ໄຣອັນແອ ເຊື່ອທຸລະກິດການບິນຟື້ນ ກຽມຮັບນັກບິນໃໝ່ 2 ພັນຄົນ

330

ສຳນັກຂ່າວຕ່າງປະເທດລາຍງານວ່າ: ໄຣອັນແອ ( Ryanair ) ເຊິ່ງເປັນສາຍການບິນຕົ້ນທຶນຕ່ຳຂອງເອີຣົບ ປະກາດວ່າທາງສາຍການບິນຈະຮັບສະໝັກນັກບິນ ຈຳນວນ 2.000 ຕຳແໜ່ງ ເນື່ອງຈາກມີຜູ້ໂດຍສານມາໃຊ້ບໍລິການເພີ່ມຂຶ້ນ ນັບແຕ່ເດືອນເມສາ 2021 ເປັນຕົ້ນມາ ໂດຍນັກບິນທີ່ຜ່ານການຄັດເລືອກຈະໄດ້ເຂົ້າຝຶກອົບຮົມຂັບຍົນໂບອິ້ງ 737 – 8200 ທີ່ສັ່ງຊື້ຈາກບໍລິສັດໂບອິ້ງຂອງອາເມຣິກາ.

ກ່ອນໜ້ານີ້ມີລາຍງານວ່າ: ໄຣອັນແອ ໄດ້ສັ່ງຊື້ຍົນໂບອິ້ງ ຈຳນວນ 210 ລຳ ໂດຍໄດ້ສົ່ງມອບຍົນຮອບທຳອິດໄປແລ້ວໃນ 6 ເດືອນຕົ້ນປີ 2021, ສ່ວນອີກ 60 ລຳຈະສົ່ງມອບໃນໄລຍະລະດູຮ້ອນຂອງປີໜ້າ.

ຜູ້ບໍລິຫານຂອງໄຣອັນແອ ກ່າວວ່າ: ການລົງທຶນຢ່າງມະຫາສານ ເພື່ອຊື້ຍົນ 737 – 8200 ນັ້ນ ມີຈຸດປະສົງເພື່ອຮັກສາຕຳແໜ່ງຜູ້ນຳສາຍການບິນລາຄາປະຢັດ ແລະ ເປັນມິດກັບສິ່ງແວດລ້ອມຂອງເອີຣົບ ເນື່ອງຈາກຍົນຮຸ່ນດັ່ງກ່າວມີບ່ອນນັ່ງເພີ່ມຂຶ້ນ 4% ຫຼຸດອັດຕາການເຜົາຜານ 16% ແລະ ຫຼຸດການປ່ອຍມົນລະພິດ 40%.

ທັງນີ້, ນັບແຕ່ເດືອນເມສາ 2021 ເປັນຕົ້ນມາມີຜູ້ໂດຍສານມາໃຊ້ບໍລິການສາຍການບິນໄຣອັນແອ ເພີ່ມຂຶ້ນຢ່າງຕໍ່ເນື່ອງຈາກ 1 ລ້ານເທື່ອຄົນໃນເດືອນເມສາ ເພີ່ມເປັນ 1,8 ລ້ານເທື່ອຄົນ ໃນເດືອນພຶດສະພາ ແລະ ເພີ່ມຂຶ້ນເປັນ 5,3 ລ້ານເທື່ອຄົນໃນເດືອນມິຖຸນາ. ໄຣອັນ ແອ ຄາດການວ່າທາງສາຍການບິນຈະສາມາດຮອງຮັບຜູ້ໂດຍສານໄດ້ປະມານ 80 – 120 ລ້ານເທື່ອຄົນ ໃນປີ 2022. ສ່ວນກ່ອນເກີດການແຜ່ລະບາດຂອງພະຍາດໂຄວິດ – 19 ມີຜູ້ໂດຍສານມາໃຊ້ບໍລິການສາຍການບິນໄຣອັນ ແອປະມານ 149 ລ້ານເທື່ອຄົນຕໍ່ປີ.