“ ເຄັກໃບເຕີຍໜ້ານິ້ມ ” ແຊບຟູນຸ້ມ ຊ້ອນເລເຢີຊັອດໃບເຕີຍນຽນນຸ້ມ

831

ຂອງຫວານ ເປັນອາຫານທີ່ຈະຢຽວຢາຈິດໃຈຂອງໃຜຫຼາຍຄົນໃນເວລາທີ່ຄຽດ ຫຼື ມີບັນຫາຫຍັງຕ່າງໆ ພໍໄດ້ກິນຂອງຫວານກໍຈະເຮັດໃຫ້ຮູ້ສຶກດີຂຶ້ນມາທັນທີ ແຕ່ຜູ້ຂຽນແນະນຳໃຫ້ກິນຢ່າງພໍເໝາະພໍດີ ບໍ່ຄວນກິນຫຼາຍເກີນໄປເດີ.

May be an image of food and indoor

ແນ່ນອນຜູ້ຂຽນເວົ້າເຖິງເລື່ອງຂອງຫວານກໍຕ້ອງມີສູດເຂົ້າໜົມຫວານຢ່າງ ເຄັກໃບເຕີຍໜ້ານິ້ມມາຕ້ອນແຟນຂ່າວທຸກທ່ານ ສູດນີ້ພິເສດກໍຄືເພີ່ມໄສ້ເຂົ້າໄປໃນເຄັກບອກເລີຍວ່າຟິນຕັ້ງແຕ່ຄຳທຳອິດຈົນຄຳສຸດທ້າຍກັນເລີຍ ພ້ອມແລ້ວເຮົາໄປເບິ່ງວິທີການເຮັດພ້ອມໆກັນເລີຍ:

ສ່ວນປະສົມ ໄຂ່ແດງ: ໄຂ່ແດງ ( ເບີ 2 ) 3 ໜ່ວຍ, ນ້ຳຕານ 40 ກຣາມ, ເກືອ 1/4 ບ່ວງຊາ, ກິ່ນວານິລາ 1 ບ່ວງຊາ, ນ້ຳໃບເຕຍ 40 ມິນລີລິດ, ນ້ຳມັນດອກຕາເວັນ 40 ກຣາມ, ແປ້ງເຄັກ 100 ກຣາມ, ຜົງຟູ 1 ບ່ວງຊາ, ນົມສົດລົດຈືດ 40 ມິນລີລິດ.

ສ່ວນປະສົມ ໄຂ່ຂາວ: ໄຂ່ຂາວ 3 ໜ່ວຍ, ນ້ຳໝາກນາວ 1 ບ່ວງຊາ, ນ້ຳຕານ 70 ກຣາມ.

ສ່ວນປະສົມ: ຜົງວຸ້ນ 1 + 1/2 ບ່ວງຊາ, ນ້ຳສະອາດ 3 ບ່ວງແກງ, ກະທິ 250 ມິນລີລິດ, ນ້ຳສະອາດ 250 ມິນລີລິດ, ນ້ຳຕານ 120 ກຣາມ, ເກືອ 1/4 ບ່ວງຊາ, ນ້ຳໃບເຕີຍ 150 ມິນລີລິດ, ແປ້ງສາລີ 40 ກຣາມ, ນ້ຳສະອາດ 100 ມິນລີລິດ.
ວິທີເຮັດເຄັກໃບເຕີຍໜ້ານິ້ມ

ເຮັດສ່ວນປະສົມໄຂ່ແດງໂດຍເທໄຂ່ແດງ ແລະ ນ້ຳຕານໃສ່ລົງໃນພາຊະນະປະສົມ ຕີໃຫ້ເຂົ້າກັນ, ໃສ່ເກືອ ແລະ ກິ່ນວານິລາຄົນໃຫ້ເຂົ້າກັນ.

May be an image of indoor

ໃສ່ນ້ຳໃບເຕີຍ ແລະ ນ້ຳມັນດອກຕາເວັນ ຄົນປະສົມໃຫ້ເຂົ້າກັນ ໃສ່ຜົງຟູລົງໃນແປ້ງປະສົມໃຫ້ເຂົ້າກັນ ຮ່ອນແປ້ງລົງຊາມປະສົມແລ້ວຄົນຄ່ອຍໆໃຫ້ເຂົ້າກັນ ແລ້ວປະໄວ້.

ເຮັດສ່ວນປະສົມໄຂ່ຂາວໂດຍນຳໄຂ່ຂາວ ແລະ ນ້ຳໝາກນາວໃສ່ລົງໂຖຕີ ຕີດ້ວຍຄວາມໄວຕ່ຳ ຄ່ອຍໆໃສ່ນ້ຳຕານຈົນກວ່າຈະໝົດແລ້ວຕີຕໍ່ຈົນຕັ້ງຍອດດີ ຕັກໄຂ່ຂາວ 1 ສ່ວນລົງໄປໃນຊາມປະສົມຂອງໄຂ່ແດງ ແລ້ວຄ່ອຍໆຄົນໃຫ້ເຂົ້າກັນ, ຫຼັງຈາກນັ້ນເທກັບລົງໄປໃນຊາມໄຂ່ຂາວທີ່ເຫຼືອແລ້ວຄົນໃຫ້ເປັນເນື້ອດຽວກັນ.

ຫຼັງຈາກນັ້ນນຳເອົາແປ້ງທີ່ປະສົມແລ້ວເທລົງໃສ່ຖາດສີ່ຫຼ່ຽມຂະໜາດ 7 x 7 ແລ້ວນຳເອົາໄປເຂົ້າເຕົາອົບທີ່ອຸນຫະພູມ 160 ອົງສາ ໃຊ້ໄຟເທິງ – ລຸ່ມ ປະມານ 40 ນາທີ ຫຼື ຈົນກວ່າຈະສຸກ ເມື່ອສຸກແລ້ວນຳອອກຈາກຖາດແກະເຈ້ຍໄຂອອກແລ້ວປະໄວ້ໃຫ້ເຢັນ ຈາກນັ້ນແບ່ງເປັນ 2 ຫຼື 3 ຊັ້ນ.

May be an image of dessert and indoor

ຕໍ່ມາເຮັດຊັອດໃບເຕີຍໜ້ານິ້ມ ໂດຍໃສ່ຜົງວຸ້ນ ແລະ ນ້ຳສະອາດ ຄົນໃຫ້ເຂົ້າກັນ ປະໄວ້ 15 ນາທີ ຫຼື ຈົນກວ່າວຸ້ນເຊັດໂຕ ແລ້ວເອົາກະທິ, ນ້ຳ 250 ມິນລີລິດ, ນ້ຳຕານ ແລະ ເກືອໃສ່ລົງໃນໝໍ້ ຄົນໃຫ້ເຂົ້າກັນດີແລ້ວໃສ່ວຸ້ນທີ່ເຊັດໂຕລົງໄປ.

ນຳເອົາໄປຂຶ້ນເຕົາຈົນຟົດ ແລະ ວຸ້ນລະລາຍດີ ຫຼັງຈາກນັ້ນຄ່ອຍໃສ່ແປ້ງສາລີ ( ແປ້ງສາລີປະສົມນ້ຳ 100 ມິນລີລິດ ) ລະຫວ່າງທີ່ໃສ່ແປ້ງໃຫ້ຄົນຕະຫຼອດ ຈົນສ່ວນປະສົມຂຸ້ນໜຽວ ປິດໄຟ.

ເອົາຊັອດມາກອງເພື່ອໃຫ້ຊັອດນຽນ, ຈາກນັ້ນຕັກໃສ່ຖາດຄຶງໃຫ້ທົ່ວຖາດແລ້ວເອົາເຄັກລົງໄປໃນຖາດ ຈາກນັ້ນຕັກຊັອດລາດເທິງເຄັກ ແລະ ຂອບຖາດໃຫ້ທົ່ວ ເຮັດຈົນກວ່າຄົບຊັ້ນເຄັກ ແລ້ວເອົາຊັອດລາດອັດຖ້ານໃຫ້ທົ່ວ ແລະ ໜາກວ່າຊັ້ນກ່ອນໆ ຈາກນັ້ນເອົາໄປແຊ່ເຢັນ 1 ຄືນ.

May be an image of dessert

ເມື່ອຄົບ 1 ຄືນແລ້ວ ນຳເອົາເຄັກອອກມາຈາກຖາດ ຂັ້ນຕອນນີ້ຕ້ອງໃຊ້ມີກ ຫຼື ໄມ້ພາຍ ຄ່ອຍໆແຊະຂອບຖາດເພື່ອໃຫ້ເຄັກຫຼຸດອອກມາໄດ້ງ່າຍ ແລະ ງາມ ( ຕ້ອງຄ່ອຍໆເພື່ອບໍ່ໃຫ້ເຄັກເລະ ) ນີ້ກໍຖືວ່າແລ້ວຮຽບຮ້ອຍ ພ້ອມຕັກເສີມກິນຄູ່ກັບກາເຟຮ້ອນໆ, ໂກໂກ້ຮ້ອນໆ ຫຼື ນ້ຳຊາຍາມບ່າຍ.

ທີ່ມາ: https://cooking.kapook.com/view243626.html?fbclid=