ໂຮງໝໍມະໂຫສົດ ເປີດສູນອະເຊື້ອມາດຕະຖານ ທີ່ໃຊ້ໃນວຽກງານຂ້າເຊື້ອເຄື່ອງມື-ອຸປະກອນການແພດ

270
ພິທີເປີດສູນອະເຊື້ອມາດຕະຖານ ໂຮງໝໍມະໂຫສົດ ໄດ້ຈັດຂຶ້ນໃນວັນທີ 14 ກໍລະກົດ 2021 ທີ່ໂຮງໝໍມະໂຫສົດ ໂດຍພາຍໃຕ້ການຮ່ວມມືໃນການສ້າງຄວາມເຂັ້ມແຂງທາງດ້ານວິຊາການ ລະຫວ່າງ ໂຮງໝໍມະໂຫສົດ ແລະ ບໍລິສັດ ໄຊມັງກອນ ການຢາ ຈໍາກັດຜູ້ດຽວ ໂດຍການໃຫ້ກຽດເຂົ້າຮ່ວມ ໃນພິທີ ຂອງທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ແລະ ທ່ານ ຄໍາປິງ ລາວຖັງ ປະທານ ບໍລິສັດໄຊມັງກອນ ພ້ອມດ້ວຍກົມກອງອ້ອມຂ້າງກະຊວງສາທາລະນະສຸກ ແລະ ພະນັກງານໂຮງໝໍມະໂຫສົດເຂົ້າຮ່ວມ.
ທ່ານ ພິສິດ ພຸດສະຫວັດ ຜູ້ອໍານວຍການໂຮງໝໍມະໂຫສົດ ໄດ້ລາຍງານໃຫ້ຮູ້ກ່ຽວກັບ ຄວາມເປັນມາ ຂອງການຮ່ວມມື ໃນການສ້າງສູນອະເຊື້ອມາດຕະຖານດັ່ງກ່າວ. ໂຮງໝໍມະໂຫສົດ ເປັນໜຶ່ງໂຮງໝໍໃນບັນດາໂຮງໝໍສູນກາງ ແລະ ຍັງເປັນໂຮງໝໍທີ່ເກົ່າແກ່ທີ່ສຸດ ໃນ ສປປ ລາວ ທີ່ປະຊາຊົນລາວບັນດາເຜົ່າໃຫ້ຄວາມໄວ້ວາງໃຈໃນການປິ່ນປົວ. ແຕ່ໃນປັດຈຸບັນໂຮງໝໍມະໂຫສົດແມ່ນມີເຄື່ອງມື ແລະ ອຸປະກອນການແພດໃນການຜ່າຕັດ, ເຄື່ອງອົບອະເຊື້ອເກົ່າແກ່ຫຼາຍກວ່າ 10 ປີຂຶ້ນໄປ, ຂະບວນການ ແລະ ລະບົບການອະເຊື້ອແມ່ນບໍ່ຮັບປະກັນຄຸນນະພາບ ແລະ ມາດຕະຖານດ້ານການອະເຊື້ອ ລວມທັງການພັດທະນາຊັບພະຍາກອນມະນຸດດ້ານການບໍລິຫານ, ດ້ານເຕັກນິກ, ເຕັກໂນໂລຊີ ເຂົ້າໃນລະບົບການອະເຊື້ອ ຂອງໂຮງໝໍບໍ່ໄດ້ຮັບການຍົກລະດັບ ແລະ ບໍ່ໄດ້ພັດທະນາຢ່າງຕໍ່ເນື່ອງອັນເປັນສາເຫດເຮັດໃຫ້ເຄື່ອງຈັກອົບອະເຊື້ອມີການເປ່ເພເສຍຫາຍພາໃຫ້ພົບຄວາມຫຍຸ້ງຍາກໃນການສ້ອມແປງ, ການສ້ອມແປງແຕ່ລະຄັ້ງຊັກຊ້າບໍ່ທັນກັບຄວາມຕ້ອງການຂອງບໍລິການ, ນອກນັ້ນ ຍັງພົບຄວາມຫຍຸ້ງຍາກໃນຂະບວນການທໍາຄວາມສະອາດ ແລະ ເຄື່ອນຍ້າຍອຸປະກອນອະເຊື້ອ, ສະຖານທີ່ອະເຊື້ອເຄື່ອງມືການແພດ ບໍ່ໄດ້ມາດຕະຖານ ລວມທັງການຂົນສົ່ງອຸປະກອນອະເຊື້ອ ໄປຫາຫ້ອງຜ່າຕັດ ແລະ ຫ້ອງປະຕິບັດການ ທາງການແພດ ກໍພົບຄວາມຫຍຸ້ງຍາກ ບໍ່ມີລະບົບທີ່ດີ ສິ່ງເຫຼົ່ານັ້ນເປັນສາເຫດພາໃຫ້ ໂຮງໝໍມີການສິ້ນເປືອງຄ່າໃຊ້ຈ່າຍ ເຂົ້າໃນຂະບວການອະເຊື້ອ ອຸປະກອນການແພດ ເປັນຈໍານວນມະຫາສານໃນແຕ່ລະປີ.
ດັ່ງນັ້ນ ມາຮອດວັນທີ 19 ມີນາ 2020 ໂຮງໝໍມະໂຫສົດ ໄດ້ຮັບຂໍ້ຕົກລົງ ຂອງລັດຖະມົນຕີ ກະຊວງສາທາລະນະສຸກ ສະບັບເລກທີ 0706/ສທ, ລົງວັນທີ 19 ມີນາ 2020, ວ່າດ້ວຍການອະນຸມັດ ໃຫ້ໂຮງໝໍມະໂຫສົດ ເຊັນສັນຍາຮ່ວມມື ກັບ ບໍລິສັດ ໄຊມັງກອນ ໃນການສ້າງສູນອະເຊື້ອມາດຕະຖານ ຢູ່ໂຮງໝໍມະໂຫສົດ ແລະ ໂຮງໝໍມະໂຫສົດ ແມ່ນໄດ້ເຊັນສັນຍາຮ່ວມມືກັນ ໃນວັນທີ 30 ເມສາ 2020. ຫຼັງຈາກນັ້ນ, ທາງ ບໍລິສັດ ໄຊມັງກອນການຢາ ຈໍາກັດຜູ້ດຽວ ໄດ້ດໍາເນີນການສ້າງສູນອະເຊື້ອມາດຕະຖານ ຢູ່ໂຮງໝໍມະໂຫສົດ. ໄດ້ສ້າງສໍາເລັດ ແລະ ນໍາໃຊ້ການອົບອະເຊື້ອ ເລີ່ມໃນເດືອນ 4/2021 ເຖິງປັດຈຸບັນ.