ເຊຍສຸດໃຈສາວຕາຄົມແສນມີສະເໜ່ ດາຣຊີ ໂຊທິດາ MTL10

654

ຮ່ວມເຊຍຢ່າງເຕັມທີ່ກັບສາວຕາຄົມຜົມຍາວຄົນນີ້ ລູກເຄິ່ງລາວ – ອິນເດຍ ງາມສາຍຕາມີສະເໜ່ສຸດໆ ໂຊທິດາ ຕາວທອງ ຫຼື ດາຣຊີ MTL10 ຜູ້ເຂົ້າຮອບ 25 ຄົນ ຈາກເວທີ Miss Teen Laos 2021 ປັດຈຸບັນອາຍຸ 18 ປີ ຈາກໂຮງຮຽນ ມສ. ໂພນທັນ ມ 7 ນະຄອນຫຼວງວຽງຈັນ ສັງກັດ: The best lao modelling.

May be a closeup of 1 person

ດາຣຊີ ໄດ້ໃຫ້ສໍາພາດກັບທີມຂ່າວບັນເທີງວ່າ: ທີ່ຜ່ານມາແມ່ນເຄີຍປະກວດ LTC BOY&GIRL ຂອງລາວໂທລະຄົມ ແຕ່ອາດຍ້ອນປະສົບການທີ່ໜ້ອຍເກີນໄປເລີຍໄປບໍ່ເຖິງຝັນ. ດັ່ງນັ້ນ, ຈຶ່ງໄດ້ກັບມາປະກວດອີກຄັ້ງໃນເວທີດວງດາວແຫ່ງຍຸກສະໄໝນີ້ ແລະ ຄວາມໃຝ່ຝັນຂອງນ້ອງໃນເວທີນີ້ຄື ຢາກຈະເປັນຄົນໜຶ່ງທີ່ໄດ້ເຂົ້າຮອບເລິກໆ ຫຼື ເປັນຜູ້ຄອບຄອງມົງກຸດນັ້ນເອງ ແລະ ນ້ອງກໍຮັກມັກໃນດ້ານວົງການບັນເທີງຄືການເປັນນັກສະແດງ, ນາງແບບ ແລະ ເພື່ອເກັບກ່ຽວປະສົບການ ຮຽນຮູ້ໄປເລື້ອຍໆເພື່ອເປັນຄົນໜຶ່ງທີ່ມີຄຸນພະພາບ ເພື່ອປະດັບວົງການບັນເທີງລາວ.

May be a closeup of 1 person, standing and jewelry

ຄະຕິປະຈໍາໃຈຂອງນ້ອງທີ່ໃຊ້ມາໂດຍຕະຫຼອດ ກໍຄື: A winner is a dreamer who never gives up ຜູ້ຊະນະຄືຜູ້ມີຄວາມຝັນ ແລະ ບໍ່ເຄີຍທໍ້ຖອຍ ເຊັ່ນດຽວກັບຕົວນ້ອງທີ່ມີຄວາມຝັນ ແລະ ຈະບໍ່ຍອມກັບຫຍັງງ່າຍໆ ຈະຕັ້ງໃຈມຸ່ງໝັ້ນ ແລະ ໄປເຖິງຄວາມຝັນນັ້ນໃຫ້ໄດ້.

May be a closeup of 1 person

ສິ່ງທີ່ນ້ອງຈະສະແດງໃຫ້ທຸກຄົນ ແລະ ຄະນະກໍາມະການໄດ້ເຫັນນັ້ນກໍຄື ຄວາມສາມາດພິເສດໃນການເປົ່າຂຸ່ຍ ແລະ ຄວາມສາມາດທາງດ້ານພາສາອັງກິດ ເຊິ່ງນ້ອງໄດ້ຝຶກຝົນ ແລະ ພະຍາຍາມເຮັດໃຫ້ມັນດີຂຶ້ນໄປເລື້ອຍໆ ຫວັງວ່າຈະມີໂອກາດໄດ້ສະແດງພິເສດເທິງເວທີໃຫ້ທຸກຄົນໄດ້ເຫັນ ຊ່ວຍເປັນກໍາລັງໃຈໃຫ້ນ້ອງນໍາເດີ ອີກສິ່ງໜຶ່ງທີ່ນ້ອງຄິດວ່າຈະສາມາດເຮັດໃຫ້ທຸກຄົນໄດ້ ແລະ ສໍາຜັດໄດ້ນັ້ນ ກໍຄືຄວາມຕັ້ງໃຈຂອງນ້ອງເອງ ແລະ ເຕັມທີ່ກັບທຸກຢ່າງທີ່ໄດ້ລົງມືເຮັດ ລວມເຖິງການປະກວດໃນຄັ້ງນີ້ດ້ວຍ.

May be a closeup of 1 person

ສໍາລັບການກຽມຕົວຂອງນ້ອງກ່ອນເຂົ້າປະກວດ ກໍຈະມີຫຼາຍຢ່າງ ເຊັ່ນ: ການກຽມທາງດ້ານການເດີນແບບ, ຄວາມຮູ້, ຝຶກຊ້ອມເປົ່າຂຸ່ຍ, ຄວາມພ້ອມທາງດ້ານບຸກຄະລິກກະພາບພາຍນອກ ແລະ ສຸຂະພາບຂອງຕົວເອງອີກດ້ວຍ, ໃນການປະກອບສ່ວນຊ່ວຍເຫຼືອສັງຄົມ ນ້ອງເອງກໍໄດ້ເຂົ້າຮ່ວມໂຄງການຂອງອົງການ Unicef ແລະ childfund ໃນການເປັນສ່ວນໜຶ່ງ ເພື່ອຊ່ວຍເຫຼືອແມ່ຍິງເດັກນ້ອຍ ແລະ ການຊ່ວຍເຫຼືອສັງຄົມ.

May be an image of 1 person

ກິດຈະກໍາຍາມວ່າງທີ່ນ້ອງມັກເຮັດແມ່ນ: ເຮັດອາຫານ, ຟັງເພງ, ຕີດອກປີກໄກ່, ແຕ້ມຮູບ, ຮຽນໜັງສື, ເບິ່ງແຍງຕົ້ນດອກໄມ້ ແລະ ສະຕາຍການແຕ່ງຕົວແມ່ນມີຫຼາຍແບບເຊັ່ນ: ມັກ ຄວາມເຊັກຊີແຕ່ຮຽບຮ້ອຍ, ໜ້າຮັກ, ສະບາຍໆ. ສຸດທ້າຍນີ້ຂໍຝາກທຸກຄົນເຊຍປັນກໍາລັງໃນໃຫ້ນ້ອງແດ່ເດີ MTL10 ນ້ອງຈະສູ້ ແລະ ເຮັດທຸກໆມື້ໃຫ້ດີທີ່ສຸດ Fb: Darce sothida ແລະ Ig:sonia.std

May be a closeup of 1 person and jewelry

ຮູບ: Darce sothida