ນະຄອນຫຼວງວຽງຈັນ ມີກໍລະນີຕິດເຊື້ອໃນຊຸມຊົນ 1 ຄົນ ເປັນພະຍາບານ ທີ່ດູແລປິ່ນປົວຄົນເຈັບໂຄວິດ-19

900

ທ່ານດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມ ຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ຈະມາຖະແຫຼງຂ່າວສະພາບການລະບາດພະຍາດ COVID-19 ປະຈຳວັນທີ 15 ກໍລະກົດ 2021ວ່າ: ວັນທີ 14 ກໍລະກົດ 2021 ໄດ້ກວດວິເຄາະທັງໝົດ 1.451 ຄົນ ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 116 ຄົນ.

ໃນນັ້ນ ມີກໍລະນີນຳເຂົ້າ 114 ຄົນ ມາຈາກ ແຂວງຈໍາປາສັກ 41 ກໍລະນີ, ສະຫວັນນະເຂດ 67 ກໍລະນີ, ຄໍາມ່ວນ 02 ກໍລະນີ ແລະ ສາລະວັນ 04 ກໍລະນີ ເຊິ່ງກວດພົບຈາກແຮງງານລາວ ທີ່ກັບມາແຕ່ປະເທດເພື່ອນບ້ານ ໂດຍຖືກຕ້ອງຕາມກົດໝາຍ. ສ່ວນຕິດເຊື້ອໃນຊຸມຊົນ 2 ຄົນ ມາຈາກນະຄອນຫຼວງ 1 ຄົນ ແລະ ອຸດົມໄຊ 1 ຄົນ ເຊິ່ງມີປະຫວັດສຳຜັດໃກ້ຊິດ ນຳຜູ້ຕິດເຊື້ອເກົ່າທີ່ຜ່ານມາ.


ສຳລັບ ກໍລະນີໃໝ່ ໃນນະຄອນຫຼວງວຽງຈັນ ແມ່ນເປັນພະຍາບານ ເຊິ່ງຕິດເຊື້ອຈາກການດູແລປິ່ນປົວຄົນເຈັບໂຄວິດ-19 ເຊິ່ງມີຜູ້ສຳຜັດໃກ້ຊິດ 6 ຄົນ, ຜູ້ກ່ຽວແມ່ນບໍ່ໄດ້ໄປໃສ, ສຳລັບ ຜູ້ໃກ້ຊິດ ແມ່ນຖືກເກັບຕົວຢ່າງ ຜົນກວດໃຫ້ຜົນລົບ ແລະ ຖືກສົ່ງເຂົ້າຈຳກັດບໍລິເວນ ຢູ່ສະຖານທີ່ກຳນົດໄວ້.

ເຖິງວ່າ ນະຄອນຫຼວງວຽງຈັນ ມີລາຍງານຜູ້ຕິດເຊື້ອໃໝ່ 1 ກໍລະນີ ເຊິ່ງພົບໃນພະນັກງານແພດ ທີ່ໃຫ້ການດູແລຮັກສາຄົນເຈັບໂຄວິດ-19 ກໍ່ຕາມ ແຕ່ນະຄອນຫຼວງວຽງຈັນ ຍັງສາມາດຄວບຄຸມການລະບາດໃນຊຸມຊົນ ໄດ້ໂດຍພື້ນຖານ. ອີກເທື່ອໜຶ່ງ ຂ້າພະເຈົ້າຂໍແຈ້ງໃຫ້ຊາບວ່າ ເນື່ອງຈາກ ສະພາບການລະບາດຢູ່ນະຄອນຫຼວງວຽງຈັນ ມີທ່າອ່ຽງຫຼຸດລົງ ດັ່ງນັ້ນ, ພວກເຮົາຈະໄດ້ປິດສະຖານທີ່ເກັບຕົວຢ່າງນອກສະຖານທີ່ ຢູ່ ມສ ສີໂຄດ ຊົ່ວຄາວ ແລະ ສະເໜີໃຫ້ ຜູ້ທີ່ຢາກກວດຊອກຫາເຊື້ອ ແມ່ນໃຫ້ໄປໃຊ້ບໍລິການຢູ່ ໂຮງໝໍມິດຕະພາບ ແລະ ໂຮງໝໍເສດຖາທິຣາດ ເພາະວ່າ ພວກເຮົາຈະໄດ້ນຳໃຊ້ພະນັກງານ ເຂົ້າໃນໜ່ວຍເກັບຕົວຢ່າງເຄື່ອນທີ່.

ມື້ວານນີ້ ກໍ່ໄດ້ໄປເກັບຕົວຢ່າງ ຢູ່ຕະຫຼາດຕະຫຼາດປອດສານພິດລາວໄອເຕັກ (ຜົນກວດທັງໝົດ 63 ຄົນ ແມ່ນບໍ່ພົບເຊື້ອ) ແລະ ມື້ນີ້ຈະໄດ້ໄປເກັບຕົວຢ່າງຢູ່ຕະຫຼາດ ໂພນຕ້ອງຈອມມະນີ, ຕະຫຼາດຕານມີໄຊ ຕິດຕາມເຝົ້າລະວັງ ແລະ ຊອກຄົ້ນກໍລະນີແບບທ່າບຸກ ເພື່ອໝັ້ນໃຈວ່າ ນະຄອນຫຼວງວຽງຈັນ ບໍ່ມີການແຜ່ເຊື້ອໃນຊຸມຊົນ ຢ່າງແທ້ຈິງ.