ແຮງງານລາວທີ່ຕົກຄ້າງຢູ່ໄທ ຖ້າຈຳເປັນຢາກເດີນທາງກັບປະເທດໃຫ້ຜ່ານດ່ານສາກົນ, ຫ້າມລັກລອບເຂົ້າເມືອງ

582

ສະຖານທູດລາວ ປະຈຳຣາຊະອານາຈັກໄທ ແຈ້ງເຖິງແຮງງານ ແລະ ພົນລະເມືອງລາວທີ່ຕົກຄ້າງຢູ່ໄທ ຖ້າຈຳເປັນຢາກເດີນທາງກັບປະເທດ ຂໍໃຫ້ເດີນທາງເຂົ້າຕາມດ່ານສາກົນທີ່ທັງສອງປະເທດກຳນົດໄວ້. ຂະນະທີ່ຕມ ຂອງ ສປປ ລາວ ໄດ້ກຳນົດໃຫ້ຮັບເອົາພົນລະເມືອງລາວທີ່ມີເອກະສານຖືກຕ້ອງ ແລະ ບໍ່ມີເອກະສານ ກັບຄືນປະເທດ ດ້ວຍການປະຕິບັດຕາມມາດຕະການປ້ອງກັນໂຄວິດ-19ຢ່າງເຂັ້ມງວດ.

ແຮງງານລາວເດີນທາງກັບປະເທດໃນປີຜ່ານມາ

ວັນທີ 13 ກໍລະກົດ 2021 ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາຣາຊະອານາຈັກໄທ ໄດ້ອອກແຈ້ງປະຊາສໍາພັນມາຍັງແຮງງານ ແລະ ພົນລະເມືອງລາວທີ່ຕົກຄ້າງ ຢູ່ ຣາຊະອານາຈັກໄທ ໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ 19 ດັ່ງລະອຽດລຸ່ມນີ້:
1. ລັດຖະບານໄທໄດ້ປະກາດໃຊ້ ພ.ຣ.ກ ການບໍລິຫານຣາຊະການໃນສະຖານະການສຸກເສີນຕື່ມອີກ 2 ເດືອນ ( ຮອດວັນທີ 30 ກັນຍາ ພສ2564).
2. ນອກນັ້ນ, ຍັງໄດ້ປະກາດເພີ່ມທະວີມາດຕະການເພື່ອຄວບຄຸມ ແລະ ປ້ອງກັນພະຍາດ ໂຄວິດ 19 ທີ່ກໍາລັງແຜ່ລະບາດເປັນວົງກວ້າງ ເຊິ່ງມີຜົນຈັດຕັ້ງປະຕິບັດເລີ່ມແຕ່ ວັນທີ 12 ກໍລະກົດ 2021 ເປັນຕົ້ນໄປ ( ກຳນົດ 14 ວັນ ) ຈໍາກັດການເຄື່ອນຍ້າຍ ແລະ ດໍາເນີນກິດຈະກໍາຂອງບຸກຄົນ ເຊິ່ງມີຜົນບັງຄັບໃຊ້ 6 ຈັງຫວັດ ( ບາງກອກ, ນົນທະບູລີ, ປະທຸມທານີ, ນະຄອນປະຖົມ, ສະໝຸດສາຄອນ ແລະ ສະໝຸດປາການ ); ລະບົບການຂົນສົ່ງສາທາລະນະໃຫ້ບໍລິການເລີ່ມແຕ່ 21:00-3:00 ໂມງ ຮ້ານສະດວກຊື້ ແລະ ຕະຫຼາດກາງຄືນ ປິດເວລາ 20:00 – 4:00 ໂມງ; ຫ້າງສັບພະສິນຄ້າ, ສູນການຄ້າ, ຄອມມູນິຕີ້ມໍ ແມ່ນເປີດໄດ້ສະເພາະຄື: ຊຸບເປີມາເກັດ, ຮ້ານຂາຍອາຫານ ແລະ ເຄື່ອງດື່ມ, ທະນາຄານ, ສະຖາບັນການເງິນ, ຮ້າຍຂາຍຢາ, ຮ້ານອຸປະກອນສື່ສານ ແລະ ສະຖານທີ່ສັກວັກແຊັງ ເປີດໃຫ້ບໍລິການເຖິງເວລາ 20:00 ໂມງ; ຮ້ານອາຫານ ແລະ ເຄື່ອງດື່ມ ເປີດໃຫ້ບໍລິການເຖິງເວລາ 20:00 ໂມງ (ຫ້າມກິນອາຫານ ແລະ ສິ່ງມຶນເມົາໃນຮ້ານ); ປິດສະຖານທີ່ສ່ຽງຕິດພະຍາດ ຮ້ານນວດເພື່ອສຸຂະພາບ, ສະປາ ແລະ ສະຖານທີ່ເສີມຄວາມງາມທັງພາກລັດ ແລະ ເອກະຊົນແມ່ນໃຫ້ເຮັດວຽກຢູ່ເຮືອນໃຫ້ຫລາຍທີ່ສຸດຫ້າມການຮວມກຸ່ມກັນເກີນ 5 ຄົນຂຶ້ນໄປ ຍົກເວັ້ນການປະຕິບັດໜ້າທີ່, ປະກອບອາຊີບ ແລະ ກິດຈະກຳທາງສາສະໜາ ຫຼື ຕາມຮີດຄອງປະເພນີ.


ຫ້າມການເດີນທາງທີ່ບໍ່ຈຳເປັນ ເຊິ່ງມີຜົນບັງຄັບໃຊ້ 6 ຈັງຫວັດ ( ບາງກອກ, ນົນທະບູລີ, ປະທຸມທານີ, ນະຄອນປະຖົມ, ສະໝຸດສາຄອນ, ສະໝຸດປາການ) ແລະ 4 ຈັງຫວັດພາກໃຕ້ ( ສົງຂາ, ປັດຕະນີ, ຍະລາ ແລະ ນາລາທິວາດ; ຫ້າມອອກນອກເຄຫາສະຖານ ຕັ້ງແຕ່ເວລາ 21:00 -4:00 ໂມງ ຍົກເວັ້ນກໍລະນີຈໍາເປັນ ເຊັ່ນ: ເຈັບປ່ວຍ, ການເຮັດວຽກຂອງບຸກຄະລາກອນການແພດ; ໃຫ້ໜ່ວຍງານທີ່ກ່ຽວຂ້ອງກຳນົດມາດຕະການຄວບຄຸມເພື່ອຈໍາກັດການເດີນທາງຂ້າມຈັງຫວັດ ເຊິ່ງມີຜົນບັງຄັບໃຊ້ເລີ່ມແຕ່ວັນທີ 10 ກໍລະກົດ 2021 ເປັນຕົ້ນໄປ.


3. ຂໍຄວາມຮ່ວມມືນໍາບັນດາທ່ານໃຫ້ປະຕິບັດຕາມລະບຽບການຂອງປະເທດເຈົ້າພາບຢ່າງເຂັ້ມງວດ, ກໍລະນີທີ່ມີຄວາມຈໍາເປັນແທ້ທີ່ຕ້ອງເດີນທາງກັບຄືນ ສປປ ລາວ ແມ່ນໃຫ້ປະຕິບັດຕາມລະບຽບການເດີນທາງເຂົ້າ-ອອກຂອງສອງປະເທດວາງອອກຢ່າງເຂັ້ມງວດ ແລະ ຂໍໃຫ້ເດີນທາງເຂົ້າຕາມດ່ານສາກົນທີ່ທັງສອງປະເທດກຳນົດໃວ້, ຫ້າມເດັດຂາດບໍ່ໃຫ້ລັກລອບອອກຈາກປະເທດໄທ ເພື່ອເດີນທາງເຂົ້າ ສປປ ລາວ ຕາມຊ່ອງທາງທໍາມະຊາດ.
ກ່ອນໜ້ານີ້ກົມຕຳຫຼວດກວດຄົນເຂົ້າ-ອອກເມືອງ, ກົມໃຫຍ່ສັນຕິບານ ກະຊວງປ້ອງກັນຄວາມສະຫງົບ ກໍໄດ້ອອກແຈ້ງການ ເລກທີ 740/ຕມ ລົງວັນທີ 27 ເມສາ 2021 ເລື່ອງການຮັບເອົາພົນລະເມືອງລາວ ຫຼື ແຮງງານທີ່ຕົກຄ້າງຢູ່ປະເທດໄທ ກັບຄືນປະເທດ ເພື່ອປະຕິບັດຕາມຄໍາສັ່ງ ຂອງທ່ານນາຍົກລັດຖະມົນຕີ ສະບັບເລກທີ 15/ນຍ, ລົງວັນທີ 21 ເມສາ 2021 ແລະ ບັນດາ ແຈ້ງການ ກ່ຽວກັບມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ບໍ່ໃຫ້ແຜ່ລາມອອກເປັນວົງກວ້າງ ຢູ່ ສປປ ລາວ. ຈຶ່ງແຈ້ງໃຫ້ບັນດາພາກສ່ວນກ່ຽວຂ້ອງເອົາໃຈໃສ່ປະສານສົມທົບກັບດ່ານເຊິ່ງໜ້າ ເພື່ອຮັບເອົາ ແຮງງານລາວ ຫຼື ພົນລະເມືອງລາວ ທີ່ຕົກຄ້າງຢູ່ ຣາຊະອານາຈັກໄທ, ໂດຍຕ້ອງປະຕິບັດຕາມກົນໄກ ຄືດັ່ງນີ້:


1. ແຮງງານລາວ ຫຼື ພົນລະເມືອງລາວ ທີ່ມີເອກະສານເດີນທາງຖືກຕ້ອງ, ຄົບຖ້ວນ ໃຫ້ຖືເອົາກົນໄກການປະສານສົມທົບກັບດ່ານເຊິ່ງໜ້າ ເພື່ອຮັບເອົາເຂົາເຈົ້າກັບຄືນ ສປປ ລາວ;
2. ການຮັບເອົາແຮງງານລາວ ຫຼື ພົນລະເມືອງລາວ ທີ່ເດີນທາງໄປ ຣາຊະອານາຈັກໄທ ແບບບໍ່ຖືກຕ້ອງ ໃຫ້ປະຕິບັດຄືດັ່ງນີ້: (ສຶກສາອົບຮົມ, ກ່າວເຕືອນ ແລະ ຫ້າມບໍ່ໃຫ້ມີການປັບໃໝ); ຜູ້ທີ່ມີເອກະສານ ຫຼື ຂໍ້ມູນ ທີ່ສາມາດຢັ້ງຢືນວ່າເປັນພົນລະເມືອງລາວ ເຊັ່ນ: ບັດປະຈຳຕົວ, ສໍາມະໂນຄົວ ຫຼື ໜັງສືຢັ້ງຢືນອື່ນ ໃຫ້ປະຕິບັດ ຕາມກົນໄກການປະສານສົມທົບ ກັບດ້ານເຊິ່ງໜ້າ ເພື່ອຮັບເອົາເຂົາເຈົ້າກັບຄືນ ສປປ ລາວ; ຜູ້ທີ່ບໍ່ມີເອກະສານ ຫຼື ຂໍ້ມູນ ທີ່ບໍ່ສາມາດຢັ້ງຢືນວ່າເປັນພົນລະເມືອງລາວ ໃຫ້ປະສານສົມທົບກັບດ່ານເຊິ່ງໜ້າ ເພື່ອເກັບກໍາຂໍ້ມູນເຊັ່ນ: ຊື່, ນາມສະກຸນ, ວັນເດືອນປີເກີດ, ທີ່ຢູ່ໃນ ສປປ ລາວ, ໄປເຮັດວຽກຫຍັງຢູ່ ໄທ, ເບີໂທພໍ່-ແມ່ ຫຼື ຍາດພີ່ນ້ອງຢູ່ ລາວ ເພື່ອສັງລວມຂໍ້ມູນ ປະສານຫາພາກສ່ວນກ່ຽວຂ້ອງ ພິສູດວ່າເປັນພົນລະເມືອງລາວແທ້ກ່ອນຈະອະນຸຍາດໃຫ້ເດີນທາງເຂົ້າ ສປປ ລາວ.

3. ການຮັບເອົາ ພົນລະເມືອງລາວ ຫຼື ແຮງງານລາວ ທຸກຄັ້ງຕ້ອງຮີບຮ້ອນປະສານສົມທົບກັບ ຄະນະສະເພາະກິດທ້ອງຖິ່ນນັ້ນ ເພື່ອພາຕົວພວກກ່ຽວໄປກວດຫາເຊື້ອໂຄວິດ-19 ແລະ ໄປຈໍາກັດບໍລິເວນ ຕາມສະຖານທີ່ ທີ່ກໍານົດໄວ້.ຈາກນັ້ນ ໃຫ້ສັງລວມຂໍ້ມູນລາຍງານ ກົມຕໍາຫຼວດກວດຄົນເຂົ້າ-ອອກເມືອງ ປະຈໍາວັນ (ເວລາ 14:00 ໂມງ).