເອກະພາບສູງໃນແຕ່ລະບັນຫາທີ່ຍົກຂຶ້ນ ແລະ ເປັນພື້ນຖານເພື່ອສືບຕໍ່ນໍາພາຈັດຕັ້ງປະຕິບັດຕົວຈິງໃນຕໍ່ໜ້າ.

ຮູບກອງປະຊຸມ

ສະຫາຍ ສອນໄຊ ສິດພະໄຊ ໄດ້ກ່າວວ່າ: ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກໃນໄລຍະ 5 ປີຜ່ານມາ ຊຶ່ງໄດ້ນໍາພາສ້າງພື້ນຖານ ແລະ ບັນດາປັດໄຈຕົວຈິງທີ່ສໍາຄັນໃຫ້ແກ່ການແກ້ໄຂຄວາມຫຍຸ້ງຍາກຕ່າງໆທີ່ເກີດຂຶ້ນລວມທັງສ້າງຄວາມອາດສາມາດຫຼາຍດ້ານເພື່ອເຮັດໃຫ້ເສດຖະກິດ-ສັງຄົມ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ອັນພົ້ນເດັ່ນແມ່ນສາມາດຮັບປະກັນໃຫ້ປະເທດຊາດມີສະຖຽນລະພາບດ້ານການເມືອງຢ່າງໜັກແໜ້ນ, ແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ, ສືບຕໍ່ໄດ້ຮັບການຈັດຕັ້ງປະຕິບັດຢ່າງຕັ້ງໜ້າຕິດພັນກັບການຈັດຕັ້ງປະຕິບັດແຜນຍຸດທະສາດກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດແກ້ໄຂຄວາມທຸກຍາກຂອງປະຊາຊົນຕາມ 4 ເນື້ອໃນ 4 ຄາດໝາຍຢູ່ເຂດຈຸດສຸມຕ່າງໆໃນຂອບເຂດປະເທດ. ການພັດທະນາເສດຖະກິດ, ເຖິງຈະປະເຊີນກັບຄວາມຫຍຸ້ງຍາກອັນໜັກໜ່ວງດ້ານການເງິນ-ເງິນຕາ ແລະ ບັນຫາໜີ້ສິນທີ່ສະສົມມາຍາວນານບວກກັບຜົນກະທົບໜັກໜ່ວງຈາກການລະບາດຂອງພະຍາດໂຄວິດ-19, ແຕ່ສາມາດຢັບຢັ້ງການເກີດວິກິດການຮ້າຍແຮງດ້ານເສດຖະກິດ, ທັງສາມາດຮັກສາການເຕີບໂຕໂດຍສະເລ່ຍ 5,8%, ລາຍຮັບສະເລ່ຍຕໍ່ຫົວຄົນບັນລຸ 2.664 ໂດລາ ທຽບໃສ່ປີ 2015 ເພີ່ມຂຶ້ນ 694 ໂດລາ ແລະ ບັນຫາພົ້ນເດັ່ນຕ່າງໆໂດຍສະເພາະຂະແໜງການທະນາຄານໄດ້ປະກອບສ່ວນອັນຫຼວງຫຼາຍເຂົ້າໃນການຈັດຕັ້ງປະຕິບັດມະຕິ X ຂອງພັກກໍຄືແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ VIII ໄດ້ເປັນຢ່າງດີ.

ກອງປະຊຸມຍັງໄດ້ຮັບຟັງການເຜີຍແຜ່ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີ IX (2021-2025) ຕິດພັນກັບການເນັ້ນໜັກປະຕິບັດຍຸດທະສາດພັດທະນາຂະແໜງການເງິນ-ເງິນຕາ 5 ປີຕໍ່ໜ້າ ແລະ ຍັງໄດ້ພ້ອມກັນຄົ້ນຄວ້າເຊື່ອມຊຶມເອກະສານສໍາຄັນຕົ້ນຕໍຄື: ລາຍງານການເມືອງຂອງຄະນະບໍລິຫານງານສູນກາງພັກສະໄໝທີ X ຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025), ມະຕິວ່າດ້ວຍການຍົກສູງຄຸນນະພາບວຽກງານການເມືອງ-ແນວຄິດໃນໄລຍະໃໝ່ ແລະ ມະຕິວ່າດ້ວຍການເພີ່ມທະວີການນໍາພາຂອງພັກຕໍ່ວຽກງານວັດທະນະທໍາໃນໄລຍະໃໝ່; ພ້ອມກັນນັ້ນ, ບັນດາຜູ້ເຂົ້າຮ່ວມຍັງໄດ້ພ້ອມກັນຍົກສູງຄວາມຮັບຜິດຊອບ ແລະ ເສີມຂະຫຍາຍຫົວຄິດປະດິດສ້າງໃນການປະກອບຄວາມຄິດຄວາມເຫັນໃນແຕ່ລະບັນຫາຢ່າງພາວະວິໄສ, ສ້າງສັນ ແລະ ກົງໄປກົງມາ ໂດຍສະເພາະບັນຫາທີ່ຕິດພັນກັບວຽກງານພັກ-ພະນັກງານ ແລະ ວຽກງານວິຊາສະເພາະຢູ່ຂະແໜງທະນາຄານ, ເຮັດໃຫ້ມີຄວາມເປັນເອກະພາບສູງໃນແຕ່ລະບັນຫາທີ່ຍົກຂຶ້ນ ແລະ ເປັນພື້ນຖານເພື່ອສືບຕໍ່ນໍາພາຈັດຕັ້ງປະຕິບັດຕົວຈິງໃນຕໍ່ໜ້າ.

ໃນໂອກາດດັ່ງກ່າວ, ສະຫາຍ ສອນໄຊ ສີພັນດອນ ໄດ້ໃຫ້ກຽດໂອ້ລົມຍ້ອງຍໍຊົມເຊີຍຕໍ່ວຽກງານຂອງ ຫທລ ທີ່ປະຕິບັດໄດ້ໃນໄລຍະຜ່ານມາ ແລະ ເພື່ອເປັນບ່ອນອີງໃຫ້ແກ່ຄະນະພັກ ຫທລ ແລະ ພະນັກງານຫຼັກແຫຼ່ງໃນການຈັດຕັ້ງຜັນຂະຫຍາຍມະຕິຂອງກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກຕ້ອງເອົາໃຈໃສ່ບັນຫາດັ່ງນີ້: ສືບຕໍ່ເອົາໃຈໃສ່ຈັດຕັ້ງເຜີຍແຜ່ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກ ຫທລ ໃຫ້ເປັນແຜນການ ແລະ ໂຄງການລະອຽດ ເພື່ອເປັນທິດທາງໃຫ້ແກ່ການຈັດຕັ້ງປະຕິບັດວຽກງານ ຕົວຈິງໃຫ້ສຳເລັດຜົນ ໂດຍສະເພາະແມ່ນການປະຕິບັດບົດບາດຄຸ້ມຄອງມະຫາພາກກໍຄືການຮັກສາສະຖຽນລະພາບເງິນຕາແຫ່ງຊາດ ຍັງຮັກສາຢູ່ຂອດການກຳນົດຂອງສະພາຮັບຮອງ ແລະ ບັນຫາອັດຕາເງິນເຟີ້ ບໍ່ໃຫ້ເກີນການເຕີບໂຕຂອງເສດຖະກິດ, ເຖິງຢ່າງໃດກໍຕາມຜ່ານມາ ຫທລ ໄດ້ຄົ້ນຄວ້າໃນການສ້າງ ແລະ ປັບປຸງກົດໝາຍນິຕິກຳພາຍໃຕ້ກົດໝາຍທີ່ເປັນເຄື່ອງມືໃນການຄຸ້ມຄອງ ແລະ ເອື້ອອຳນວຍຄວາມສະດວກໃນການຈັດຕັ້ງປະຕິບັດນະໂຍບາຍທາງດ້ານເງິນຕາ, ທາງດ້ານສິນເຊື້ອ ຫຼື ລະບົບການຊຳລະສະສາງກໍຄືການຍົກລະດັບຂອງ ຫທລ ໃຫ້ມີຄວາມຄ່ອງຕົວ, ວ່ອງໄວມີປະສິດທິຜົນ ແລະ ສະດວກ ແລະຮຽກຮ້ອງໃຫ້ພະນັກງານ-ລັດຖະກອນທົ່ວຂະແໜງການ ຫທລ ມີຄວາມບຸກບືນພະຍາຍາມ ສ້າງກໍາລັງແຮງຂອງຕົນ ໂດຍມີການວາງແຜນພັດທະນາບຸກຄະລາກອນຂອງຕົນ ໃນໄລຍະສັ້ນ ແລະ ໄລຍະຍາວໃຫ້ມີຄວາມຮູ້ຄວາມສາມາດ ແນໃສ່ປະຕິບັດວຽກງານ ຫທລ ເພື່ອຮັບໃຊ້ການຂະຫຍາຍຕົວຂອງເສດຖະກິດ- ສັງຄົມ ຢ່າງມີປະສິດທິຜົນ.

ຮູບກອງປະຊຸມ