ຮອງປະ​ທານ​ປະ​ເທດ ຢ້ຽມຢາມນິຄົມອຸດສາຫະກໍາ ແລະ ການຄ້າ ວຽງຈັນໂນນທອງ

367

ອີງຕາມການລາຍຂອງໜັງສືພິມ ປະຊາຊົນໃຫ້ຮູ້ວ່າ: ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ໄດ້ລົງເຄື່ອນໄຫວຢ້ຽມຢາມຊຸກຍູ້ວຽກງານການຜະລິດ ແລະ ມາດຕະການປ້ອງກັນ, ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ນິຄົມອຸດສາຫະກໍາ ແລະ ການຄ້າ ວຽງຈັນໂນນທອງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃນ​ວັນ​ທີ 14 ກໍ​ລະ​ກົດ 2021 ໂດຍມີທ່ານ ອະນຸພາບ ຕຸນາລົມ ເລຂາຄະນະພັກ ປະທານສະພາປະຊາຊົນນະຄອນຫຼວງວຽງຈັນ ແລະ ຄະນະຈາກພາກສ່ວນກ່ຽວຂ້ອງເຂົ້າຮ່ວມຕິດຕາມ.


ທ່ານ ທອງທິບ ພັນນຸລາດ ຮັກສາການ ປະທານສະພາບໍລິຫານຫ້ອງການນິຄົມອຸດສາຫະກໍາ ແລະ ການຄ້າ ວຽງຈັນໂນນທອງ ລາຍ​ງານວ່າ: ນິຄົມ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າວຽງ​ຈັນ​ໂນນ​ທອງ ໄດ້ສ້າງຕັ້ງຂຶ້ນພາຍໃຕ້ສັນຍາຮ່ວມມືພັດທະນາ ລະຫວ່າງລັດຖະບານແຫ່ງ ສປປ ລາວ ຖືຮຸ້ນ 30% ກັບນັກລົງທຶນຕ່າງປະເທດ (ຈີນ ໄຕ້ຫວັນ) 70% ໂດຍໄດ້ຖືກຮັບຮອງ ແລະ ສ້າງຕັ້ງຂຶ້ນຢ່າງເປັນທາງການຕາມຂໍ້ຕົກລົງເລກທີ 02/ຄຂພສ, ລົງວັນທີ 1/11/2010 ຢູ່ເຂດຫຼັກ 22 ບ້ານໂນນທອງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ມີເນື້ອທີ່ພັດທະນາໄລຍະທີ 1 ຈໍານວນ 110 ເຮັກຕາ ແລະ ໄລຍະ 2 ເນື້ອທີ່ 142 ເຮັກຕາ ເພື່ອດໍາເນີນການພັດທະນາພື້ນຖານໂຄງລ່າງ ແລະ ດຶງດູດເອົານັກລົງທຶນດ້ານການຜະລິດອຸດສາຫະກໍາປຸງແຕ່ງເພື່ອສົ່ງອອກ, ການຄ້າ ແລະ ການບໍລິການ ໃນພື້ນທີ່ຂອງໂຄງການ ແລະ ພັດທະນາ ໃຫ້ກາຍເປັນເຂດອຸດສາຫະກໍາ, ການຄ້າ ແລະ ການບໍລິການທີ່ທັນສະໄໝ.


ປັດຈຸບັນມີພະນັກງານ 4.435 ຄົນ ມີມູນຄ່າ ການນໍາເຂົ້າສິນຄ້າທັງໝົດ 302 ກວ່າລ້ານໂດລາ ແລະ ມູນຄ່າສົ່ງອອກສິນຄ້າ ທັງໝົດ 280 ກວ່າລ້ານໂດລາ, ສໍາລັບສິນຄ້າສົ່ງອອກປະ​ກອບ​ມີ: ເຄື່ອງນຸ່ງຫົ່ມ, ຊິ້ນສ່ວນອຸປະກອນເອເລັກໂຕຣນິກ, ສາຍໄຟແອເຢັນ, ທູບຈອດ, ເຄື່ອງມືອຸປະກອນການຜະລິດເຕັກນິກ; ຜະລິດຕະພັນປຸງແຕ່ງອາຫານນໍ້າປາ, ສະອິວ, ນໍ້າມັນພືດ, ການຜະລິດປຸງແຕ່ງວັດສະດຸກໍ່ສ້າງ, ຜະລິດຫົວອາຫານສັດ ແລະ ອື່ນ​ໆ.


ໃນໂອກາດດັ່ງກ່າວ ທ່ານ ນາງ ປານີ ຢາທໍ່ຕູ້ ກໍໄດ້ສະແດງຄວາມຊົມເຊີຍຕໍ່ກັບການປະກອບສ່ວນໃນການສ້າງວຽກເຮັດງານທໍາໃຫ້ປະຊາຊົນລາວ ພ້ອມນັ້ນກໍຍັງໄດ້ແນະນໍາໃຫ້ພາກສ່ວນກ່ຽວຂ້ອງແກ້ໄຂບັນຫາຕ່າງໆເພື່ອອໍານວຍຄວາມສະດວກໃຫ້ບໍລິສັດສາມາດນໍາເຂົ້າ-ສົ່ງອອກເປັນປົກກະຕິ. ສ່ວນບໍລິສັດກໍຕ້ອງໄດ້ໃຫ້ຄວາມຮ່ວມມືກັບການຈັດຕັ້ງໂດຍສະເພາະແມ່ນການສະກັດກັ້ນການ​ແຜ່ລະບາດຂອງພະຍາດໂຄວິດ-19 ລະດົມໃຫ້ພະນັກງານກໍຄືກໍາມະກອນຫ້າວຫັນໄປຮັບວັກຊິນຕາມຈຸດຕ່າງໆ​ທີ່​ມີ​ການ​ບໍ​ລິ​ການ​ສັກ​ວັກ​ຊິນ, ພ້ອມ​ທັງຮຽກຮ້ອງໃຫ້ພາກສ່ວນກ່ຽວຂ້ອງໃຫ້ການກະຕຸກຊຸກຍູ້ຕອບສະໜອງຄວາມຕ້ອງການອັນຮີບດ່ວນໃຫ້ທັນເວລາເປັນຕົ້ນຈໍານວນກໍາມະກອນ, ວັກຊິນປ້ອງກັນໂຄວິດ-19.


ຈາກນັ້ນ, ທ່ານ ນາງ ປານີ ຢາທໍ່ຕູ້ ພ້ອມດ້ວຍຄະນະໄດ້ເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ວຽກງານ ບໍລິສັດ ເອັມ ເອັມຊີ (ລາວ) ຈໍາກັດ ຊຶ່ງບໍລິສັດໄດ້ສ້າງ​ຕັ້ງຂຶ້ນໃນວັນທີ 7 ເມສາ 2014 ໂດຍການຮ່ວມມືລະຫວ່າງ ບໍລິສັດ ມິດຊູບີຊິ ມັດເຕີຣຽວ (Mitsubishi Materials) ຖືຫຸ້ນ 75% ແລະ ບໍລິສັດ ເອັມ ເອັມຊີ (ປະເທດໄທ) ຈໍາກັດ ມູນຄ່າການລົງທຶນ ຈໍານວນ 4 ລ້ານໂດລາ, ສິນຄ້າຕົ້ນຕໍທີ່ຜະລິດແມ່ນເຊັນເຊີແອ ແລະ ຕູ້ເຢັນ ຊຶ່ງແຕ່ລະເດືອນສາມາດຜະລິດໄດ້ແມ່ນ 6 ລ້ານອັນຕໍ່ເດືອນ. ປັດຈຸບັນ, ບໍລິສັດ ເອັມເອັມຊີ ລາວຈໍາກັດ ມີພະນັກງານທັງໝົດ 859 ຄົນ, ໃນນັ້ນ, ມີພະນັກງານສັນຊາດຢີ່ປຸ່ນ ຈໍານວນ 4 ຄົນ.

ໃນໂອກາດດັ່ງກ່າວທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ສະ​ແດງ​ຄວາມຊົມເຊີຍຕໍ່ຜົນງານການເຄື່ອນໄຫວຂອງນິຄົມ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າວຽງ​ຈັນ​ໂນນ​ທອງ ພ້ອມໃຫ້ທິດຊີ້​ນຳເພີ່ມຄວາມເອົາໃຈໃສ່ສືບຕໍ່ປະຕິບັດມາດຕະການປ້ອງກັນ ແລະ ສະກັດກັ້ນການແ​ຜ່ລະບາດຂອງພະຍາດໂຄວິດ-19 ຢ່າງເຂັ້ມງວດເປັນຕົ້ນການຮັກສາໄລຍະຫ່າງ, ວັດແທກອຸນຫະພູມ, ໃຊ້ຜ້າອັດປາກ-ດັງ ແລະ ໃຊ້ເຈວລ້າງມື;

ຂ່າວ-ພາບ: ຄຳ​ບຸນ​ມີ