ອາເມຣິກາ ຂາດດຸນງົບປະມານສູງເຖິງ 2,2 ພັນກວ່າຕື້ໂດລາ

254

ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 14 ກໍລະກົດ 2021 ວ່າກະຊວງການເງິນ ຂອງສະຫະລັດອາເມຣິກາ ເປີດເຜີຍວ່າ: ຍອດຂາດດຸນງົບປະມານຂອງສະຫະລັດອາເມຣິກາ ເພີ່ມສູງຂຶ້ນຈຸລະດັບ 2,24 ພັນຕື້ໂດລາສະຫະລັດ ໃນໄລຍະ 9 ເດືອນທຳອິດຂອງປີງົບປະມານ 2021 ເຊິ່ງຈະສິ້ນສຸດໃນວັນທີ 31 ກັນຍາຈະເຖິງນີ້.

ຖະແຫຼງການຂອງກະຊວງການເງິນອາເມຣິກາ ລະບຸວ່າ: ລາຍໄດ້ຂອງລັດຖະບານກາງສະຫະລັດອາເມຣິກາ ໃນໄລຍະ 9 ເດືອນທຳອິດຂອງປີງົບປະມານ 2021 ເພີ່ມຂຶ້ນຈຸລະດັບ 3,05 ພັນຕື້ໂດລາ, ຂະນະທີ່ລາຍຈ່າຍເພີ່ມຂຶ້ນຈຸລະດັບ 5,29 ພັນຕື້ໂດລາ ເຊິ່ງໃນນັ້ນຈ່າຍສະຫວັດດີການສຳລັບຜູ້ວ່າງງານ ແລະ ໂຄງການຊົດເຊີຍຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ – 19.

ສຳນັກງານງົບປະມານຂອງສະພາຄອງເກຣສສະຫະລັດອາເມຣິກາ ( CBO ) ໄດ້ຄາດການວ່າ: ຍອດຂາດດຸນງົບປະມານຂອງລັດຖະບານສະຫະລັດອາເມຣິກາ ໃນປີ 2021 ຈະຢູ່ທີ່ລະດັບ 3 ພັນຕື້ໂດລາ ເຊິ່ງຢູ່ໃກ້ຄຽງກັບຕົວເລກຂາດດຸນ ເມື່ອປີ 2019 ທີ່ຢູ່ລະດັບ 3,13 ພັນຕື້ໂດລາ ເຊິ່ງເປັນຕົວເລກທີ່ຂາດດຸນສູງທີ່ສຸດ ນັບແຕ່ສົງຄາມໂລກ ຄັ້ງທີ 2 ເປັນຕົ້ນມາ.