ການຫຼຸດລະດັບໝີແພນດາ “ໃກ້ຈະສູນພັນ” ເປັນ “ສ່ຽງຈະສູນພັນ” ເຫັນໄດ້ຜົນສຳເລັດຂອງຈີນໃນການອະນຸລັກຊີວະນາໆພັນ

317

ຕອນເຊົ້າວັນທີ 7 ກໍລະກົດນີ້, ຫ້ອງການຖະແຫຼງຂ່າວຄະນະລັດຖະບານຈີນໄດ້ກ່າວໃນເວລາແຈ້ງສະພາບທີ່ກ່ຽວຂ້ອງກັບເວທີປຶກສາຫາລືສາກົນກ່ຽວກັບຄວາມສີວິໄລທາງລະບົບນິເວດກຸ້ຍຢາງປີ 2021 ວ່າ: ໝີແພນດາ “ຖືກຫຼຸດລະດັບບັນຊີລາຍຊື່ຄວາມສ່ຽງລົງແລ້ວ”! ທ່ານ ຊຸ່ຍຊູ່ຫົງ ຫົວໜ້າກົມອະນຸລັກລະບົບນິເວດທຳມະຊາດຂອງກະຊວງນິເວດວິທະຍາແລະສິ່ງແວດລ້ອມຈີນກ່າວວ່າ: ຈຳນວນໝີແພນດາຕາມທຳມະຊາດໄດ້ມີເຖິງ 1.800 ກວ່າໂຕ, ສະນັ້ນການຈັດອັນດັບໝີແພນດາ “ໃກ້ຈະສູນພັນ” ຫຼຸດມາເປັນ“ມີຄວາມສ່ຽງຈະສູນພັນ”.

ຂ່າວແຈ້ງວ່າ: ສະຫະພັນອະນຸລັກທຳມະຊາດໂລກ(IUCN)ໄດ້ຈັດແບ່ງລະດັບພັນພືດແລະສັດປ່າໃກ້ຈະສູນພັນເປັນ 7 ລະດັບເຊັ່ນ: ສູນພັນ, ສູນພັນຢູ່ໃນປ່າ, ໃກ້ຈະສູນພັນເຖິງຂັ້ນອັນຕະລາຍ, ໃກ້ຈະສູນພັນ, ສ່ຽງຈະສູນພັນ, ມີຄວາມສ່ຽງໃກ້ຈະສູນພັນໃນລະດັບຕ່ຳແລະບໍ່ມີຄວາມສ່ຽງທີ່ຈະສູນພັນ. ທີ່ຈິງແລ້ວ, ໃນວັນທີ 4 ກັນຍາປີ 2016, ສະຫະພັນອະນຸລັກທຳມະຊາດໂລກ(IUCN)ກໍເຄີຍໄດ້ປະກາດວ່າ: ໝີແພນດາທີ່ເປັນສັດລ້ຳຄ່າລະດັບຊາດຂອງຈີນບໍ່ໄດ້ຖືກຈັດເຂົ້າໃນບັນຊີສັດໂລກໃກ້ຈະສູນພັນອີກແລ້ວ, ເຊິ່ງຈາກລະດັບ “ໃກ້ຈະສູນພັນ”(Endangered) ປ່ຽນມາເປັນ “ສ່ຽງຈະສູນພັນ”(Vulnerable). ແຕ່ເພື່ອຈຸດປະສົງໃນການອະນຸລັກໝີແພນດາໃຫ້ໄດ້ດີກວ່າເກົ່າ, ພາກສ່ວນປ່າໄມ້ຈີນຈຶ່ງໄດ້ມີທັດສະນະທີ່ເໝາະສົມແລະສຸຂຸມຮອບຄອບແລະເຫັນວ່າໝີແພນດາຍັງເປັນສັດໃກ້ຈະສູນພັນຄືເກົ່າ. ປັດຈຸບັນ, ຈຳນວນຕະກຸນໝີແພນດາໃນປ່າມີຫຼາຍກວ່າລະດັບຈຳນວນໃກ້ຈະສູນພັນ 250 ໂຕ, ແລະກໍ່ໄດ້ລື່ນກາຍລະດັບຈຳນວນສັດມີຄວາມສ່ຽງສູງໃກ້ຈະສູນພັນ 1 ພັນໂຕ. ອາດເວົ້າໄດ້ວ່າ: ການຫຼຸດອັນດັບຄວາມສ່ຽງຂອງໝີແພນດາແມ່ນມີຄວາມສຸຂຸມຮອບຄອບຕາມຫຼັກວິທະຍາສາດ, ນີ້ແມ່ນຂ່າວດີທີ່ໜ້າດີໃຈຂ່າວໜຶ່ງ.

ປັດຈຸບັນ, ມວນມະນຸດແລະທຳມະຊາດພວມປະເຊີນກັບສິ່ງທ້າທາຍທີ່ຊີວະນານາພັນຖືກທຳລາຍແລະການປ່ຽນແປງຂອງສິ່ງແວດລ້ອມ, ກອງເລຂາ “ສົນທິສັນຍາວ່າດ້ວຍຊີວະນານາພັນ”ຂອງອົງການສະຫະປະຊາຊາດໄດ້ເຜີຍແຜ່ “ບົດລາຍງານການຈ້ອງເບິ່ງຊີວະນານາພັນໂລກ” ສະບັບທີ 5 ໂດຍຊີ້ໃຫ້ເຫັນວ່າ: “ການສູນເສຍຂອງຊີວະນານາພັນໄວຂຶ້ນກວ່າເກົ່າເຊິ່ງບໍ່ເຄີຍມີມາກ່ອນໃນປະຫວັດສາດ,ໄພຂົ່ມຂູ່ຕ່າງໆທີ່ເຮັດໃຫ້ມັນມີຈຳນວນຫຼຸດລົງໄດ້ມີຄວາມຮ້າຍແຮງຂຶ້ນ.” ສ່ວນຢູ່ຈີນ, ຂ່າວດີກ່ຽວກັບຊີວະນານາພັນໃນຫວ່າງມໍ່ໆມານີ້ໄດ້ປະກົດອອກມາໃຫ້ເຫັນຫຼາຍຂຶ້ນຢ່າງບໍ່ຢຸດຢັ້ງ, ໜັງສືພິມວໍຊິງຕັນໂພສຂອງອາເມຣິກາເຄີຍໄດ້ຂຽນບົດຄວາມບົດໜຶ່ງໃນເມື່ອບໍ່ດົນມານີ້ໂດຍວິເຄາະວ່າ: ການເຄື່ອນຍ້າຍຂອງຊ້າງອາຊີ 15 ໂຕໄດ້ສະແດງໃຫ້ເຫັນເຖິງຜົນສຳເລັດຂອງຈີນໃນການອະນຸລັກສິ່ງແວດລ້ອມນິເວດຂອງຈີນໃນໄລຍະ 20 ກວ່າປີຜ່ານມາ.

ນອກນີ້, ກົມປ່າໄມ້ແຫ່ງຊາດຈີນໄດ້ເປີດເຜີຍຕົວເລກຂໍ້ມູນໃນປີ 2018 ໂດຍສະແດງໃຫ້ເຫັນວ່າ: ຜ່ານການອະນຸລັກມາເປັນເວລາ 20 ປີ, ຈຳນວນຊ້າງປ່າຢູ່ເຂດປົກຄອງຕົນເອງສິບສອງພັ່ນນາຂອງຈີນແລະສອງເຂດທີ່ໃກ້ຄຽງກັນໄດ້ເພີ່ມຂຶ້ນເກືອບ 1 ເທົ່າ, ມີຈຳນວນປະມານ 300 ໂຕ. ນອກນີ້, ໃນຊຸມປີຜ່ານມາ, ສະພາບການດຳລົງຊີວິດຂອງສັດປ່າຫາຍາກແລະໃກ້ຈະສູນພັນປະເພດຕ່າງໆເຊັ່ນ: ໝີແພນດາປ່າ, ເຍືອງຕິເບດ(Pantholops hodgsonii), ກວາງປັກກິ່ງແລະອື່ນໆລ້ວນແຕ່ໄດ້ຮັບການອະນຸລັກໄດ້ດີກວ່າເກົ່າ, ກໍລະນີທີ່ເສືອໄຊບີເຣຍເຂົ້າມາໃນບ້ານ,ຊ້າງອາຊີເຄື່ອນຍ້າຍໄປທາງທິດເໜືອ, ປາວານປະກົດໂຕຢູ່ອ່າວຕ້າເຜີງແລະອື່ນໆ,ເລື່ອງກ່ຽວກັບການອະນຸລັກສິ່ງແວດລ້ອມຂອງຈີນມີຊີວິດຊີວາຫຼາຍຂຶ້ນ.

ມວນມະນຸດມີໂລກພຽງແຕ່ໜ່ວຍດຽວ, ໜ່ວຍໂລກກໍຄືບ້ານເມືອງຮ່ວມຂອງມະນຸດ. ຈີນໃນຖານະເປັນປະເທດໃຫຍ່, ໄດ້ປະກອບສ່ວນຢ່າງແທ້ຈິງເພື່ອເຮັດໃຫ້ສິ່ງທີ່ມີຊີວິດສາມາດດຳລົງຊີວິດຮ່ວມກັນໄດ້ຢ່າງກົມກຽວກັນແລະເພິ່ງພາອາໄສເຊິ່ງກັນແລະກັນ. ໃນທ້າຍປີ 2019, ເຂດສະຫງວນທຳມະຊາດປະເພດຕ່າງໆຂອງຈີນໄດ້ບັນລຸເຖິງ 1,18 ໝື່ນເຂດ, ມີເນື້ອທີ່ທັງໝົດຫຼາຍກວ່າ 170 ລ້ານເຮັກຕາ, ຈີນຍັງໄດ້ຂະຫຍາຍພັນພືດແລະພັນສັດຫາຍາກ,ມີໜ້ອຍແລະໃກ້ຈະສູນພັນໄດ້ເປັນຈຳນວນຫຼວງຫຼາຍຢ່າງສຳເລັດຜົນໂດຍຜ່ານການສ້າງສວນພືດປະເພດຕ່າງໆແລະສູນຂະຫຍາຍພັນສັດປ່າ, ການອະນຸລັກແລະປົວແປງລະບົບນິເວດໄດ້ຮັບຄວາມຄືບໜ້າທີ່ສຳຄັນຢ່າງໃຫຍ່ຫຼວງ.

ແນວພັນຕ່າງໆທີ່ເຄີຍເປັນແນວພັນທີ່ມີຄວາມສ່ຽງໃກ້ຈະສູນພັນນັ້ນ, ປັດຈຸບັນໄດ້ມີທາງອອກແລະມີຊີວິດຊີວາຂຶ້ນແລ້ວ. ຈີນພະຍາຍາມເຮັດໃຫ້ພືດພັນແລະສັດທີ່ໃກ້ຈະສູນພັນໄດ້ຮັບການເຕີບໃຫຍ່ຂຶ້ນຢ່າງອຸດົມສົມບູນ ເຊິ່ງໄດ້ສະແດງໃຫ້ເຫັນວ່າຈີນພວມດຳເນີນການຊຸກຍູ້ແລະໄດ້ຈັດຕັ້ງປະຕິບັດແຜນການອະນຸລັກຢ່າງແຂງແຮງແລະມີຊີວິດຊີວາຫຼາຍທີ່ສຸດເພື່ອສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.