ສປປລາວ ມີກໍລະນີເສຍຊີວິດ ຈາກໂຄວິດ ເພີ່ມ1 ຄົນ ເພດຊາຍ ອາຍຸ 67 ປີ

2726

ທ່ານດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມ ຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ຈະມາຖະແຫຼງຂ່າວສະພາບການລະບາດພະຍາດ COVID-19 ປະຈຳວັນທີ 15 ກໍລະກົດ 2021ວ່າ: ວັນທີ 14 ກໍລະກົດ 2021 ໄດ້ກວດວິເຄາະທັງໝົດ 1.451 ຄົນ ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 116 ຄົນ.

ໃນນັ້ນ ມີກໍລະນີນຳເຂົ້າ 114 ຄົນ ມາຈາກ ແຂວງຈໍາປາສັກ 41 ກໍລະນີ, ສະຫວັນນະເຂດ 67 ກໍລະນີ, ຄໍາມ່ວນ 02 ກໍລະນີ ແລະ ສາລະວັນ 04 ກໍລະນີ ເຊິ່ງກວດພົບຈາກແຮງງານລາວ ທີ່ກັບມາແຕ່ປະເທດເພື່ອນບ້ານ ໂດຍຖືກຕ້ອງຕາມກົດໝາຍ.

ສ່ວນຕິດເຊື້ອໃນຊຸມຊົນ 2 ຄົນ ມາຈາກນະຄອນຫຼວງ 1 ຄົນ ແລະ ອຸດົມໄຊ 1 ຄົນ ເຊິ່ງມີປະຫວັດສຳຜັດໃກ້ຊິດ ນຳຜູ້ຕິດເຊື້ອເກົ່າທີ່ຜ່ານມາ.ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 3,092 ຄົນ, ເສຍຊີວິດສະສົມ 4 ຄົນ ( ເສຍຊີວິດໃໝ່ 1 ເປັນເພດຊາຍ, ອາຍຸ 67 ປີ) ແລະ ກໍາລັງປິ່ນປົວ ທັງໝົດ 708 ຄົນ.

ທົ່ວໂລກ ມີລາຍງານຜູ້ຕິດເຊື້ອສະສົມທັງໝົດ 189.107.287 (523.199 ໃໝ່), ເສຍຊິວິດທັງໝົດ 4.073.498 (8.140 ໃໝ່), ປີ່ນປົວຫາຍດີ 172.755.794 (348.096 ໃໝ່). ສຳລັບ 3 ອັນດັບ ປະເທດທີ່ມີຜູ້ຕິດເຊື້ອ ແລະ ເສຍຊິວິດຫຼາຍກວ່າໝູ່ໃນໂລກກໍ່ຍັງ ແມ່ນ ສະຫະລັດອາເມລິກາ, ອິນເດຍ ແລະ ບຣາຊິນ.