ມື້ນີ້ມີໜຶ່ງຄົນຈາກໄປບໍ່ໄດ້ອຳລາຄົນທີ່ຮັກ ຍ້ອນໂລກລະບາດໂຄວິດ-19 ແລະຕິດເຊື້ອໃໝ່ 116

717

ເປັນຕົວເລກທີ່ໜ້າເສົ້າຫຼາຍສຳລັບມື້ນີ້ ກວດພົບຜູ້ຕິດເຊື້ອໃໝ່ເພີ່ມ 116 ກໍລະນີ ເຮັດໃຫ້ຍອດສະສົມທະລຸ 3.092 ຄົນ ແລະຜູ້ເສຍຊີວິດລວມ 4 ກໍລະນີ ຊຶ່ງມີຄົນທີ່ຮັກຂອງອີກຄອບຄົວໜຶ່ງຕ້ອງຈາກໄປຢ່າງດຽວດາຍບໍ່ມີໂອກາດໄດ້ລາຜູ້ຢູ່ທາງຫຼັງ.


ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມ ຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໄດ້ຕາງໜ້າຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ COVID-19 ຖະແຫຼງຂ່າວປະຈຳວັນພະຫັດ ວັນທີ 15 ກໍລະກົດ ປີ 2021ໃຫ້ຮູ້ວ່າ: ສະພາບການລະບາດພະຍາດໂຄວິດ-19 ຢູ່ ສປປ ລາວ, ມາຮອດວັນທີ 14 ກໍລະກົດ 2021 ໄດ້ກວດວິເຄາະທັງໝົດ 1.451 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 116 ຄົນ.

ຈາກ ນະຄອນຫຼວງ 01 ກໍລະນີ, ຈໍາປາສັກ 41 ກໍລະນີ, ສະຫວັນນະເຂດ 67 ກໍລະນີ, ຄໍາມ່ວນ 02 ກໍລະນີ, ສາລະວັນ 04 ກໍລະນີ ແລະ ອຸດົມໄຊ 01 ກໍລະນີ. ໃນນັ້ນ ມີກໍລະນີນຳເຂົ້າ 114 ຄົນ ມາຈາກ ແຂວງຈໍາປາສັກ 41 ກໍລະນີ, ສະຫວັນນະເຂດ 67 ກໍລະນີ, ຄໍາມ່ວນ 02 ກໍລະນີ ແລະ ສາລະວັນ 04 ກໍລະນີ ເຊິ່ງກວດພົບຈາກແຮງງານລາວ ທີ່ກັບມາແຕ່ປະເທດເພື່ອນບ້ານ ໂດຍຖືກຕ້ອງຕາມກົດໝາຍ.


ສ່ວນຕິດເຊື້ອໃນຊຸມຊົນ 2 ຄົນ ມາຈາກນະຄອນຫຼວງ 1 ຄົນ ແລະ ອຸດົມໄຊ 1 ຄົນ ເຊິ່ງມີປະຫວັດສຳຜັດໃກ້ຊິດ ນຳຜູ້ຕິດເຊື້ອເກົ່າທີ່ຜ່ານມາ. ສຳລັບ ກໍລະນີໃໝ່ ໃນນະຄອນຫຼວງວຽງຈັນ ແມ່ນເປັນພະຍາບານ ເຊິ່ງຕິດເຊື້ອຈາກການດູແລປິ່ນປົວຄົນເຈັບໂຄວິດ-19 ເຊິ່ງມີຜູ້ສຳຜັດໃກ້ຊິດ 6 ຄົນ, ຜູ້ກ່ຽວແມ່ນບໍ່ໄດ້ໄປໃສ, ສຳລັບ ຜູ້ໃກ້ຊິດ ແມ່ນຖືກເກັບຕົວຢ່າງ ຜົນກວດໃຫ້ຜົນລົບ ແລະ ຖືກສົ່ງເຂົ້າຈຳກັດບໍລິເວນ ຢູ່ສະຖານທີ່ກຳນົດໄວ້ແລ້ວ.


ເຮັດໃຫ້ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 3.092 ຄົນ, ເສຍຊີວິດສະສົມ 4 ຄົນ ( ເສຍຊີວິດໃໝ່ 1 ເປັນເພດຊາຍ, ອາຍຸ 67 ປີ) ແລະ ກໍາລັງປິ່ນປົວ ທັງໝົດ 708 ຄົນ.

ສຳລັບການເຝົ້າລະວັງຢູ່ຕາມຈຸດຜ່ານແດນ ໃນຂອບເຂດທົ່ວປະເທດວັນທີ 14 ກໍລະກົດ ມີຜູ້ເດີນທາງເຂົ້າມາ ຕາມຈຸດຜ່ານດ່ານຕ່າງໆ ໃນສປປ ລາວ ທັງໝົດ 2.365 ຄົນ ເຊິ່ງທັງໝົດ ແມ່ນຖືກເກັບຕົວຢ່າງກວດຊອກຫາເຊື້ອ ແລະ ເຂ້ົ້າໄປຈຳກັດບໍລິເວນຢູ່ສູນທີ່ຄະນະສະເພາະກິດກຳນົດໄວ້ 14 ວັນ; ເຊິ່ງປັດຈຸບັນ ທົ່ວປະເທດ ຍັງມີສູນຈຳກັດບໍລິເວນ ທີ່ຍັງເປີດຢູ່ 48 ສູນ ແລະ ມີຜູ້ຈຳກັດບໍລິເວນ 5,869 ຄົນ.